ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ບຸນ​ຂີ່​ໂອນ​ຊາ​ຂອງ​ເຜົ່າ​ອາ​ຄາເມືອງ​ລອງ ​ຫລວງ​ນ້ຳ​ທາ

SA Game

ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ

ປະ​ຫວັດ ແລະ ຄວາມ​ເຊື່ອ ກ່ຽວ​ກັບ​ ບຸນຂີ່ໂອນຊາ ເຜົ່າອາຄາ

ບຸນຂີໂອນຊາ ເຜົ່າອາຄາ ເມືອງລອງ ແຂວງຫຼວງນໍ້າທາ ກ່ອນຈະກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້າໄຮ່ເຂົ້ານາປີຂອງ​ທຸກໆ​ປີ, ງານບຸນຂີ່ໂອນຊາ ເຜົ່າອາຄາຈັດຂຶ້ນໃນລະຫວ່າງ ເດືອນກັນຍາ ຂອງທຸກໆປີ ງານບຸນດັ່ງກ່າວຕາມເລົ່າຂານກັນມາວ່າມີມາຕັ້ງແຕ່ສະໄໝ ສຸມີໂອເຊີ່ງເປັນບຸກຄົນທໍາອິດໃນການນໍາພາຈັດງານດັ່ງກ່າວ ມາຈົນເຖິ່ງເທົ່າທຸກວັນນີ້ ຈຸດປະສົງການຈັດງານ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເຮັດຮີດເຮັດຄອງໃນການກະກຽມ ກ້າວເຂົ້າສູ່ລະດູການເກັບກ່ຽວ

ເຊື່ອກັນວ່າຖ້າຈັດງານບຸນຂີ່ໂອນຊານີ້ຂຶ້ນແລ້ວ ກໍ່ຈະເຮັດໃຫ້ ຕົ້ນເຂົ້າມີຄວາມຈະເລີນງອກງາມ ແລະ ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້ ຖ້າບ້ານໃດ ຍັງບໍ່ທັນໄດ້ຈັດງານບູນນີ້ກໍບໍ່ສາມາດເກັບກ່ຽວຜົນຜະລິດເຂົ້າໄດ້ເທື່ອ

ເຊີ່ງມື້ທໍາອິດຂອງງານບຸນແຕ່ລະຄອບຄົວແຕ່ລະຄົວເຮືອນ ໄດ້ມີການຂ້າໄກ່ກະກຽມຂອງເຊັນໄຫວ້ຂອງບູຊາຕ່າງໆ ທານໃຫ້ຜີເຮືອນ ຢູ່ເຮືອນໃຜເຮືອນລາວ ແລ້ວເລືອກຜູ້ທີເປັນເຈົ້າບ້ານສໍາຫລັບຜູ້ທີສາມາດເປັນເຈົ້າບ້ານ ຕ້ອງເປັນບຸກຄົນເກີດມື້ດີໝາຍຄວາມວ່າ ບໍ່ກົງກັບມື້ວັນເກີດຂອງຕົນເອງ ແລະ ຄອບຄົວ ບໍ່ກົງກັບມື້ຕາຍຂອງຄົນພາຍໃນຄອບຄົວ

SA Game
ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ

ຫຼັງຈາກນັ້ນມື້ທີ 2 ທຸກຄົນພາຍໃນບ້ານໝົດທູກຄົນໂດຍສະເພາະແມ່ນຊາຍໜູ່ມ ໄດ້ພ້ອມພາກັນ ຕັດໄມ້ເພື່ອມາຕັ້ງໂອນຊາຢູ່ທີຫົວບ້ານເອົາໄວ້ໃຊ້ເປັນບ່ອນຂັບລໍາ ເລົ່ານິທານ ບ່ອນຫຼີ້ນຂອງບ່າວສາວຂອງເດັກນ້ອຍ ແລະ ຜູ້ມາຢ້ຽມຢາມ ສໍາຫຼັບບ່ອນນັ່ງຂອງບ່າວສາວແມ່ນຖ້າອັນເກົ່າມີມາແຕ່ປີກາຍຍັງສາມາດໃຊ້ການໄດ້ກໍ່ຈະໃຊ້ ອັນເກົ່າ ຖ້າບໍ່ສາມາດໃຊ້ການໄດ້ ກໍ່ຈະພ້ອມພາກັນສ້ອມແປງໃນມື້ຕັ້ງໂອນຊານັ້ນເລີຍ

ຕໍ່ມາມື້ທີ 3 ພາຍຫຼັງທີ່ເຮັດຮີດຄອງທານໃຫ້ຜີເຮືອນແຕ່ເຊົ້າແລ້ວ ກໍ່ໄດ້ມີການກະກຽມອາຫານເປັນຕົ້ນແມ່ນ ຂ້າໝູ່ ຂ້າງົວ ຂ້າຄວາຍ ຕາມແຕ່ລະຄອບຄົວທີມີເງື່ອນໄຂ ເພື່ອເປັນການກະກຽມອາຫານໄວ້ຄອຍຕ້ອນຮັບແຂກຜູ້ທີມາຢ້ຽມຢາມ ຮ່ວມກິນຮ່ວມກັນທານຮ່ວມມ່ວນຮ່ວມຊື່ນ ໂດຍມີການພົບປະສ້າງສັນ ຢ້ຽມຢາມໄປຕາມແຕ່ລະຄອບຄົວ

SA Game
ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ

ຕໍ່ມາມື້ທີ 4 ແມ່ນໄດ້ມີການກໍາບ້ານໂດຍມີການຕັດໄມ້ເຮັດມີດເຮັດດາບເຮັດຂວານ ແລະ ອື່ນໆ ເພື່ອເປັນການໄລຜີສາງນາງຮ້າຍ ແລະ ສິ່ງທີບໍ່ດີຕ່າງໆ ອອກຈາກໝູ່ບ້ານໂດຍເລີ່ມຈາກເຮືອນເຈົ້າບ້ານໄປຈົນໝົດທຸກໆຄອບຄົວຈໍານວນ 3 ຮອບ ແລ້ວ ຫຼັງຈາກນັ້ນກໍ່ໄດ້ພ້ອມພາກັນມາຮ່ວມຮັບປະທານອາຫານທີເຮືອນເຈົ້າບ້ານເພື່ອເປັນການລ້ຽງທົດແທນໃຫ້ແກ່ລູກບ້ານ ທີຜ່ານມາໄດ້ນໍາເອົາຊີ້ນປາອາຫານ ເປັນຕົ້ນແມ່ນຄົວເຮືອນໃດໄດ້ສັດປ່າມາ ຄົວເຮືອນນັ້ນກໍ່ຈະແບ່ງປັນໃຫ້ເຈົ້າບ້ານໂດຍສະເພາະແມ່ນກະດູກຂ້າງ ຫຼັງຈາກນັ້ນແລ້ວ ກໍ່ພ້ອມພາກັນເອົາເຂົ້າໜົມເຂົ້າຕົ້ມໝາກໄມ້, ອາຫານຕ່າງໆ ຂຶ້ນໄປທີໂອນຊາຫົວບ້ານເພື່ອພ້ອມພາກັນ ຮ່ວມກັນກິນ ຮ່ວມທານ ແລ້ວເອົາ ໂອນຊາຂຶ້ນຫ້ອມໄວ້ເທິງຫຼັງຈາກນັ້ນ ກໍ່ບໍ່ສາມາດຂີ່ໂອນຊາໄດ້

SA Game
ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ

ແລ້ວມື້ຕໍ່ມາມື້ທີ 5 ແຕ່ລະຄອບຄົວກໍ່ໄດ້ໄປເກັບແມງໄມ້, ແມງປວກສະຕູພຶດຕ່າງໆ ໂດຍສະເພາະສັດປະເພດກິນເຂົ້າ ນໍາມາຫໍໃສ່ໃບຕອງແລ້ວມາປັກໃສ່ແຄມທາງ ສ່ວນຊາວໜຸ່ມບ້ານໂດຍສະເພາະບ່າວສາວ ຜູ້ສາວພາຍໃນບ້ານກໍ່ໄດ້ພ້ອມພາກັນໄປຂາຍເຄື່ອງ, ຂາຍເຂົ້າໜົມເຫຼົ້າຢາປາແປງໃຫ້ກັບຜູ້ບ່າວຢູພາຍໃນບ້ານ ແລະ ມາກຈາກບ້ານອື່ນ ຢູ່ທີໂອນຊາຫົວບ້ານ ໂດຍຜູ້ບ່າວໄດ້ພ້ອມພາກັນມາຊື້ແລ້ວພາກັນພົບປະສ້າງສັນກິນຊຸມແຊວນໍາກັນຢູ່ທີໂອນຊາຫົວບ້ານຢ່າງເບີກບານມ່ວນຊື່ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Muanglong Tourism ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງລອງ