ປະຫວັດ ວັດປ່າເລໄລ ເມືອງຫາດຊາຍຟອງ ເມືອງເກົ່າອາຍຸຫຼາຍກວ່າ 1000 ປີ
ຫໍກອງທີ່ສູງທີ່ສຸດໃນລາວ ວັດປ່າເລໄລ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ເມືອເຫັນຫໍກອງຂອງວັດປ່າເລໄລແລ້ວກໍຄິດໄດ້ວ່າເປັນຕາອີດູຕົນຈົວນ້ອຍທີ່ຂື້ນໄປຕີກອງແຕ່ລະມື້ໃຫ້ດັ່ງກ້ອງໄປທົ່ວ ແລະ ບັນດາຍາດໂຍມທັງຫລາຍໄດ້ຮັບຮູ້ນຳກັນ, ແຕ່ຈົວກໍຍິນດີທີ່ຈະເຮັດໜ້າທີ່ດັ່ງກ່າວເພືອໃຫ້ໄດ້ຍິນສຽງກອງໃຫ້ກ້ອງກັງວານ ແລະ ໃຫ້ໄດ້ຍິນທົ່ວເຖິງສະຫວັນຊັ້ນເຈັດ.
ຖ້າຈະເວົ້າແລ້ວວັດອັນເກົ່າແກ່ແຫ່ງນີ້ກໍບໍ່ໄດ້ໄກໄປຈາກຕົວເມືອງນະຄອນຫລວງວຽງຈັນຫລາຍປານໃດ, ເຊິງວັດປ່າເລໄລ ສີວິໄລ ຕັ້ງຢູ່ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍທ່ານສາມາດເດີນທາງໄປຕາມເສັ້ນທາງບ້ານຫ້ອມ ຈົນສຸດເສັ້ນທາງຄອນກີດ ແລ້ວລ້ຽວຊາຍໄປອີກ ປະມານ 3 ກິໂລແມັດ ກໍ່ຈະເປັນປ້າຍທາງເຂົ້າວັດແຫ່ງນີ້, ເຊິງບັນດາທ່ານສາມາດໄປທ່ຽວຊົມໄປສັກກະລະບູຊາກາບໄວ້ໄດ້ເພື່ອເປັນສິລິມົງຄົນ ແລະ ຊົມສິນລະປະຄວາມສວຍງາມຂອງວັດແຫ່ງນີ້.
ວັດປ່າເລໄລ ຕາມການເລົ່າຂອງເຈົ້າອະທິການວັດ ໄດ້ໃຫ້ຮູ້ວ່າ ສະຖານທີ່ແຫ່ງນີ້ ແມ່ນມີອາຍຸມາຫຼາຍກວ່າ 1000 ປີ ສ້າງຂຶ້ນໃນສະໄໝພະເຈົ້າໄຊວໍລະມັນ ສະໄໝຂອມ ມີປະຫວັດຄວາມເປັນມາຍາວນານ ມີປະຕິສັງຂອນເປັນວັດວາອາຣາມເກົ່າແກ່ ຢູ່ໃນບໍລິເວນຮົ່ວສວນຂອງປະຊາຊົນ.
ຕົກມາໃນສະໄໝຂອງເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມອານາຈັກລາວລ້ານຊ້າງ ສະຖານທີ່ແຫ່ງນີ້ ໄດ້ມີຄວາມຮຸ່ງເຮືອງທາງດ້ານພຣະພຸດທະສາສະໜາ ຕົກມາສະໄໝຂອງພະເຈົ້າໄຊຍະເສດຖາທິລາດ ກໍ່ໄດ້ມີຄວາມຮຸ່ງເຮືອງທາງດ້ານພຣະພຸດທະສາສະໜາ ແລະ ໄດ້ສ້າງສາມາເລື້ອຍໆຈົນຮອດສະໄໝເຈົ້າອານຸວົງ ເຮັດໃຫ້ສະຖານທີ່ແຫ່ງນີ້ ຖືກທຳລາຍດ້ວຍສົງຄາມ ແລະ ໄພທຳມະຊາດຕ່າງໆ ເພາະວ່າໃກ້ກັບແມ່ນໍ້າຂອງ ແລະ ເຮັດໃຫ້ມີນໍ້າຖ້ວມຢູ່ເປັນປະຈໍາ ຈົນຫຼົງເຫຼືອເລັກໜ້ອຍ.
ເຊິ່ງມາຮອດປະຈຸບັນ ໄດ້ມີການປັບປຸງປົວແປງແດ່ແລ້ວ ແລະ ໄດ້ມີການສ້າງສິມໃໝ່ ກວມເອົາພື້ນທີ່ສິມເກົ່າທີ່ໄດ້ຖືກທຳລາຍໄປແລ້ວນັ້ນ ແຕ່ຍັງສ້າງບໍ່ສຳເລັດ ແລະ ໄດ້ມີການສ້າງຫໍກອງເຈັດຊັ້ນຂຶ້ນມາໃໝ່ອີກດ້ວຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ອິນໄຊລາວ.