ຮູ້​ຈັກ! ປະ​ຫວັດ​ພ​ຣະ​ເຈົ້າ ອົງ​ແສນ​ໄຊ​ຍະ​ມຸງ​ຄຸນ ທີ່​ວັດ​ບ້ານ​ຝາຍ.

SA Game

ມາ​ເບິ່ງປະຫວັດຫຍໍ້ ຂອງ ພຣະເຈົ້າອົງດຳ ຫຼື ພຣະເຈົ້າອົງແສນໄຊຍະມຸງຄຸນວັດບ້ານຝາຍ.

ໄດ້​ມີ​ການ​ກ່າວ​ໄວ້ປະຫວັດຂອງ​ພ​ຣະ​ເຈົ້າ​ອົງ​ດຳ​ທີ່​ວັດ​ບ້ານ​ຝາຍໄວ້ວ່າ ພາຍຫຼັງທີ່ພຣະຍາສຸມັງຄະຣະໂພທິສັດຣາຊາ, ໄດ້ຂຶ້ນຄອງຣາຊເປັນພຣະກະສັດລ້ານຊ້າງ ແທນພຣະເຈົ້າໄຊຍະເຊດຖາທິຣາຊແລ້ວ ພຣະອົງໄດ້ມີການບູຣະນະປະຕິສັງຂອນວັດວາອາຮາມ ໃນນະຄອນຫຼວງວຽງຈັນ ຈາກນັ້ນຈິ່ງໄດ້ສ້າງພຣະພຸດທະຮູບຂຶ້ນ 1 ອົງ ໂດຍແມ່ນສັດທາຂອງ ພຣະນາງຈອມມະນີ ຕັ້ງຊື່ວ່າ ພຣະເຈົ້າອົງແສນໄຊຍະມຸງຄຸນ (ພຣະເຈົ້າອົງດຳ).

ໃນເມືອກ່ອນເປັນບໍລິເວນວັດພຣະທາດພູຊວງເທພະນິມິດ (ທາດຝຸ່ນ) ເພາະວັດແຫ່ງນີ້ ມີເນື້ອທີກວ້າງຂວາງຫລາຍ ເຊິ່ງກວມເອົາເນື້ອທີ່ຫລາຍເຮັກຕາ ກວມຮອດເຂດບໍລິເວນບ້ານຝ່າຍ ເຊິ່ງພຣະພຸດທະຮູບອົງນີ້ ໄດ້ປະດິດສະຖານໄວ້ໃນອູບມຸງໃກ້ກັບພຣະທາດທີ່ເກົ່າແກ່ ໃນປັດຈຸບັນແມ່ນ ບໍລິເວນຂອງກະຊວງພະລັງງານ ແລະ ບໍ່ແຮ່.

SA Game
Art and Culture of Laos
ພຣະເຈົ້າອົງແສນໄຊຍະມຸງຄຸນ (ພຣະເຈົ້າອົງດຳ) ກໍ່ເປັນພຣະພຸດທະຮູບອີກອົງໜຶ່ງທີ່ມີຄວາມສໍາຄັນຄູ່ບ້ານ-ຄູ່ເມືອງ ແລະ ເປັນພຣະພຸດທະຮູບທີ່ເກົ່າແກ່ອີກອົງໜຶ່ງ ມີເລື່ອງເລົ່າບາງເຫດການ ໃນສະໄໝກ່ອນທີ່ພຣະພຸດທະຮູບອົງນີ້ ຈະໄດ້ມາປະດິດສະຖານໄວ້ທີ່ ວັດສົມສະຫງັດ (ບ້ານຝາຍ) ແຫ່ງນີ້ ກໍ່ເນື່ອງມາຈາກມີພໍ່ແມ່ປະຊາຊົນທີ່ອາໄສຢູ່ບ້ານຝາຍ ໄດ້ໄປພົບເຫັນພຣະພຸດທະຮູບອົງນີ້ ຢູ່ທີ່ປ່າໃນບໍລິເວນເຂດບ້ານຝາຍ.
ໃນຄັ້ງນັ້ນ ເມື່ອພໍ່ແມ່ປະຊາຊົນໄດ້ໄປພົບເຫັນແລ້ວ ກໍ່ໄດ້ມີການປຶກສາຫາລືກັນ ເພື່ອຈະຮ່ວມກັນ ອະຣາທະນານິມົນ ໄປປະດິດສະຖານໄວ້ທີ່ ວັດສີຼສະເກດ ເນື່ອງຈາກວ່າວັດສີສະເກດເປັນວັດໃຫຍ່ແລະສຳຄັນ ທັງເປັນວັດທີ່ມີພຣະພຸດທະຮູບເກົ່າແກ່ຫຼາຍອົງ ທັງເປັນອາຣາມຫລວງໃນສະໄໝນັ້ນ, ໃນເມື່ອຕົກລົງເຫັນດີກັນແລ້ວ ເຖົ້າແກ່ມົນໂທພ້ອມດ້ວຍພໍ່ແມ່ປະຊາຊົນ ກໍ່ໄດ້ຈັດກຽມພາຫະນະທີ່ຈະເຄື່ອນຍ້າຍ ໃນນັ້ນກໍ່ໄດ້ກວຽນມາເປັນພາຫະນະຕ່າງໄປ ແລະໄດ້ແຕ່ງດອກໄມ້ ທູບ ທຽນ ມີຂັນຫ້າ ຂັນແປດເປັນຕົ້ນ ເພື່ອສົມມາຄາຣະວະ ແລະ ອະຣາທະນານິມົນ ໄປຍັງວັດສີຼສະເກດ
SA Game
Art and Culture of Laos

ແຕ່ພໍເມື່ອເຖິງເວລາຍົກຂຶ້ນເທິງກວຽນ ກໍ່ເກີດເຫດອັນໜ້າອັດສະຈັນຂຶ້ນ ຄືທ້ອງຟ້າ ສາຍລົມ ອັນເຄີຍເປັນປົກກະຕິ ກໍ່ເກີດເປັນກະແສລົມພາຍຸ ພັດຢ່າງຮຸນແຮງ ທັງມີສາຍຟ້າເຫຼືອມ ຟ້າຮ້ອງເກີດຂຶ້ນ ທ້ອງຟ້າເລີ່ມດໍາມືດມົນອົນທະການຂຶ້ນ ບັນດາເຖົ້າແກ່ ພໍ່ແມ່ພີ່ນ້ອງທີ່ມາເກີດຄວາມຢ້ານ ທ່າມກາງສາຍຝົນ ແລະ ລົມພາຍຸ ທີ່ກໍາລັງຕົກແຮງຢູ່ນັ້ນ ພໍ່ແມ່ປະຊາຊົນທີ່ພວມຍົກພຣະພຸດທະຮູບຂຶ້ນກວຽນນັ້ນປາກົດວ່າຍົກບໍ່ຂຶ້ນ ດ້ວຍພຣະພຸດທະຮູບອົງສັກສິດນີ້ ໄດ້ສະແດງປາຕິຫານທ່າມກາງຜູ້ຄົນເປັນຈໍນວນຫຼວງຫຼາຍ

SA Game
Art and Culture of Laos

ໃນເມື່ອເກີດເຫດການດັ່ງກ່າວແລ້ວ ເຖົ້າແກ່ພໍ່ແມ່ພີ່ນ້ອງທັງຫຼາຍ ຈຶ່ງໄດປຶກສາຫາລືກັນໃໝ່ອີກຄັ້ງ ຕົກລົງເຫັນດີກັນວ່າຈະນິມົນເພິ່ນໄປປະດິດສະຖານໄວ້ທີ່ ວັດສົມສະຫງັດ (ບ້ານຝາຍ) ເພື່ອໄປເປັນທີ່ສັກກາລະບູຊາຂອງອອກຕົນຍາດໂຍມ ເພື່ອເປັນມິ່ງຂວັນຂອງຊາວບ້ານຝາຍ ໃນເມື່ອຕົກລົງເຫັນດີກັນແລ້ວກໍ່ນິມົນເພິ່ນ ແລະ ຍົກຂຶ້ນກວຽນ ປາກົດວ່າຍົກຂຶ້ນສະບາຍ ພໍ່ແມ່ປະຊາຊົນກໍ່ຍໍມືສາທຸການເປັນຢ່າງຍິ່ງ ດ້ວຍເຫດນີ້ ຈຶ່ງໄດ້ປະດິດສະຖານໄວ້ທີ່ວັດສົມສະຫງັດ ( ບ້ານຝາຍ ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈົນຮອດປັດຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຕັ້ມ ຈຳປາມົງຄຸນ ແລະ Art and Culture of Laos.