ບຸນຊຳຮະ! ຮີດ​ຄອງ​ນ​ຂັບ​ໄລ່ສິ່ງຊົ່ວຮ້າຍໃຫ້ອອກໄປຈາກບ້ານຈາກເມືອງ.

SA Game

ວັດຊຽງມ່ວນ ນະຄອນ-ຫລວງພະບາງ

ບຸນຊຳຮະ ຫຼື ບຸນເດືອນ 7 ບຸນສຳຄັນ ອີກ​ໜຶ່ງ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ​ໃນ​ການ​ຂັບ​ໄລ່​ປັດ​ເປົ່າ​ສິ່ງ​ຊົ່ວ​ຮ້າຍ.

ເມືອ​ເວົ້າ​ເຖິງບຸນຊຳຮະ ຫຼື ບຸນເດືອນ 7 ​ເປັນ​ບູນ​ທີ່ນິຍົມ​ເຮັດກັນໃນເດືອນເຈັດ ຈະເປັນເວລາຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້, ການຊໍາຮະ ໝາຍເຖິງການສະສາງລ້າງສິ່ງອັປປະມຸງຄຸນ, ກຳຈັດ, ປັດເປົ່າ ແລະ ຂັບໄລ່ຄວາມສະນຽດຈັງໄຮ ຕະຫຼອດເຖິງພູດຜີປີສາດ ຫລື ສິ່ງຊົ່ວຮ້າຍໃຫ້ອອກໄປຈາກບ້ານຈາກເມືອງໃຫ້​ໝົດ​ສິ້ນ.

ວ່າກັນວ່າ ຍາມໃດທີ່ມີຂ້າເສີກມາຮາວີ ມີຜູ້ຮ້າຍອ້າຍໂຈນມາລັກມາປຸ້ນ, ເສນາອາມາດເຂັ່ນຂ້າກັນ ແຍ່ງກັນເປັນໃຫຍ່, ຊ້າງ, ມ້າ, ງົວຄວາຍລົ້ມຕາຍ ຫລື ວ່າ ມີຜີຮ້າຍມາກວນ ເຮັດໃຫ້ເຈັບໃຫ້ປ່ວຍ ຫຼື ຊາຕາບ້ານເມືອງເດືອດຮ້ອນ, ຊາຕາບ້ານເມືອງຂາດ ຈຳຕ້ອງເຮັດບຸນຊໍາຮະນີ້ໃຫ້ຫາຍຈາກ ສັພພະພັຍທຸກປະການ ໂດຍມີການເຮັດບຸນ ຮັກສາສີລ ໃຫ້ທານເປັນຕົ້ນ.

ນອກຈາກ ທຳພິທີຊຳຮະ ແລ້ວຍັງຕ້ອງມີ ພິທີບູຊາ ສິ່ງສັກສິດຄູ່ບ້ານຄູ່ເມືອງ ເພື່ອໃຫ້ເກີດຄວາມເປັນ ສິຣິສວັສສະດີ ແກ່ຊາວບ້ານ ຊາວເມືອງ ແຫ່ງນັ້ນນຳອີກດ້ວຍ. ໂດຍການຈັດບຸນເບີກບ້ານ ດ້ວຍການຕັ້ງຜາມໃນບ້ານ ນຳຕົ້ນກ້ວຍ, ຕົ້ນອ້ອຍ, ກະໂທງໜ້າງົວ, ຊໍ່ທຸງ, ຫອກດາບ, ທຽນວຽນຫົວຄ່າຄີງຂອງຊາວບ້ານແຕ່ລະເຮືອນ ມາໂຮມກັນໄວ້ຢູ່ທີ່ຜາມ ແລ້ວກໍເນັ່ງຝ້າຍມຸງຄຸນອ້ອມບ້ານ ຫຼັງຈາກນັ້ນ ກໍນິມົນ ພຣະສັງຄະເຈົ້າ ມາສູດປະຣິຕຕະມຸງຄຸນ ເທສຊຳຮະ 3 ມື້​ ເພື່ອໃຫ້ເກີດຄວາມເປັນສິຣິມຸງຄຸນ.

SA Game
ວັດຊຽງມ່ວນ ນະຄອນ-ຫລວງພະບາງ

ໃນມື້ສຸດທ້າຍ​ ( ມື້ທີ 3 ) ຕອນເຊົ້າມີການຖວາຍທານບິນທະບາດ​, ຖວາຍຈັງຫັນ​ ຫຼື​ ເພນ​ ແດ່ພຣະສົງ-ສາມະເນນ​ ແລ້ວແຕ່ຄວາມສະດວກ. ຈົບແລ້ວ ພຣະສົງສູດຊໍາຮະ ສູດເບີກ ຫວ່ານແຮ່ ຫວ່ານຊາຍ ສາດນໍ້ມົນ ລົງຄາຖາ ໃສ່ກີບໄມ້ ເອົາໄປຫ້ອຍໄວ້ປະຕູເຂົ້າບ້ານ ຫລື ທ່ອນໄມ້ໄຜ່ໄປຝັງໄວ້ອ້ອມ ບ້ານທັງແປດທິສ ເພື່ອປ້ອງກັນສນຽດຈັງໄຮຕ່າງໆ.

ມູນເຫດ ແລະ ຄວາມເປັນມາຂອງບຸນຊຳຮະ ມີເຣື່ອງເລົ່າໄວ້ໃນຄຳພີທັມມະບົດວ່າ:

ຄັ້ງໜຶ່ງເມືອງໄພສາລີ ໄດ້ເກີດພາວະເຂົ້າຍາກ ໝາກແພງ ແລະ ຝົນແລ້ງ ຜູ້ຄົນ, ຊ້າງ, ມ້າ, ງົວ ແລະ ຄວາຍ ລົ້ມຕາຍເປັນອັນມາກ ແຖມຍັງເກີດ ພະຍາດອະຫິວາຕາກະໂຣຄ ລະບາດທົ່ວເມືອງ ເຮັດໃຫ້ທົ່ວທັງເມືອງ ມີຊາກສົພເປັນຈຳນວນຫຼວງຫຼາຍ ດັ່ງນັ້ນ ເຈົ້າເມືອງ ຜູ້ປົກຄອງໄດ້ໄປທູນ ອາຣາທະນານິມົນພຣະພຸທທະເຈົ້າ ເພື່ອມາປັດເປົ່າ ຫລື ຊຳຮະທຸກຂະພັຍໃນຄັ້ງນີ້.

ພຣະພຸທທະເຈົ້າ ໄດ້ສະເດັດຈາກ ເມືອງຣາຊະຄຣຶ ພ້ອມດ້ວຍພຣະສົງຄ໌ 500 ອົງຄ໌ ໂດຍມາທາງເຮືອ ໃຊ້ເວລາເດີນທາງເຖິງ 7 ວັນຈຶ່ງເຖິງ ເມືອງໄພສາລີ, ພໍມາເຖິງ ເມືອງໄພສາລີ ກໍເກີດມີຝົນຫ່າໃຫຍ່ຕົກລົງຢ່າງໜັກ ຈົນນ້ຳຖ້ວມເມືອງສູງເຖິງຫົວເຂົ່າ ແລະ ນ້ຳກໍໄຫລພັດພາເອົາຊາກສົບຂອງຜູ້ຄົນ ແລະ ສັດຕ່າງໆ ໄຫລລົງອອກສູ່ແມ່ນໍ້າໄປຈົນໝົດສິ້ນ,

ພຣະພຸທທະເຈົ້າຊົງສູຕນ້ຳພຣະພຸທທະມົນ ແລ້ວໃຫ້ ພຣະອານົນໄປປະພຣົມທົ່ວເມືອງ ຈາກນັ້ນມາ ຊາວເມືອງກໍພາກັນຢູ່ເຢັນ ເປັນສຸກ ໂຣຄພັຍໄຂ້ເຈັບ ສິ່ງຊົ່ວຮ້າຍກໍສູນຫາຍໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວັດຊຽງມ່ວນ ນະຄອນ-ຫລວງພະບາງ.