ສປປ ລາວ ອ້າຍນ້ອງທະຫານຊ້ອມໜັກເພື່ອ ARMY GAME 2021
ນັກຮົບລາວ ຝຶກຊ້ອມກິລາການທະຫານສາກົນເຂົ້າຮ່ວມ ARMY GAME 2021.
ຈາກການແຂ່ງຂັນຂອງ ເຫລົ່ານັກຮົບລາວໃນປີຜ່ານມານັ້ນຖືວ່າຜົນງານດີພໍສົມຄວນ ແລະ ຈັງໃດກໍຕາມໃນປີນີ້ບັນດາອ້າຍນ້ອງນັກຮົບລາວຂອງພວກເຮົາກໍຍັງຄຸ້ນຂ້ຽວຝຶກຊ້ອມຢ່າງໜັກເພື່ອໃຫ້ໄດ້ການແຂ່ງຂັນທີ່ດີທີ່ສຸດ.
ຫລ້າສຸດໃນວັນທີ 18 ສິງຫາ 2021ນີ້, ທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນກຳລັງຂຸ້ນຂ້ຽວຝຶກຊ້ອມກິລາການທະຫານສາກົນເພື່ອເຂົ້າຮ່ວມການແຂ່ງຂັນ ກິລາການທະຫານສາກົນ( ARMY GAME 2021 ) ປະເພດ(SAFE ROUTE ) ຫຼື ເອີ້ນວ່າ :
ເສັ້ນທາງທີ່ປອດໄພ ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ສະຫະພັນເຊຍ ໂດຍໄດ້ຮັບການຊີ້ນຳ-ນຳພາ ຂອງສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ເຊິ່ງພາຫະນະທີ່ເອົາເຂົ້າຝຶກຊ້ອມໃນຄັ້ງນີ້ປະກອບມີ:
ລົດກ່າຍຂົວ TMM-3. ຈຳນວນ04 ຄັນ, ລົດດຸດ BAT-2 ຈຳນວນ01 ຄັນ,ລົດສ້າງສີ່ງກີດຂວາງ IMR-2 ຈຳນວນ 01ຄັນ,ຫູ້ມເກາະ BTR ຈຳນວນ 01 ຄັນ, ລົດຕັງT-72 ຈຳນວນ 01ຄັນ ແລະ ອຸປະກອນກວດ-ກູ້ລະເບີດ EMP 5 ເຄື່ອງ ເຊິ່ງຈະມີປະເທດເຂົ້າຮ່ວມການແຂ່ງຂັນທັງໝົດປະເທດຄື: ລາວ,ເບລາຣຸດ,ອຸສະເບັກກິສະຖານ,ອີຢິບ,ອິນເດຍ,ເວເນຊູອີຣາ,ຫວຽດນາມ ແລະ ສະຫະພັນຣັດເຊຍປະເທດເຈົ້າພາບ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະຊີ້ນຳ ທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍັງໃຫ້ຮູ້ຕື່ມອີກວ່າ: ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແມ່ນລ້ວນແຕ່ປະກອບມີ ທີມທີ່ມີປະສົບການ ສູງ ແລະ ເປັນທິມທີ່ແຂງແກ່ນ . ເຖິ່ງຢ່າງໃດກໍ່ຕາມພວກເຮົາທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວຈະພ້ອມກັນ ຕັດສິນໃຈ ສູ້ຊົນເຮັດສຸດຄວາມສາມາດ ເພື່ອເຮັດສຳເລັດໜ້າທີ່ນຳເອົາຜົນງານ ທີ່ດີ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.
ຂອບໃຈແຫລ່ງທີ່ມາ: Lao National Radio.