ເບິ່ງຄວາມຄືບໜ້າໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ
ການຈັດຕັໍ້ງປະຕິບັດໃນໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ
ເພື່ອປັບປຸງພື້ນຖານໂຄງຮ່າງຂອງເມືອງ ກໍຄືຂອງແຂວງຈຳປາສັກ, ແລະ ເພື່ອກະຕຸ້ນໃຫ້ເສດຖະກິດ ແລະ ການທ່ອງທ່ຽວພາຍໃນ, ລວມທັງດຶງດູດນັກທ່ອງຕ່າງປະເທດເຂົ້າມາທ່ຽວລາວ, ດັ່ງນັ້ນຈິ່ງເກີດໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນຂື້ນ.
ວັນທີ 20 ພຶດສະພາ 2021 ຜ່ານມາ ເຈົ້າແຂວງຈຳປາສັກ ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ຊຸກຍູ້ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເມືອງໂຂງ, ແຂວງຈໍາປາສັກ, ໂດຍມີ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຮອງເຈົ້າແຂວງຈຳປາສັກ, ບັນດາທການນຳພະແນກການ ຂອງແຂວງ ແລະ ເມືອງໂຂງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ ມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ວິນເຊັນ ລີ ປະທານ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ມີມູນຄ່າການລົງທຶນທັງໝົດ 9 ຕື້ໂດລາສະຫະລັດ ໃນນັໍ້ນເປັນການລົງທຶນ ໃສ່ການກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າ 1,3 ຕື້ໂດລາສະຫະລັດ ທີີ່ເປັນການລົງທຶນຂອງຜູູ້ພັດທະນາ. ເນື້ອທີ່ໂຄງການ 9.848 ເຮັກຕາ, ໃນນັ້ນ 2.775 ເຮັກຕາ ແມ່ນເປັນເນື້ອທີີ່ເກາະດອນຕ່າງໆ ມີ 7 ກິດຈະການ ຄື:
- ໂຄງການກໍ່ສ້າງໂຄງລ່າງພື້ນຖານພາຍໃນເຂດ.
- ໂຄງການສ້າງແຫລ່ງທ່ອງທ່ຽວ.
- ໂຄງການສ້າງທະນາຄານ, ສະຖາບັນການເງິນ.
- ໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາ ລະນະສຸກ, ພັດທະນາບຸກຄະລາກອນ ແລະ ສີມືແຮງງານ.
- ໂຄງການບໍລິການແຫລ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານທີີ່ພັກ, ສະໜາມກິລາ.
- ໂຄງການສ້າງແຫລ່ງບັນເທີງ, ກິດຈະການກາຊີໂນ.
- ກິດຈະການຕ່າງໆ ທີີ່ບໍ່ສົ່ງຜົນກະທົບຕໍ່ສິີ່ງແວດລ້ອມ.
ສຳລັບ ຄວາມຄືບໜ້າໃນການຈັດຕັໍ້ງປະຕິບັດໂຄງການ ປັດຈຸບັນໄດ້ສໍາເລັດການເຮັດບົດປະເມີນຜົນກະທົບຕໍ່ສີ່ງແວດລ້ອມໂດຍລວມຂອງໂຄງການ, ໄດ້ອອກແບບໃນຂັ້ນເບື້ອງຕົ້ນ ບັນດາກິດຈະການຕ່າງໆ ທີີ່ຢູ່ໃນໄລຍະທີ 1, ສໍາເລັດການກໍ່ສ້າງເສັ້ນທາງເບຕົງອ້ອມດອນໂຂງ ໄລຍະ 43 ກິໂລແມັດ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ແລະ ໜ້າວຽກອື່ນໆ.
ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ລົງຕິດຕາມໂຄງການກໍ່ ສ້າງອາຄານຮຽນ ແລະ ສະໂມສອນ ໂຮງຮຽນປະຖົມ ບ້ານຂີ້ນາກ ແມ່ນເປັນໂຄງການໃຫ້ການຊ່ວຍ ເຫລືອລ້າ ຂອງ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ມູນຄ່າການລົງທຶນ 100.000 ກວ່າໂດລາສະຫະລັດ. ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຂີ້ນາກ ແມ່ນໄດ້ວາງສີລາເລີກ ເມື່ອວັນທີ 19 ມີນາ 2021 ຜ່ານມາ ແລະ ປັດຈຸບັນ ເຫັນວ່າມີຄວາມຄືບໜ້າຫລາຍສົມຄວນ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນຊີ້ນຳໃຫ້ ບໍລິສັດຜູູ້ພັດທະນາ ແລະ ພະແນກການກ່ຽວຂ້ອງ ຕ້ອງໄດ້ປະສານສົມທົບໃຫ້ການຮ່ວມມື ແຜນແມ່ບົດການພັດ ທະນາໂຄງການ (Master Plan) ຢ່າງເປັນປົກກະຕິ ໃຫ້ມີຄວາມຄືບໜ້າຫລາຍກວ່າເກົ່າ ໂດຍສະເພາະ ແຜນຈັດຕັໍ້ງປະຕິບັດ ການພັດທະນາໂຄງການໃນໄລຍະທີ 1 ເພື່ອປະກອບສ່ວນ ເຂົ້າໃນການພັດທະນາແຂວງຈຳປາສັກ ບົນພື້ນຖານຜົນສຳເລັດຂອງສາຍພົວພັນລາວ-ຈີນ ພາຍໃຕ້ການຊີ້ນຳ-ນຳພາຍຸດທະສາດລະຫວ່າງ ການນຳຂັ້ນສູງ ຂອງສອງປະເທດ ຮ່ວມກັນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laophattananews.com