ສ​ປ​ປ ລາວ ປະ​ກາດສືບ​ຕໍ່​ລັອກ​ດາວຈົນ​ເຖິງວັນ​ທີ4 ພຶດ​ສະ​ພາ2021

SA Game

ພາບ: laodaily.com.la

ລັດຖະບານ ປະກາດສືບຕໍ່ ລັອກດາວ ແຕ່ວັນທີ 21 ພຶດສະພາ ເຖິງ 4 ມິຖຸນາ 2021.

ໃນວັນວັນທີ 20 ພຶດສະພາ 2021, ທີ່ ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຖະແຫຼງຂ່າວ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021 ໂດຍການໃຫ້ຖະແຫຼງຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ.

ວັນທີ 20 ພຶດສະພາ 2021 ເປັນມື້ສຸດທ້າຍຂອງການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ ຊຶ່ງອີກບໍ່ພໍເທົ່າໃດຊົ່ວໂມງ ກໍຈະໝົດກຳນົດເວລາແລ້ວ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ສັງຄົມ ລ້ວນແຕ່ໄດ້ປະຕິບັດໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການລະບາດມີທ່າອ່ຽງຫຼຸດລົງ ຢູ່ບາງແຂວງ.

SA Game
ພາບ: laodaily.com.la

ແຕ່ເຖິງຢ່າງໃດກໍ່ຕາມສະພາບການລະບາດ ກໍຍັງສືບຕໍ່ແຜ່ລາມໃນຊຸມຊົນ ເປັນວົງກວ້າງ ແລະ ຢູ່ບາງບໍລິເວນໃນທົ່ວປະເທດ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ຊຶ່ງເຮັດໃຫ້ການຄວບຄຸມ ແລະ ສະກັດກັ້ນການລະບາດມີຄວາມຫຍຸ້ງຍາກຂຶ້ນ, ແກ່ຍາວເວລາມາດົນສົມຄວນ ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງຊາດ, ລວມທັງການທຳມາຫາກິນ, ສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນບໍ່ໜ້ອຍ. ຕໍ່ສະພາບການລະບາດດັ່ງກ່າວ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ແຈ້ງການ ສະບັບເລກທີ 462/ຫສນຍ, ລົງວັນທີ 5 ພຶດສະພາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 0 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ມິຖຸນາ 2021, ພ້ອມທັງ ຍົກລະດັບມາດຕະການ ໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ຜ່ອນຜັນບາງມາດຕະການ ຢູ່ບາງບໍລິເວນ ດັ່ງນີ້:

ສຳລັບມາດຕະການເພີ່ມເຕີມ ມີດັ່ງນີ້:

  • ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມທຸກປະເພດ.
  • ເຂດໃດ ແລະ ບ້ານໃດ ທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການ ຂອງບັນດາໂຮງງານ, ຫົວໜ່ວຍການຜະລິດ ທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ.
  • ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດ ຈາກອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານ ເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ແລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.
  • ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ. ກໍລະນີທີ່ຈະຕ້ອງ ຈັດກິດຈະກຳໃດໜຶ່ງທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບູ ຫຼື ເຈລລ້າງມື້ ຄັກແນ່.
  • ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ.
  • ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍ ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊູບເປີມາເກັດ,
  • ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫຼືອຈາກຜູ້ປະກອບການ, ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະ ສະເພາະກິດ ຄົ້ນຄວ້າຮູບແບບການຮັບເຄື່ອງຊ່ວຍ ເຫຼືອດັ່ງກ່າວ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.
  • ໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດໃນການຈັດຕັ້ງ ປະຕິບັດມາດຕະການຕ່າງໆ ຕາມຄວາມເໝາະສົມ ຢູ່ແຕ່ລະເປົ້າໝາຍ ກໍຄື ຢູ່ແຕ່ລະເຂດ ເຊັ່ນ : ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ.
SA Game
ພາບ: laodaily.com.la

ສ່ວນມາດຕະການຜ່ອນຜັນ ມີດັ່ງນີ້:

  • ທ້ອງຖິ່ນໃດທີ່ບໍ່ມີການລະບາດໃນຊຸມຊົນ ໃຫ້ສາມາດເດີນທາງເຂົ້າ-ອອກ ພາຍໃນທ້ອງຖິ່ນຕົນ ໄດ້ປົກກະຕິ.
  • ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ
  • ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫຼື ມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ ເປັນອັນຂາດ.
  • ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ.
  • ອະນຸຍາດໃຫ້ອອກກຳລັງກາຍ, ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆ, ການຫຼິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ ໂຄວິດ-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ
  • ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ ໂຄວິດ-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ສຳລັບການຂົນສົ່ງສິນ ຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິ ບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

ກ່ຽວກັບມາດຕະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ມອບໃຫ້ຂະແໜງການ ແລະ ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າໜ້າທີ່ໜ່ວຍປະຕິບັດງານຢູ່ແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ແລະພັນທະຂອງຕົນຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນມີຜູ້ລະເມີດ ແມ່ນຕ້ອງດຳເນີນຕາມມາດຕະການ, ຕາມກົດໝາຍ ແລະ ລະບຽບການກໍານົດຢ່າງເຂັ້ມງວດ.

ມາດຕະການທີ່ໄດ້ກ່າວມານັ້ນ ມີຜົນສັກສິດນັບແຕ່ວັນທີ 21 ພຶດສະພາ ຫາວັນທີ 04 ມິຖຸນາ 2021. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la