ເຂດ​ພັດ​ທະ​ນາເມືອງ​ໃໝ່​ໄຊ​ເສດ​ຖາ​ຈະ​ສ້າງ​ໃຫ້​ສຳ​ເລັດ​ໃນ​ປີ2030

SA Game

ພາບ: ລາວ​ພັດ​ທະ​ນາ

​ປີ 2030 ເຂດພັດທະນາກວມລວມໄຊເສດຖາ ເມືອງໃໝ່ຂອງນະຄອນຫລວງວຽງຈັນ ຈະສ້າງໃຫ້ສຳເລັດສົມ​ບູນ.

​ຈາກ​ການ​ລົງຕິດຕາມຄວາມຄືບໜ້າຂອງການພັດທະນາເຂດກວມລວມໄຊເສດຖາ ເມືອງໃຫມ່ນະຄອນຫລວງວຽງຈັນໃນ​ທ້າຍ​ປີ 2020ນີ້,ຊຶ່ງແມ່ນການຮ່ວມລົງທຶນລາວ- ຈີນ, ເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການຮ່ວມລົງທຶນລະຫ່ວາງກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢູນນານຮຸ້ນສ່ວນຈໍາກັດ ແລະ ນະຄອນຫລວງວຽງຈັນ, ຊຶ່ງເປັນໂຄງການຮ່ວມມືລະດັບປະເທດທີ່ລັດຖະບານລາວ-ຈີນໄດ້ຮັບຮູ້ຮ່ວມກັນ ແລະ ເປັນເຂດເສດຖະກິດການຄ້າຕ່າງປະເທດແຫ່ງໜຶ່ງດຽວຂອງຈີນຢູ່ໃນ ສປປ ລາວ.

ເຂດພັດທະນາກວມລວມໄຊເຊດຖາ ຕັ້ງຢູ່ຊານເມືອງຂອງນະຄອນຫຼວງວຽງຈັນ, ເຊິ່ງກວມ ເນື້ອທີ່ທັງຫມົດ 1.149 ເຮັກຕາ, ຄາດວ່າຈະມີການລົງທຶນທັງຫມົດ 5 ຕື້ໂດລາສະຫະລັດ. ຊຶ່ງມາຮອດປັດຈຸບັນໄດ້ມີການລົງທຶນໄປແລ້ວ 1,3 ຕື້ໂດລາສະຫະລັດ, ໃນນັ້ນ, ລວມທັງການລົງທຶນພື້ນຖານໂຄງລ່າງມີປະມານ 600 ລ້ານໂດລະສະຫະລັດ, ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນແລ້ວ 86 ຫົວໜ່ວຍຈາກ 7 ປະເທດໃນພາກພື້ນ. ສາມາດສ້າງວຽກເຮັດງານທໍາໄດ້ 1. 800 ຄົນ.

SA Game
ພາບ: ລາວ​ພັດ​ທະ​ນາ

ການພັດທະນາໄດ້ ສຸມໃສ່ຂະແຫນງການອຸດສາຫະກໍາ, ພັດທະນາເປັນຕົວເມືອງ ແບບກົມກຽວ ໂດຍໄດ້ແບ່ງ ອອກເປັນ 3 ໄລຍະຄື:

ໄລຍະທີ 1 ແມ່ນສຸມໃສ່ພັດທະນາໃນຂະແໜງການ ອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແຫນງການຂົນສົ່ງ, ເຂດການຄ້າ, ເຂດທີ່ຢູ່ອາໄສ, ເຂດທ່ອງທ່ຽວ ແລະ ຈະພະຍາຍາມສ້າງເປັນຕົວເມືອງໃໝ່ຂອງນະຄອນຫລວງວຽງຈັນໃຫ້ສົມບູນແບບ.

ໂຄງການດັ່ງກ່າວມາຮອດປັດຈຸບັນໄດ້ສໍາເລັດການພັດທະນາພື້ນຖານໂຄງລ່າງກວມເອົາເນື້ອທີ່ 400 ເຮັກຕາ, ລວມທັງ ຜົນສໍາເລັດການກໍ່ສ້າງ ບັນດາເສັ້ນທາງເຊື່ອມຈອດ, ເຂດສີຂຽວ, ລະບົບນໍ້າປະປາ, ສະຖານີໄຟຟ້າ 115 ກິໂລວັດໂມງ. ພ້ອມ ການກໍ່ສ້າງໂຮງງານມາດຕະຖານທີມີເນື້ອທີ່ຫາຍເຖິງ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານເພື່ອຕອບສະຫນອງຄວາມຕ້ອງການດ້ານການບໍລິການໃຫ້ບັນດາວິສາຫະກິດຕ່າງໆໃນເຂດໂຄງການໄດ້ດໍາເນີນວຽກງານດ້ວຍຄວາມສະດວກສະບາຍ.

ສ່ວນການພັດທະນາໄລຍະທີ 2 ແລະ 3ຄື: ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການກໍ່ສ້າງເຂດລິເລີ່ມຕົວເມືອງໃໝ່. ບົນຈິດໃຈປະເທດລາວ ແລະ ຈີນເປັນສອງປະເທດທີ່ມີຊາຍແດນ ແລະ ສາຍນ້ຳຕິດຈອດກັນ, ເປັນສອງປະເທດທີ່ຈັດຕັ້ງປະຕິບັດຕາມລັດສັງຄົມນິຍົມ ແລະ ມີສາຍສໍາພັນອັນເລີກເຊິ່ງ.

ດັ່ງນັ້ນໂຄງການພັດທະນາເມືອງໃຫມ່ນີ້, ຈະເປັນສ່ວນໜຶ່ງເພື່ອຮັດແຫນ້ນສາຍສໍາພັນລະຫວ່າງສອງປະເທດໃຫ້ແຫນ້ນແຟ້ນກວ່າເກົ່າ ແລະ ເປັນໂຄງການໜຶ່ງໃນ ການ ສົ່ງເສີມການຮ່ວມມືດ້ານຄວາມອາດສາມາດການຜະລິດຂອງຈີນຢູ່ໃນ ສປປ ລາວ, ເປັນເວທີ ແຫ່ງການດຶງດູດນັກທຸລະກິດຂອງຈີນເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ທຽບເທົ່າກັບສາກົນ. ສໍາ ລັບຝ່າຍລາວ ແມ່ນໂຄງການໜຶ່ງທີ່ສ້າງຄວາມອາດສາມາດໃຫ້ແກ່ອົງປະກອບຂະແຫນງອຸດສາຫະກໍາ ຂອງລາວໃຫ້ອຸດົມສົມບູນຂຶ້ນກວ່າເກົ່າ ແລະ ຍັງສາມາດສົ່ງເສີມການພັດທະນາເສດຖະກິດຂອງລາວໃຫ້ດີຂຶ້ນເທື່ອລະກ້າວ.

ປັດຈຸບັນ, ເຂດພັດທະນາແຫ່ງນີ້ເປັນເຂດໜຶ່ງທີ່ສາມາດດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ໃນລາວໄດ້ນັບມື້ຫລາຍຂຶ້ນ ຄື: ບໍລິສັດ ໂຮຢາ ຂອງຍີ່ປຸ່ນ, ບໍລິສັດ ເປໂຕຣເຄມີລາວຈໍາກັດ, ບໍລິສັດຢາສູບ ລາວ-ຈີນ, ບໍລິສັດຄວາມ ຫວັງໃໝ່, ບໍລິສັດ ໂກເດີນ ລາວ ແລະ ບໍລິສັດອື່ນທີ່ມີຊື່ສຽງໃນພາກພື້ນ,ຊອ່ງ ເຂດພັດທະນາແຫ່ງນີ້ໄດ້ສ້າງ ເງື່ອນໄຂອັນດີໃຫ້ແກ່ການພັດທະນາຂອງຂະແຫນງອຸດສາຫະກໍາ ສປປ ລາວ ໃຫ້ມີຄວາມ ອຸດົມສົມບູນຂຶ້ນກວ່າເກົ່າ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແຮງງານລາວນັບມື້ຫລາຍຂຶ້ນ,ຊຶ່ງຄາດວ່າຮອດທ້າຍ ປີ ນີ້ຈະສາມາດສ້າງວຽກເຮັດງານທໍາໄດ້ໃຫ້ແກ່ສັງຄົມໄດ້ຕື່ມອີກຫລາຍກ່ວາ 5000 ຄົນ.ພ້ອມນີ້ເປົ້າຫມາຍຫນຶ່ງອີກຂອງເຂດພັດທະນາແຫ່ງນີ້ ຍັງໄດ້ເນັ້ນການຖ່າຍຖອດບົດຮຽນໃຫ້ພະນັກງານຝ່າຍລາວໃຫ້ມີຄວາມສາມາດດ້ານການບໍລິຫານແລະ ສ້າງເງື່ອນໄຂໃຫ້ ປະຊາຊົນອ້ອມຂ້າງໄດ້ມີໂອກາດສ້າງທຸລະກິດສ່ວນຕົວ ແລະ ການປະກອບ ອາຊີບເພື່ອຫາລາຍໄດ້ມາສູ່ຄອບຄົວ ແລະ ສັງຄົມອີກດ້ວຍ.

ບໍລິສັດຮ່ວມທືນລາວ-ຈີນ ຈໍາກັດ ແມ່ນຜູ້ລົງທຶນຫລັກໃນການພັດທະນາເຂດ ກວມລວມໄຊເຊດຖາ ແລະ ມີສ່ວນຮ່ວມໃນການຊ່ວຍເຫລືອ ສັງຄົມເລື້ອຍມາຄື: ໃນປີ 2010 ຜ່ານມາ , ບໍລິສັດ ໄດ້ຮ່ວມກັບພະແນກການຄ້າ ແຂວງຢູນນານ ໄດ້ໃຫ້ການຊ່ວຍເຫລືອກໍ່ສ້າງໂຮງຮຽນປະຖົມນາໄຫ ມີມູນຄ່າການກໍ່ສ້າງທັງຫມົດ 130 ພັນໂດລາສະຫາລັດ, ໂຮງຮຽນດັ່ງກ່າວມີ ເນື້ອທີ່ 392 ຕາແມັດ, ລວມມີ 6 ຫ້ອງຮຽນ, ຫ້ອງພັກຄູ, ຫ້ອງນໍ້າ ແລະ ໂຕະຕັ່ງຄົບຊຸດ, ພ້ອມໄດ້ສະຫນອງອຸປະກອນການຮຽນທີ່ຈໍາເປັນໃຫ້ແກ່ນັກຮຽນອີກດ້ວຍ, ເພື່ອສ້າງສະພາບແວດລ້ອມທີ່ດີ ຕໍ່ການສຶກສາ-ຮ່ໍາຮຽນຂອງເດັກນັກຮຽນດີຂຶ້ນ.

ໃນຊ່ວງເວລາທ່ານ ບຸນຍັງ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ນາງປານີ ຢາທໍຕູ້ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດເຂົ້າມາຢ້ຽມຢາມເຂດພັດທະນາແຫ່ງນີ້, ເພິ່ນກໍໄດ້ແນະນຳໃຫ້ພັດທະນາເປັນເຂດເສດຖະກິດຕົວແບບໃນ ສປປ ລາວ, ພ້ອມດຽວກັນນັ້ນ, ລັດຖະບານ ແລະ ປະຊາຊົນ ໄດ້ມີຄວາມຫວັງວ່າເຂດພັດທະນາຈະສາມາດປະຕິບັດແນວຄິດການພັດທະນາສີຂຽວແບບຍືນຍົງ, ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ສ້າງວຽກເຮັດງານທໍາ ແລະ ໂອກາດດ້ານການດໍາເນີນທຸລະກິດ ໃຫ້ຫຼາຍ ຂຶ້ນ, ພ້ອມສົ່ງເສີມການພັດທະນາ ສາຍສໍາພັນຂອງສອງຊາດລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ລາວ​ພັດ​ທະ​ນາ.