ຄໍາວ່າ ຄຸນນະພາບ ມີຄວາມໝາຍໃນພາສາລາວແນວໃດ?
ອະທິບາຍຄວາມໝາຍຂອງຄໍາວ່າ ຄຸນນະພາບ ໃນພາສາລາວ.
ໃນພາສາລາວຂໍ້ກຳນົດທີ່ຕ້ອງການໂດຍສິນຄ້າທີ່ໃຫ້ບໍລິການນັ້ນສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າແມ່ນຜະລິດຕະພັນທີ່ສອດຄອງກັບຄວາມພໍໃຈຂອງລູກຄ້າ ຫລື ການດຳເນິນງານຂອງຂະບວນການໃດໜຶ່ງທີ່ມີປະສິດທິພາບເປັນໄປຕາມຂໍ້ກຳນົດທີ່ຕ້ອງການ ແລະ ຄາດຫວັງໄວ້ຂອງບຸກຄົນຕ່າງໆທີ່ນຳໃຊ້ໄດ້ຕາມເປົ້າໝາຍ ຫລື ດີເກີນຄາດ, ເຫຼົ່ານີ້ຄືຄຸນນະພາບ.
ຄຸນນະພາບ ໃນພາສາລາວຈະເວົ້າໃຫ້ເຂົ້າໃຈງາຍໆດັ່ງນີ້: ຫາກລູກຄ້າຄົນໃດຄົນໜຶ່ງສັ່ງສິນຄ້າຢ່າງໃດຢ່າງໜຶ່ງ ຫຼື ອາຫານການກິນກໍຕ້ອງໃຫ້ໄດ້ຕາມຄວາມຄາດຫວັງຂອງລູກຄ້າຖ້າຫາກລູກຄ້າສັ່ງເສື້ອຜ້າທີ່ເປັນຍີ້ຫໍ້ທີ່ດີແພດີແລ້ວໃນກໍລະນີສິນຄ້ານັ້ນໝົດເຮົາກໍ່ຕ້ອງຕອບຂໍໂທດລູກຄ້າເພາະສິນຄ້ານັ້ນໝົດບໍ່ແມ່ນວ່າຈະເອົາສິນຄ້າລາຄາຖືກມາປ່ຽນແທ່ນໃຫ້ລູກຄ້າຖ້າເຮັດແນວນີ້ສິນຄ້າກໍ່ຈະບໍ່ໄດ້ຕາມຄວາມຄາດໝາຍຂອງລູກຄ້າຈະເອີ້ນວ່າສິນຄ້າບໍ່ມີຄຸນນະພາບໄດ້.
ຄຳວ່າ ຄຸນນະພາບ.
ແມ່ນມາດຕະຖານຂອງບາງສິ່ງບາງຢ່າງທີ່ວັດແທກທຽບໃສ່ສິ່ງອື່ນໆທີ່ຄ້າຍຄືກັນ, ລະດັບຂອງຄວາມ ດີເລີດຂອງບາງສິ່ງບາງຢ່າງ, ການປັບປຸງຜະລິດຕະພັນໃຫ້ດີກວ່າເກົ່າ, ເຊິງຄຳວ່າຄຸນນະພາບນີ້ໃນທາງການຄ້າຂາຍຈະເຫັນວ່າມີການນຳໃຊ້ຫລາຍເຊັ່ນ ລູກຄ້າທີ່ຈະຊື້ສິນຄ້າ ຫຼື ບໍ່ລິການມັກຈະຄິດເຖິ່ງລັກສະນະຕ່າງໆທີ່ກ່ຽວກັບປະໂຫຍດຂອງສິນຄ້າທີ່ຈະສ້າງເຖິ່ງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າຜູ່ບໍລິໂພກ ຫຼື ຜູ່ໃຊ້ບໍລິການ ແລະ ຄຸນນະພາບມີຄວາມສຳຄັນຫຼາຍຕໍກັບເຈົ້າຂອງສິນຄ້າເພາະຈະເຮັດໃຫ້ບັນລຸເປົ້າໝາຍໄດ້ສຳເລັດຕາມທີ່ກຳນົດໄວ້.
ຕົວຢ່າງ:
- ເສື້ອຜືນນີ້ຂ້ອຍນຸ່ງມາໄດ້ຫລາຍປີແລ້ວຍັງນຸງໄດ້ດີຢູ່ຖືວ່າເສື້ອນີ້ຄຸນນະພາບດີ.
- ຮັບປະທານອາຫານທີ່ມີຄຸນນະພາບ, ສະອາດດີ ຈະເຮັດໃຫ້ສຸຂະພາບດີ ແລະ ແຂງແຮງ.
- ລົດຈັກຍີຫໍ້ນີ້ຄຸນນະພາບບໍ່ດີປານໃດບໍ່ຄືຍີຫໍ້ຮອນດາ
- ການສ້າງເສັ້ນທາງນີ້ບໍ່ໄດ້ຄຸນນະພາບບໍ່ທັນໃຊ້ຮອດປີກໍເປ່ເພແລ້ວ.
ສະຫຼຸບ.
ຄໍາວ່າ ຄຸນນະພາບ ແມ່ນມາດຕະຖານຂອງບາງສິ່ງບາງຢ່າງທີ່ວັດແທກທຽບໃສ່ສິ່ງອື່ນໆທີ່ຄ້າຍຄືກັນ, ລະດັບຂອງຄວາມ ດີເລີດຂອງບາງສິ່ງບາງຢ່າງ, ການປັບປຸງຜະລິດຕະພັນໃຫ້ດີກວ່າເກົ່າ, ແລະ ຍັງແມ່ນຄວາມເໝາະສົມໃນການໃຊ້ງານ, ສິນຄ້າທີ່ດີ, ຄວາມຊື່ສັດມີການກວດຄືນການຄວບຄຸ້ມມາດຕະຖານຂໍ້ກຳນົດຄວາມເພິງພໍໃຈທີ່ເຂົ້າມາໃຊ້ບໍລິການນັ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo