ມາ​ເວົ້າ​ລະ​ອຽດ​ກັບຄຳ​ວ່າ ທີ ແລະ ທີ່ ທີ່​ຫລາຍ​ຄົນ​ມັກ​ໃຊ້​ຫລົງ​ກັນ

SA Game

DooDiDo

ອະທິບາຍຄວາມໝາຍໃຫ້​ລະ​ອຽດ​ອີກ​ກັບຄຳວ່າ ທີ ແລະ ທີ່.

ການຂຽນ ຫຼື ການອອກສຽງໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ຍັງເຮັດໃຫ້ເກີດຂໍ້ສົງໃສ ແລະ ຄ້າງຄາໃຈວ່າຄຳສັບບາງຄຳມີການຂຽນ ແລະ ອອກສຽງທີ່ໃກ້ຄຽງກັນຫຼາຍແຕ່ເປັນຫຍັງຄວາມໝາຍຊ້ຳພັດແຕກຕ່າງກັນ ຈື່ງອາດພາໃຫ້ເກີດມີບັນຫາໃນການໃຊ້ຄຳສັບ ຫຼື ຖ້ອຍຄຳໃນການສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ນ້ຳສຽງທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ທີ ແລະ ທີ່

ຄຳວ່າ  ທີ ແລະ ທີ່ ເປັນຄຳທີ່ມີການຂຽນ, ການອ່ານ ແລະ ການອອກສຽງໃກ້ຄຽງກັນທີ່ສຸດເພາະມັນຈະມີຈຸດແຕກຕ່າງກັນພຽງເຫຼັກໜ້ອຍຢູ່ບ່ອນວັນນະຫຍຸດ, ດັ່ງນັ້ນ​ສອງ​ຄຳ​ນີ້ຫຼາຍໆຄົນຈື່ງອາດຍັງສະກົດ ຫຼື ອອກສຽງອັນດຽວກັນຢູ່ ເພາະຄິດວ່າມັນມີຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນການຂຽນ, ການໃຊ້ຄຳສັບ,ແລະ ນ້ຳສຽງ, ດັ່ງນັ້ນມື້ນີ້ເຮົາຈະມາສຶກສາຄຳວ່າ ທີ ແລະ ທີ່ ນີ້ໄປພ້ອມກັນວ່າ ທັງສອງຄຳນີ້ມິຫຼັກການຂຽນ,ສຽງອ່ານ, ຄວາມໝາຍ ແລະ ການນຳໃຊ້ແຕກຕ່າງຄືແນວໃດ.

SA Game
DooDiDo

ຄຳວ່າທີ.

     ຄຳວ່າທີ ເປັນຄຳນາມໝາຍເຖິງ ຄັ້ງ, ຄາວ, ເທື່ອ,ຊັ້ນ, ຕຳແໜ່ງ, ລຳດັບ, ຫົນ ເຊັ່ນວ່າ: ເທື່ອໜື່ງ, ທີໜື່ງ, ລຳດັບໜື່ງ, ສ່ວນຫຼາຍຄຳນີ້ເຮົາຈະມັກນຳໃຊ້ເຂົ້າໃນການຈັດລຽງລຳດັບທຸກສິ່ງຢ່າງທີ່ເຮົາຕ້ອງການນຳມາຈັດລຽງເພື່ອໃຫ້ເກີດມີຄວາມຖືກຕ້ອງ ຫຼື ເປັນລະບຽບເຊັ່ນ:

ຕົວຢ່າງ :

  1. ຂ້ອຍເຂົ້າສອບເສັງນັກຮຽນເກັ່ງໄດ້ອັນດັບທີ1ຂອງເມືອງໄຊທານີ.
  2. ໃນປີທີ່ຜ່ານມາເອື້ອຍຂ້ອຍໄດ້ເລື່ອນຕຳແໜ່ງຂື້ນເປັນຮອງຫົວໜ້າພະແນກ.
  3. ຂ້ອຍເປັນລູກສາວຄົນທີ 6 ຂອງຄອບຄົວ.

ຄຳວ່າທີ່.

     ຄຳວ່າທີ່ ເປັນຄຳນາມໝາຍເຖິງ ສະຖານ, ຖິ່ນ, ລຳດັບຂອງສິ່ງໃດໜື່ງໃນໝວດໝູ່, ບ່ອນ, ຈຸດ, ໜື່ງໆເຊັ່ນ: ຄັ້ງທີ່1, ຄັ້ງທີ່2,ຄັ້ງທີ3 ແລະ ຄັ້ງອື່ນໆ…ສ່ວນຫຼາຍຄຳວ່່າທີ່ຈະມັກໃຊ້ກັບການບົງບອກເຖິງສະຖານທີ່, ຖີ່ນຖານ, ທີ່ຢູ່ອາໃສ ແລະ ອື່ນໆ…

ຕົວຢ່າງ:

  1. ທົ່ງໄຫຫີນເປັນສະຖານທີ່ທ່ອງທ່ຽວປະຫວັດສາດຂອງແຂວງຊຽງຂວາງ.
  2. ນາງດວງໃຈອາໃສຢູ່ທີ່ບ້ານດອນໜູນ,ເມືອງໄຊທານີ,ນະຄອນຫຼວງວຽງຈັນ.
  3. ປະເທດລາວເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ.

ສະຫຼຸບ.

ຄຳວ່າທີ ແລະ ທີ່ ນັ້ນອາດມີຫຼັກການຂຽນ ແລະ ການອ່ານທີ່ໃກ້ຄຽງກັນຫຼາຍທີ່ສຸດ ແຕ່ມີຄວາມໝາຍທີ່ແຕກຕ່າງກັນ ດັ່ງນັ້ນເພື່ອເປັນການບໍ່ໃຫ້ເກີດມີການຜິດພາດໃນການຂຽນ,ການອ່ານ ຫຼື ການອອກສຽງພວກເຮົາຕ້ອງຈື່ໃຫ້ໄດ້ວ່າ ທັງສອງຄຳນີ້ເປັນປະເພດຄຳທີ່ຄ້າຍຄືກັນແຕ່ມີຄວາມໝາຍແຕກຕ່າງກັນ ເພາະຄຳວ່າທີນັ້ນໝາຍເຖິງ ຄັ້ງ, ຄາວ, ເທື່ອ,ຊັ້ນ, ຕຳແໜ່ງ, ລຳດັບ, ຫົນ, ສ່ວນຄຳວ່າທີ່ ໝາຍເຖິງສະຖານ, ຖິ່ນ,ດັ່ງທີ່ເຮົາອະທິບາຍມາຂ້າງເທິງນັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo