ພາສາລາວ ກັບຄວາມໝາຍຂອງຄຳວ່າ ຕື່ມ ແລະ ເຕີມ

SA Game

DooDiDo

ຕື່ມ ແລະ ເຕີມ ພາ​ສາ​ລາວໃຊ້​ຈັ່ງ​ໃດ ແລະ ອະ​ທິ​ບາຍຄວາມ​ໝາຍຂອງ​ມັນ.

ໃນ​ພາ​ສາ​ລາວ ຄຳ​ວ່າ ຕື່ມ ແລະ ເຕີມ ເຫັນ​ມີ​ຫລາຍໆ​ທ່ານ​ໃຊ້​ທັງ​ຖືກ​ແດ່​ຜິດ​ແດ່ ແລະ ຄິດ​ວ່າ​ຫລາຍ​ຄົນ​ກໍ່​ຄົງ​ຈະ​ຢາກ​ເຂົ້າ​ໃຈ​ການ​ໃຊ້​ຄຳ​ນີ້ ເພື່ອ​ໃຫ້​ຖື​ກ​ຕ້ອງ ແລະ ນະ​ທີ່​ນີ້​ເຮົາ​ຈະ​ມາ​ອະ​ທິ​ບາຍ ແລະ ຍົກ​ຕົວ​ຢ່າງ​ມາ​ຈັກ​ສອງ​ສາມ​ຕົວ​ຢ່າງ​ເພື່ອ​ໃຫ້​ເຂົ້າ​ໃຈ​ເພີມ​ຕື່ມອີກ.

​ເຫັນການ​ອະ​ທິ​ບາຍ​ຈາກ​ເຟ​ສ​ບຸກ​ເພ​ຈ ພາ​ສາ​ລາວ ໄດ້​ອະ​ທິ​ບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ ແລະ ຂໍ​ນຳມາ​ເພື່ອໃຫ້​ຫລາຍ​ຄົນ​ໄດ້​ຮູ້ ແລະ ເຂົ້າ​ໃຈ​ໄປ​ນຳ​ກັນ ດັ່ງ​ບາງ​ຕົວ​ຢ່າງ​ລຸ່ມ​ນີ້:

ເວລາໄປນັ່ງຢູ່ບ່ອນເຫຍັ້ນເຄື່ອງດື່ມພາໃຫ້ມ່ວນນັ້ນ ພວກເຮົາມັກຈະໄດ້ຍິນບັນດານັກດື່ມທັງຫຼາຍລົມກັນດ້ວຍສຽງລີ້ນພັນແຂ້ວ ພ້ອມດ້ວຍຄຳສັບ ‘ຕື່ມ’ ຢູ່ເລີຍໆ: “ເອົາຕື່ມອີກຈັກຈອກແມ້ ຈຶ່ງເມືອ!”, “ເອົາຕື່ມອີກບໍ່?” ຫຼືບໍ່ກໍ “ຕື່ມໃສ່ເຕັມຈອກເລີຍເດີ!”

SA Game
DooDiDo

ກົງກັນຂ້າມ ບາດເວລາໄປນັ່ງໃກ້ຮ້ານຂາຍບັດໂທລະສັບ ມັກຈະໄດ້ຍິນຄົນໃຊ້ໂທລະສັບມືຖືເວົ້າຄຳວ່າ ‘ເຕີມ’ ຢູ່ເລື້ອຍໆ ເຊັ່ນ “ເອົາບັດເຕີມເງິນໃຫ້ແດ່ ຫ້າສິບພັນກີບ!” ຫຼືບໍ່ກໍ “ບັດເຕີມເງິນສິບພັນມີບໍ່?”

ຄຳສັບ ‘ຕື່ມ’ ແລະ ‘ເຕີມ’ ທີ່ຍົກມາຂ້າງເທິງນີ້ ລ້ວນແຕ່ມີຄວາມໝາຍອັນດຽວກັນ ຄື ເພີ່ມ, ເສີມ, ໃສ່ ຫຼື ເອົາໃສ່ໃຫ້ຫຼາຍຂຶ້ນ.

ເວລາໃຊ້ເປັນຄຳຊ້ອນ ເຫັນເພິ່ນມັກຊ້ອນກັບຄຳວ່າ ‘ເພີ່ມ’ ເປັນ ‘ເພີ່ມເຕີມ’ ຫຼື ‘ເພີ່ມຕື່ມ’ ກໍໄດ້ ແລະກໍສາມາດຊ້ອນກັບ ‘ເສີມ’ ເປັນ ‘ເສີມຕື່ມ’ ດັ່ງນີ້ເປັນຕົ້ນ.

ນອກຈາກນັ້ນ, ຄຳວ່າ ‘ເຕີມ’ ກໍມັກໃຊ້ເປັນຊື່ຮຽກຂອງຄົນ ເຊັ່ນ ‘ຄຳເຕີມ ຊານຸບານ’, ‘ອາຈານບຸນເຕີມ ສີບຸນເຮືອງ’ ດັ່ງນີ້ເປັນຕົ້ນ. ແຕ່ບໍ່ປາກົດມີຄົນຊື່ ‘ຄຳຕື່ມ’ ຫຼື ‘ບຸນຕື່ມ’ ເລີຍ.

ຢ່າງໃດກໍຕາມ ທັງສອງຄຳນີ້ລ້ວນແຕ່ແມ່ນຄຳລາວທີ່ພວກເຮົາຄວນປົກປັກຮັກສາ ແລະນຳໃຊ້ໃຫ້ສອດຄ່ອງກັບປະໂຫຍກທີ່ໃຊ້ເຂົ້າໃນການແລກປ່ຽນຄວາມຄິດຄວາມເຫັນຢູ່ໃນສັງຄົມລາວຂອງພວກເຮົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: fb ພາສາລາວ