ໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ຂອງຄົນລາວຄົນທໍາອິດ.
ທ່ານ ສຸກກະເສີມ ແສນພູມີ ຄົນລາວຄົນທຳອິດໄດ້ຮັບໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” .
ຄົນລາວກໍເລີມມີໄອເດຍການປະດິດຄິດແຕ່ງບໍ່ໄດ້ນ້ອຍໜ້າໃຜລ້າສຸດໃນວັນທີ 9 ຕຸລາ 2020 ຜ່ານມາ, ທີ່ແຂວງວຽງຈັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືກົມຊັບສິນທາງປັນຍາ ມອບໃບຢັ້ງຢືນອະນຸສິທິບັດ “ລົດແຕນ-ຊິ້ງ” ໃຫ້ແກ່ທ່ານ ສຸກກະເສີມ ແສນພູມີ ຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ”.
ໂອກາດດັ່ງກ່າວ, ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ທ່ານ ສຸກກະເສີມ ແສນພູມີ ໃນນາມຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ” ໄດ້ຍື່ນຄໍາຮ້ອງຂໍຮັບອະນຸສິດທິບັດ ໃນວັນທີ 5 ສິງຫາ 2015 ແລະ ໄດ້ຮັບເລກທີຄໍາຮ້ອງ ເລກທີ PPT 18, ຜ່ານການຄົ້ນຄວ້າທາງດ້ານວິຊາການຂອງກົມຊັບສິນທາງປັນຍາ ກໍ່ຄືພະແນກສິດທິບັດ ກ່ຽວກັບເງື່ອນໄຂຂອງການໄດ້ຮັບອະນຸສິດທິບັດ ມາຮອດວັນທີ 10 ກໍລະກົດ 2019 ກົມຊັບສິນທາງປັນຍາ ໄດ້ອອກໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ໃຫ້ແກ່ຜູ້ກ່ຽວ.
ຊຶ່ງສິ່ງປະດິດດັ່ງກ່າວ ໄດ້ມີການປັບປຸງເຕັກນິກໃໝ່ ນັ້ນກໍ່ຄື ການຕໍ່ເຕີມໂຄງສ້າງຂອງໂຕລົດ ຈາກພື້ນຖານຂອງລົດໄຖນາເດີນຕາມທົ່ວໄປ ທີ່ມີພຽງ 2 ລໍ້, ເສີມເພົາຂັບທີ່ເຮັດວຽກຮ່ວມກັບກັກດັ້ງ ເພື່ອໃຫ້ສາມາດແລ່ນດ້ວຍ 4 ລໍ້ ເຮັດໃຫ້ລົດອີ່ແຕນຊິ້ງ ສາມາດເດີນທາງໄປໃນເສັ້ນທາງທີ່ທຸລະກັນດານ ຊຶ່ງພາຫະນະທົ່ວໄປເຂົ້າເຖິງໄດ້ຍາກ.
“ລົດອີ່ແຕ໋ນຊິ້ງ” ນອກຈາກຈະມີລາຄາຖືກກວ່າພາຫະນະທີ່ມີ 4 ລໍ້ທົ່ວໄປແລ້ວ ຍັງສາມາດນໍາໃຊ້ເພື່ອຂົນສົ່ງເຄື່ອງມືການກະເສດ ແລະ ຜົນລະປູກທາງການການກະເສດຂອງຊາວກະສິກອນ ໄດ້ຢ່າງສະດວກສະບາຍ ຊຶ່ງສິ່ງປະດິດນີ້ ສາມາດນໍາໃຊ້ເຂົ້າໃນການດໍາລົງຊີວິດຂອງປະຊາຊົນໄດ້ດີສົມຄວນ.
“ລົດອີ່ແຕນຊິ້ງ” ໄດ້ກາຍເປັນສິ່ງປະດິດທໍາອິດຂອງຄົນລາວ ທີ່ໄດ້ຮັບການປົກປ້ອງ ແລະ ໄດ້ຮັບໃບຢັ້ງຢືນອະນຸສິດທິບັດ ຊຶ່ງມັນໄດ້ກາຍເປັນນິມິດໝາຍທີ່ສໍາຄັນຂອງວຽກງານອະນຸສິດທິບັດຕໍ່ກັບຄົນລາວ ແລະ ຈະກາຍເປັນໜໍ່ແໜງໜຶ່ງທີ່ສໍາຄັນ ເພື່ອເປັນຕົວຢ່າງໃຫ້ແກ່ຜູ້ທີ່ມີຫົວຄິດປະດິດສ້າງ ໃນການຂໍປົກປ້ອງສິດຊັບສິນທາງປັນຍາທີ່ຕົນເອງໄດ້ສ້າງຂຶ້ນມາ.
ທ່ານຍັງໃຫ້ຮູ້ອີກວ່າ: ວຽກງານອະນຸສິດທິບັດ ເປັນວຽກງານຊັບສິນທາງປັນຍາປະເພດໜຶ່ງ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ເພື່ອປົກປ້ອງສິ່ງປະດິດທີ່ມີການປັບປຸງທາງດ້ານເຕັກນິກ ຊຶ່ງເປັນຫົວໃຈສໍາຄັນຂອງ ອະນຸສິດທິບັດ.
ບັນດາປະເທດທີ່ກໍາລັງພັດທະນາ ໄດ້ສຸມໃສ່ການຄິດຄົ້ນ ແລະ ພັດທະນາ ນະວັດຕະກໍາໃໝ່ ເພື່ອກະຕຸກຊຸກຍູ້ການພັດທະນາຂອງເສດຖະກິດແຫ່ງຊາດ ເວົ້າລວມ, ເວົ້າສະເພາະກໍ່ຄືການປະດິດສິ່ງໃໝ່ໆເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການດໍາລົງຊີວິດ ຊຶ່ງເປັນປັດໄຈຫຼັກໃນການຊຸກຍູ້ເສດຖະກິດພາຍໃນຂອງຕົນ ໃຫ້ມີການຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການ ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຕ່າງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ, ດໍາເນີນການຈັດຕັ້ງເຜີຍແຜ່ກ່ຽວກັບວຽກງານຊັບສິນທາງປັນຍາ ຜ່ານໂຄງການສ້າງຄວາມເຂັ້ມແຂງທາງດ້ານວຽກງານຊັບສິນທາງປັນຍາ ແລະ ຈັດຕັ້ງປະຕິບັດວຽກງານປິ່ນອ້ອມຈໍານວນໜຶ່ງ ພາຍໃຕ້ການ ຊີ້ນໍາ-ນໍາພາ ຢ່າງໃກ້ສິດຂອງການນໍາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.
ໃນໂອກາດດຽວກັນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບອຸປະກອນ ແລະ ພາຫະນະຮັບໃຊ້ການຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງໃຫ້ແກ່ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ມອບໂດຍ ທ່ານ ມາຄະ ຈັນທະລາ ແລະ ຮັບໂດຍ ທ່ານ ພົມມາລາ ນັນທະວົງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: pasaxon.org.la