​ສະຖິຕິ​ການຂຶ້ນບັນຊີຄົວເຮືອນ ແລະ ຜົນການສຳຫຼວດທົ່ວປະເທດ ຄັ້ງທີ III

SA Game

ພາບ: ພູ​ວຽງ​ຄຳ

ຜົນການສຳຫຼວດເສດຖະກິດທົ່ວປະເທດ ແລະ ການ​ຂື້ນ​ບັ​ນ​ຊີ​ຄົວ​ເຮືອນ ຄັ້ງທີ III.

ໃນ​ວັນ​ທີ 22 ຕຸລາ​ນີ້ ສູນ​ສະຖິຕິ​ແຫ່ງ​ຊາດໄດ້​ ຈັດ​ກອງ​ປະຊຸມ​ຄະນະ​ຊີ້ນໍາ ​ຜ່ານ​ຜົນ​ເບື້ອງ​ຕົ້ນການ​ຂຶ້ນບັນ ຊີ​ຄົວ​ເຮືອນ ແລະ ຜົນ​ການ ​ສຳຫຼວດ​ເສດຖະກິດ​ທົ່ວ​ປະ ເທດ​ ຄັ້ງ​ທີ III ຂຶ້ນ​ ທີ່​ກະຊວງການ ​ເງິນ​ ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ຊຶ່ງ​ມີ​ຄະນະ​ຊີ້​ນຳ​ສອງ​ການ​ສຳຫຼວດ ແລະ ຫ້ອງການ​ສອງ​ການ​ສຳຫຼວດເຂົ້າ​ຮ່ວມ.

ໃນກອງ​ປະຊຸມ​ໄດ້​ຜ່ານ​ຜົນ​ການ​ຂຶ້ນ​ບັນຊີ​ຄົວ​ເຮືອນ ​ແລະ ​ເຜີຍແຜ່​ຜົນ​ການ​ວິໄຈ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2020 ຊຶ່ງ​ຂໍ້​ມູນ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນໃນ​ການ​ສະໜອງ​ຂໍ້​ມູນ​ສະຖິຕິ​ທາງ​ການ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ VIII ກໍຄື​ການ​ກະກຽມແຜນການ​ພັດທະນາເສດຖະ​ກິດ ​-​ ສັງ ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX, ການ​ຕິດຕາມເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ແລະ ​ການ​ປະ​ເມີນ​ປະເທດ​ຂອງ​ເຮົາ​ໃນ​ການ​ຫຼຸດ​ພົ້ນ​ປະເທດ​ທີ່​ດ້ອຍ​ພັດທະນາ (LDC).

SA Game
ພາບ: ພູ​ວຽງ​ຄຳ

ສະນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ປຸ​ງ​ຄຸນ​ນະ​ພາບ ຂອງ​ຂໍ້​ມູນ​ສະຖິຕິ​ໃຫ້​ຫຍັບ​ເຂົ້າ​ສູ່​ມາດຕະຖານ ຂອງ​ສາກົນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຮັບປະກັນ​ໃນ​ການ​ເຊື່ອມ​ໂຍງ​ຂໍ້​ມູນ​ສະຖິຕິ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ການຈັດຕັ້ງ​ປະຕິບັດ​ການ​ສຳຫຼວດ​ເສດ​ຖະ​ກິດ​ທົົ່ວ​ປະເທດ​ຄັ້ງ​ທີ III ຖ້າ​ອີງ​ຕາມ​ແຜນ​ເບືີ້ອງ​ຕົ້ນ ແມ່ນ​ເຮົາ​ຈະ​ຈັດ​ຕັ້ງ​ປະຕິບັດ​ການ​ສຳຫຼວດ​ພາກ​ສະໜາມ​ໃຫ້​ສໍາ​ເລັດ​ໃນ​ໄລຍະ​ເດືອນ 3-4/2020 ແຕ່​ເນືີ່ອງ​ຈາກ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ປອດ​ອັກເສບ (COVID-19) ທີ່​ໄດ້​ແຜ່​ລະບາດ​ໃນ​ທົົ່ວ​ໂລກ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ການ​ສໍາ​ຫຼວດ​ພາກ​ສະໜາມ​ແມ່ນ​ໄດ້​ໂຈະ​ການ​ສໍາຫຼວດຊົົ່ວ​ຄາວ, ມາ​ຮອດ ກາງ​ເດືອນ​ກັນຍາ 2020 ຈຶ່ງ​ໄດ້​ສືບ​ຕໍໍ່​ການ​ສໍາ​ຫຼວດ.

ມາ​ຮອດ​ປັດຈຸ​ບັນ​ນີີ້​ການ​ວິໄຈ ຜົນ​ການ​ສໍາ​ຫຼວດເສດ​ຖະ​ກິດ​ທົົ່ວ​ປະເທດ​ຄັ້ງ​ທີ III ແມ່ນ​ສໍາ​ເລັດ​ໂດຍ​ພື້ນຖານ ສະເພາະ​ການ​ສໍາຫຼວດ​ສະ​ຖິ​ຕິິ​ກະ​ສິ​ກໍາ ແມ່ນ​ກໍາ​ລັງ​ຢູ່​ໃນຂັ້ນຕ​ອນ​ຂຸ້ນ​ຂ້ຽວ ກະກຽມ​ການ​ສໍາ​ຫຼວດ ພາກ​ສະໜາມ ຊຶ່ງ​ຄາດ​ວ່າ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ ໃນ​ກາງ​ເດືອນ​ພະຈິກ ເຖິງເດືອນທັນວາ ຈະ​ມາ​ເຖິງ​ນີ້.

ປັດຈຸ​ບັນ​ພັກ​ກໍ​ຄື​ລັດຖະບານ​ພວມ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ໄລຍະ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ແລະ ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VIII (2016-2020).

ຂໍໍ້​ມູນ​ການ​ສໍາ​ຫຼວດ​ເສດ​ຖະ​ກິດ​ທົົ່ວ​ປະເທດ ຄັ້ງ​ທີ III ນີີ້ ຈຶ່ງ​ມີຄວາມ​ສໍາ​ຄັນຕໍໍ່​ ການ​ປະ​ເມີນ​ຜົນ​ສໍາ​ເລັດໃນ​ ການຈັດຕັ້ງ​ປະຕິບັດ​ມະຕິ ແລະ ແຜນ​ພັດທະນາ​ດັ່ງກ່າວ ທັງເປັນ​ພືີ້ນ​ຖານໃຫ້​ແກ່​ການ​ວາງ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ ກໍ​ຄື​ການ​ວາງ​ແຜນ​ພັດທະນາເສດຖະກິດ​ສັງ ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025), ພ້ອມ​ນີີ້ຂໍໍ້​ມູນ​ຈາກ​ການ​ສໍາຫຼວ​ດັ່ງກ່າວ​ຈະ ປະກອບສ່ວນ​ອັນ​ໃຫ່​ຍ​ຫຼວງ​ເຂົ້າ​ໃນ​ການ​ຕີ​ລາຄາຄວາມ​ຄືບ​ໜ້າການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (ປພຍ) ຊຶ່ງ​ລັດຖະບານ ມີ​ພັນທະ​ໄດ້​ລາຍ​ງານ​ຕໍໍ່​ສາ​ກົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: pasaxon.org.la

(ຂ່າວ​-​ພາບ: ພູ​ວຽງ​ຄຳ)