ໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ​ຂອງຄົນ​ລາວ​ຄົນທໍາອິດ.

SA Game

ພາບ: pasaxon.org.la

ທ່ານ ສຸກກະເສີມ ແສນພູມີ ຄົນ​ລາວ​ຄົນ​ທ​ຳ​ອິດໄດ້ຮັບໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” .

ຄົນ​ລາວ​ກໍ​ເລີມ​ມີ​ໄອ​ເດຍ​ການ​ປະ​ດິດ​ຄິດ​ແຕ່ງ​ບໍ່​ໄດ້​ນ້ອຍ​ໜ້າ​ໃຜ​ລ້າ​ສຸດໃນວັນທີ 9 ຕຸລາ 2020 ຜ່ານມາ, ທີ່ແຂວງວຽງຈັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍຄືກົມຊັບສິນທາງປັນຍາ ມອບໃບຢັ້ງຢືນອະນຸສິທິບັດ “ລົດແຕນ-ຊິ້ງ” ໃຫ້ແກ່ທ່ານ ສຸກກະເສີມ ແສນພູມີ ຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ”.

ໂອກາດດັ່ງກ່າວ, ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ທ່ານ ສຸກກະເສີມ ແສນພູມີ ໃນນາມຜູ້ປະດິດ ແລະ ເປັນເຈົ້າຂອງສິ່ງປະດິດ “ລົດອີ່ແຕ໋ນຊິ້ງ” ໄດ້ຍື່ນຄໍາຮ້ອງຂໍຮັບອະນຸສິດທິບັດ ໃນວັນທີ 5 ສິງຫາ 2015 ແລະ ໄດ້ຮັບເລກທີຄໍາຮ້ອງ ເລກທີ PPT 18, ຜ່ານການຄົ້ນຄວ້າທາງດ້ານວິຊາການຂອງກົມຊັບສິນທາງປັນຍາ ກໍ່ຄືພະແນກສິດທິບັດ ກ່ຽວກັບເງື່ອນໄຂຂອງການໄດ້ຮັບອະນຸສິດທິບັດ ມາຮອດວັນທີ 10 ກໍລະກົດ 2019 ກົມຊັບສິນທາງປັນຍາ ໄດ້ອອກໃບຢັ້ງຢືນອະນຸສິດທິບັດ “ລົດອີ່ແຕນ-ຊິ້ງ” ໃຫ້ແກ່ຜູ້ກ່ຽວ.

SA Game
ພາບ: pasaxon.org.la

ຊຶ່ງສິ່ງປະດິດດັ່ງກ່າວ ໄດ້ມີການປັບປຸງເຕັກນິກໃໝ່ ນັ້ນກໍ່ຄື ການຕໍ່ເຕີມໂຄງສ້າງຂອງໂຕລົດ ຈາກພື້ນຖານຂອງລົດໄຖນາເດີນຕາມທົ່ວໄປ ທີ່ມີພຽງ 2 ລໍ້, ເສີມເພົາຂັບທີ່ເຮັດວຽກຮ່ວມກັບກັກດັ້ງ ເພື່ອໃຫ້ສາມາດແລ່ນດ້ວຍ 4 ລໍ້ ເຮັດໃຫ້ລົດອີ່ແຕນຊິ້ງ ສາມາດເດີນທາງໄປໃນເສັ້ນທາງທີ່ທຸລະກັນດານ ຊຶ່ງພາຫະນະທົ່ວໄປເຂົ້າເຖິງໄດ້ຍາກ.

“ລົດອີ່ແຕ໋ນຊິ້ງ” ນອກຈາກຈະມີລາຄາຖືກກວ່າພາຫະນະທີ່ມີ 4 ລໍ້ທົ່ວໄປແລ້ວ ຍັງສາມາດນໍາໃຊ້ເພື່ອຂົນສົ່ງເຄື່ອງມືການກະເສດ ແລະ ຜົນລະປູກທາງການການກະເສດຂອງຊາວກະສິກອນ ໄດ້ຢ່າງສະດວກສະບາຍ ຊຶ່ງສິ່ງປະດິດນີ້ ສາມາດນໍາໃຊ້ເຂົ້າໃນການດໍາລົງຊີວິດຂອງປະຊາຊົນໄດ້ດີສົມຄວນ.

“ລົດອີ່ແຕນຊິ້ງ” ໄດ້ກາຍເປັນສິ່ງປະດິດທໍາອິດຂອງຄົນລາວ ທີ່ໄດ້ຮັບການປົກປ້ອງ ແລະ ໄດ້ຮັບໃບຢັ້ງຢືນອະນຸສິດທິບັດ ຊຶ່ງມັນໄດ້ກາຍເປັນນິມິດໝາຍທີ່ສໍາຄັນຂອງວຽກງານອະນຸສິດທິບັດຕໍ່ກັບຄົນລາວ ແລະ ຈະກາຍເປັນໜໍ່ແໜງໜຶ່ງທີ່ສໍາຄັນ ເພື່ອເປັນຕົວຢ່າງໃຫ້ແກ່ຜູ້ທີ່ມີຫົວຄິດປະດິດສ້າງ ໃນການຂໍປົກປ້ອງສິດຊັບສິນທາງປັນຍາທີ່ຕົນເອງໄດ້ສ້າງຂຶ້ນມາ.

ທ່ານຍັງໃຫ້ຮູ້ອີກວ່າ: ວຽກງານອະນຸສິດທິບັດ ເປັນວຽກງານຊັບສິນທາງປັນຍາປະເພດໜຶ່ງ ທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ເພື່ອປົກປ້ອງສິ່ງປະດິດທີ່ມີການປັບປຸງທາງດ້ານເຕັກນິກ ຊຶ່ງເປັນຫົວໃຈສໍາຄັນຂອງ ອະນຸສິດທິບັດ.

ບັນດາປະເທດທີ່ກໍາລັງພັດທະນາ ໄດ້ສຸມໃສ່ການຄິດຄົ້ນ ແລະ ພັດທະນາ ນະວັດຕະກໍາໃໝ່ ເພື່ອກະຕຸກຊຸກຍູ້ການພັດທະນາຂອງເສດຖະກິດແຫ່ງຊາດ ເວົ້າລວມ, ເວົ້າສະເພາະກໍ່ຄືການປະດິດສິ່ງໃໝ່ໆເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການດໍາລົງຊີວິດ ຊຶ່ງເປັນປັດໄຈຫຼັກໃນການຊຸກຍູ້ເສດຖະກິດພາຍໃນຂອງຕົນ ໃຫ້ມີການຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການ ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຕ່າງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ, ດໍາເນີນການຈັດຕັ້ງເຜີຍແຜ່ກ່ຽວກັບວຽກງານຊັບສິນທາງປັນຍາ ຜ່ານໂຄງການສ້າງຄວາມເຂັ້ມແຂງທາງດ້ານວຽກງານຊັບສິນທາງປັນຍາ ແລະ ຈັດຕັ້ງປະຕິບັດວຽກງານປິ່ນອ້ອມຈໍານວນໜຶ່ງ ພາຍໃຕ້ການ ຊີ້ນໍາ-ນໍາພາ ຢ່າງໃກ້ສິດຂອງການນໍາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນໂອກາດດຽວກັນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບອຸປະກອນ ແລະ ພາຫະນະຮັບໃຊ້ການຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງໃຫ້ແກ່ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ມອບໂດຍ ທ່ານ ມາຄະ ຈັນທະລາ ແລະ ຮັບໂດຍ ທ່ານ ພົມມາລາ ນັນທະວົງ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: pasaxon.org.la