​ມາ​ຮູ້​ຈັກ​ກັບ “ກິຣິນີເທວີ“ ລູກສາວພະຍາ ກະບິນລະພົມອົງທີ 05

SA Game

Laos Culture and Arts ສິລະປະ ແລະ ວັດທະນະທໍາລາວ

​ມາ​ເບິ່ງຄວາມ​ສວຍ​ງາມ​ຂອງ​ລູກ​ສາວ​ພະ​ຍາ​ກະ​ບິນ​ລະ​ພົມ​ອົງ​ທີ່ 05 ປີ​ນີ້

ໃນ​ເທ​ສະ​ການ​ບູນ​ຂື້ນ​ປີ​ໃໝ່​ຂອງ​ປະ​ຊາ​ຊົນ​ລາວ​ເຊິງ​ໄດ້​ມີ​ທີ່​ມາ​ອັນ​ເປັນ​ນິ​ທານ​ທີ່​ເລົ່າ​ຂານ​ກັນ​ມາ​ແຕ່​ສະ​ໄໝ​ລຸ້ນ​ປູ່​ຢາ​ຕາ​ຍາຍ​ຈົນ​ຕົກ​ມາ​ຮອດ​ລຸ້ນ​ພວກ​ເຮົາ​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ລູກ​ສາວ​ຂອງ​ພະ​ຍາ​ກະ​ບິນ​ລະ​ພົມ.

-ປີນີ້ເຊິ່ງກົງກັບວັນພະຫັດ ສວມໃສ່ອາພອນສີຂຽວເຫລືອງ ດ້ວຍສິ້ນຂັ້ນຫມີ່ລາຍນາກນ້ອຍ,ຫມາກຈັບ,ມີກ້ອມຂັ້ນ, ມັດຫມີ່ປ້ອງຕາອ້ອຍ ສ່ວນຕີນສິ້ນເປັນໄຫມຄໍາຝັ້ນຂາວປະດັບດ້ວຍຫົວແຊກຂຽວເຫລືອງ ພ້ອມກັບຜ້າບ່ຽງດ້ວຍຍອຍເງິນບູຮານ.
-ສີຂຽວມໍລະກົດ ຕະຫລອດຜ້າບ່ຽງແລະສິ້ນຈະມີສີຂຽວມໍລະກົດ ເພື່ອທົດແທນເຄື່ອງປະດັບສີຂຽວມໍລະກົດແຕ່ພວກເຮົາກໍ່ຍັງຍຶດຖືເອົາເຄື່ອງປະດັບອີງຕາມຮູບເກົ່າໆເປັນຫລັກແຕ່ຄອນເຊັບທຸກຢ່າງໂດຍອີງໃສ່ຮູບຕົ້ນສະຕະວັດທີXX ຊຸມປີ 1900ເປັນຫລັກ .
-ເຮືອນຜົມຈະມວຍງ່ຽງນັບຈາກຕີນຜົມປະດັບດ້ວຍຕຸ້ມກາງເສັ້ນຫນຶ່ງ, ສາຍຄໍາຄ້ອງສອງເສັ້ນ,ຕຸ້ມນ້ອຍສອງເສັ້ນ, ປິ່ນ, ດອກໄມ້ໄຫວ, ຕ້າງ ແລະ ປະລັກແຂນກະຕ່ອຍ ສາມຄູ່ ທີ່ເຮັດດ້ວຍເງິນຊຸບນໍ້າຄໍາ.
SA Game
Laos Culture and Arts ສິລະປະ ແລະ ວັດທະນະທໍາລາວ
-ປີນີ້ກິຣິນີເທວີ ພະຫັດຂວາຖືຂໍຊ້າງ (ມືຂວາ) ພະຫັດຊ້າຍຖືປືນ (ມືຊ້າຍ) ຕາມຕໍານານກ່າວມາ ປະທັບເທິງຫລັງຊ້າງ.
-ສິ່ງທີ່ທາງທີມພວກເຮົາໄດ້ຕັດອອກ ຄື ພະຫຸຣັດຕົ້ນແຂນ, ດອກສຸມົນທາ ແລະ ເຄື່ອງປະດັບສີມໍລະກົດ ຄິດວ່າອາດຈະບໍ່ແທດເຫມາະຈິງຕັດອອກໂດຍທົດແທນເປັນອາພອນສີມໍລະກົດ, ເຄື່ອງປະດັບຄໍາແທນ ຄິດວ່າການນຸ່ງເຄື່ອງໃຫຍ່ອາດຈະເບິ່ງແທດເຫມາະແລະເຫມາະສົມກ່ອນ.
-ປະລັກຂາ : ຕາມຄວາມເຊື່ອຖືບູຮານສ່ວນທີ່ກາຍແອວລົງໄປເພິ່ນຈະເຮັດດ້ວຍເງິນ ຫລື ວັດສະດຸອື່ນທີ່ບໍ່ແມ່ນຄໍາ ໂດຍສະເພາະປະລັກຂາທາງພວກເຮົາໄດ້ຮຽນແບບປະລັກຂາປອກຂາອ່ຽນໂດຍອີງຈາກຕົ້ນສະບັບແທ້.
-ຕິນ່າເອງຮູ້ສຶກຫວນຄໍານຶງວັນວານຂອງປີກາຍທີ່ໄດ້ມາຍ່າງໃນຂະບວນແຫ່ຫວໍ່ໃນຄັ້ງຕຽມໂຕໄປປະກວດນາງງາມຈັກກະວານປີ 2021 ແລະ ນອກນີ້ຍັງໄດ້ຖ່າຍທໍາວິດິໂອເພື່ອກຽມໄປປະກວດ.
SA Game
Laos Culture and Arts ສິລະປະ ແລະ ວັດທະນະທໍາລາວ
ດັ່ງນັ້ນ, ຕິນ່າຈິງຫວນກັບມາຫລວງພຣະບາງອີກຄັ້ງເພື່ອຢາກເຮັດກິດຈະກໍາດີໆໃນການເຜີຍເເຜ່ສິລະປະການນຸ່ງຖືຕໍານານ, ຄວາມເປັນມາຜ່ານຮູບພາບເພື່ອຢາກໃຫ້ທຸກຄົນຫັນມາສົນໃຈເລື່ອງລາວທີ່ໄປທີ່ມາພ້ອມທັງຢາກເປັນກະບອກສຽງນ້ອຍໆໃນການສືບສານສົ່ງເສີມມູນມັງຂອງເກົ່າທີ່ບັນພຣະບຸລຸດໄດ້ປະໄວ້ໃຫ້ ແລະ ຫວັງຢ່າງຍິ່ງທຸກຄົນຫັນມາໃສ່ໃຈສົນໃຈປະເພີນີທີ່ງົດງາມໄວ້ໃຫ້ຄົງຢູ່ຄູ່ຊາດສືບໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Laos Culture and Arts ສິລະປະ ແລະ ວັດທະນະທໍາລາວ