ພະທາດແມວສີ ເມືອງລອງແຂວງ​ຫລວງ​ນ້ຳ​ທາ ກຽມບູລະນະຄືນໃໝ່.

SA Game

ຄໍາອ່ອນ ແສງອຸ່ນ ນັກຂ່າວເມືອງລອງ

​ເມືອງ​ລອງ ແຂວງ​ຫລວງ​ນ້ຳ​ທາ ກຽມ​ບູ​ລະ​ນະ ພະທາດແມວສີຄືນ​ໃໝ່​ໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວ

​ຖ້າ​ຈະ​ເວົ້າ​ເຖິງ​ພະ​ທາດ​ອັນ​ເກົ່າ​ແກ່​ໃນ​ແຂວງ​ຫລວງ​ນ້ຳ​ທາ​ຖື​ວ່າ​ມີ​ຢ່າງ​ຫລວງ​ຫລາຍ​ທັງ​ເປັນ​ເອ​ກະ​ລັກ​ໄວ້​ແຕ່​ລະ​ເມືອງ​ແຕ່​ຍັງ​ມີ​ອີກ​ພະ​ທາດ​ໜຶ່ງ​ທີ່​ຫລາຍໆ​ທ່ານ​ຍັງ​ຄົງ​ບໍ່​ໄດ້​ຮູ້​ຈັກ ນັ້ນ​ກໍ​ຄືພະທາດແມວສີ, ກຸ່ມບ້ານສະ, ເມືອງລອງ, ແຂວງ ຫຼວງນ້ຳທາ ເປັນພະທາດເກົ່າແກ່ທີ່ສັກສິດ ທີ່ຊາວບ້ານເຄົາລົບນັບຖື ກຳລັງຈະໄດ້ຮັບການບູລະນະຄືນໃໝ່ ເນື່ອງຈາກພະທາດອົງດັ່ງກ່າວເປ່ເພເສຍຫາຍ​ໄປ​ຫລາຍ​ແລ້ວ ແລະ ຕ້ອງ​ການ​ທີ່​ຈະ​ປັບ​ປຸງ ແລະ ພັດ​ທະ​ນາ​ໃຫ້​ດີ​ຂື້ນ​ເພື່ອໃຫ້​ປະ​ຊາ​ຊົນໄດ້​ເຂົ້າ​ມາ​ສັກ​ຂະ​ລະ​ບູ​ຊາ​ຕໍ່​ໄປ​.

​ເຊິງໃນວັນທີ 1 ກຸມພາ 2022 ທີ່ຜ່ານມາ ທາງຄະນະຈັດຕັ້ງ ເມືອງລອງ ກໍໄດ້ຈັດພິທີເປີດ ການບູລະນະ ແລະ ກໍ່ສ້າງ ພະທາດແມວສີ ຄືນໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຄໍາ ວັນປະເສີດ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ພຣະອາຈານ ອຸໄທ ສໍວຽງໄຊ, ຄະນະປະຈໍາ ອົງການພຸດທະສາສະນາສໍາພັນລາວ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ແລະ ຜູ້ມີຈິດໃຈອັນເຫຼື້ອມໃສສັດທາ ເຂົ້າຮ່ວມ.

SA Game
ຄໍາອ່ອນ ແສງອຸ່ນ ນັກຂ່າວເມືອງລອງ

ໃນພິທີດັ່ງກ່າວ ກໍໄດ້ມີການ ເຮັດພິທີທາງສາສະໜາ ເພື່ອຂໍຂະມາເຈົ້າຖິ່ນ-ເຈົ້າຖານ ແລະ ສິ່ງສັກສິດທັງຫຼາຍ ຕາມຮິດຄອງປະເພນີ, ເຊິ່ງການບູລະນະ ແລະ ກໍ່ສ້າງ ພະທາດແມວສີ ຢູ່ກຸ່ມບ້ານສະ ໃນຄັ້ງນີ້ ແມ່ນຈະໄດ້ນໍາໃຊ້ທຶນ ຈາກການປະກອບສ່ວນຂອງບັນດາຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ

SA Game
ຄໍາອ່ອນ ແສງອຸ່ນ ນັກຂ່າວເມືອງລອງ

ເພື່ອສ້າງໄດ້ອົງພະທາດດວງໃໝ່ ໃຫ້ບັນດາຊາວພຸດທະສາສະນິກະຊົນທັງຫຼາຍທີ່ເຄົາລົບນັບຖື ໄດ້ມາກາບໄຫວ້ບູຊາ ທັງຕິດພັນກັບການພັດທະນາ ແລະ ເສີ່ມຂະຫຍາຍ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ໃຫ້ຍືນຍົງຕະຫຼອດໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຄໍາອ່ອນ ແສງອຸ່ນ ນັກຂ່າວເມືອງລອງ