ມາຮູ້​ຈັກຮູບ​ລັກ​ສະ​ນະ​ຂອງ​ພ​ຣະ​ທາດ ແລະ ເຈ​ດີ ໃນ​ເມືອງ​ລາວ

SA Game

ພຣະທາຕຸເກົ່າແກ່ໃນເມືອງລາວ

ມາ​ເບິ່ງ​ລັກ​ສະ​ນະ​ເອ​ກະ​ລັກ​ຂອງພຣະທາຕຸ ຫລືເຈດີ​ຕ່າງໆ ໃນເມືອງລາວ

ລັກ​ສະ​ນະ​ຕ່າງໆ​ຂອງ​ພ​ຣະ​ທາດ​ໃນ​ເມືອງ​ລາວ, ຄຳວ່າ ພຣະທາຕຸ ແລະເຈດີ ສາມາດໃຊ້ແທນກັນໄດ້ ຫລືໃຊ້ລວມກັນກໍ່ໄດ້, ສ່ວນໃຫຍ່ ຄະຕິການສ້າງເຈດີ ມີຈຸດປະສົງເພື່ອບັນຈຸບໍຣົມສາຣີຣິກະທາຕຸ ( ກະດູກຂອງພຣະສັມມາສັມພຸດທະເຈົ້າ ) ລາຍຊື່ພຣະທາຕຸທັງໝົດທີ່ກ່າວມາຂ້າງເທິງນັ້ນ ແມ່ນສ້າງຂຶ້ນເພື່ອບັນຈຸພຣະບໍຣົມສາຣີຣິກະທາຕຸ, ສ່ວນພຣະທາຕຸທີ່ສ້າງຂຶ້ນເພື່ອບັນຈຸອັດຖິຄູບາອາຈາຣຍ໌ອົງສຳຄັນນັ້ນແມ່ນມີຫລາຍ ບໍ່ໄດ້ນຳເອົາມາກ່າວໃນທີ່ນີ້,

ເຈດີ ໝາຍເຖິງສະຖານທີ່ຫລືສິ່ງຄວນເຄົາຣົບບູຊາທີ່ເນື່ອງດ້ວຍພຸດທະສາສະໜາ, ເປັນສິ່ງທີ່ເຕືອນໃຈໃຫ້ຣະນຶກເຖິງ ພຣະພຸດທະອົງໄດ້ກ່າວໄວ້ ໃນພຣະໄຕຣປິດົກ ໝວດຂຸດທະກະນິກາຍ ມີຢູ່ 4 ປະເພດຄື :
1. ພຣະທາຕຸເຈດີ : ເຈດີບັນຈຸບໍຣົມສາຣີຣິກະທາຕຸ.
2. ບໍຣິໂພກເຈດີ : ເຈດີທີ່ໝາຍເຖິງສະຖານທີ່ພຣະພຸດທະເຈົ້າເຄີຍໃຊ້ສອຍ ເຊັ່ນ : ຕົ້ນໂພ, ສັງເວຊະນີຍະສະຖານທັງສີ່ໃນປະເທດອິນເດຍ ຕະຫລອດຮອດສິ່ງຂອງທີ່ພຣະພຸດທະເຈົ້າເຄີຍໃຊ້ສອຍມີ ບາດ, ຈີວອນ ແລະບໍຣິຂານອື່ນໆ.
3. ທັມມະເຈດີ : ເຈດີບັນຈຸທັມ ເຊັ່ນ : ບັນຈຸໃບລານຈາຣຶກພຸດທະພົຈນ໌ ສະແດງຫລັກປະຕິດຈະສະມຸບບາດ ຫລືແມ່ນແຕ່ຄຳພີພຣະໄຕຣປິດົກເປັນຕົ້ນ.
4. ອຸເທສິກະເຈດີ : ເຈດີສ້າງອຸທິດພຣະພຸດທະເຈົ້ົາ ໄດ້ແກ່ພຣະພຸດທະຮູບ
( ພົດຈະນານຸກົມພຸດທະສາດສະບັບປະມວນທັມ, ປ.ອ.ປະຍຸທໂຕ )
SA Game
ພຣະທາຕຸເກົ່າແກ່ໃນເມືອງລາວ
ການສ້າງເຈດີ ຖືວ່າເປັນວຽກງານທີ່ຍິ່ງໃຫຍ່ພໍສົມຄວນ ຕ້ອງໄດ້ໃຊ້ທຶນໃນການສ້າງມີມູນຄ່າມະຫາສານເທົ່າໆກັບການສ້າງຫໍແຈກຫລືສິມ ແລະຕ້ອງເກີດຈາກສັດທາອັນມະຫາສານ, ຜູ້ທີ່ນຳພາສ້າງ ຕ້ອງເປັນຄົນທີ່ມີວິໄສທັດກວ້າງໄກ, ຮູ້ຈັກປະຫວັດພຸດທະສາສະໜາເປັນຢ່າງດີ, ເຫັນໄດ້ຄວາມສຳຄັນຂອງການສ້າງ, ຄະຕິໃນການສ້າງເຈດີຍຸກຫລັງໆ ມັກຈະປະສົມປະສານກັນຈາກຫລາຍສີລະປະ ແຕ່ຈະມີແບບທີ່ໄດ້ຮັບອິດທິພົນມາຈາກປະເທດອິນເດຍ ແລະສີລັງກາ, ເມື່ອຕົກມາຮອດບ້ານເຮົາແລ້ວ ກໍ່ມັກປະສົມປະສານກັບສີລະປະທ້ອງຖິ່ນ ເຊັ່ນ : ພຣະທາດຫລວງ ສະນັ້ນ ຈອມທາຕຸຍຸກໃໝ່ຈິ່ງມັກມີຮູບຊົງຄ້າຍກັບຈອມພຣະທາຕຸຫລວງ.
ໃນທີ່ນີ້ຈະຂໍນຳເອົາລາຍຊື່ ຂອງພຣະທາດເຈດີ ທີ່ເຄີຍສ້າງຂື້ນທັງເກົ່າແລະໃໝ່ໃ ນລາວມານຳສະເໜີໃຫ້ທ່ານຜູ້ອ່ານໄດ້ສຶກສານຳກັນ ເພື່ອເປັນແຮງບັນດານໃຈໃນທາງບຸນກຸສົນໃນການສ້າງສາຕໍ່ໄປພາຍພາກໜ້າ ແລະເພື່ອລະນຶກຈາຣຶກເຖິງບຸນຄຸນຂອງບັນພະບູຣຸດທີ່ສ້າງມາ.
ພຣະທາດເຈດີໃນລາວຍຸກເກົ່າມີ :
1. ພຣະທາຕຸຫລວງວຽງຈັນ, ນະຄອນຫລວງວຽງຈັນ.
2. ພຣະທາຕຸວັດພຣະບາດໂພນສັນ, ແຂວງບໍລິຄຳໄຊ.
3. ພຣະທາຕຸອິງຮັງ, ແຂວງສະຫວັນນະເຂດ.
4. ພຣະທາຕຸໂພ່ນ, ແຂວງສະຫວັນນະເຂດ.
5. ພຣະທາຕຸສີໂຄດ (ບໍ່ບັນຈຸບໍຣົມສາຣີຣິກະທາຕຸ)
6. ພຣະທາຕຸຈອມສີ (ພູສີ), ວັດຈອມສີ, ແຂວງຫລວງພຣະບາງ
7. ພຣະທາຕຸໝາກໂມ, ວັດວິຊຸນນະຣາຊ, ແຂວງຫລວງພຣະບາງ
8. ພຣະທາຕຸມາຫລ້າ, ບ້ານນາຄອງ, ເມືອງທຸລະຄົມ, ແຂວງວຽງຈັນ.
9. ພຣະທາຕຸໂມລີ, ວັດຈອມສີ, ເມືອງໄຊເສດຖາ,ນະຄອນຫລວງວຽງຈັນ.
10. ພຣະທາຕຸຝຸ່ນ, ວັດເທບນິມິດທາຕຸຝຸ່ນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ບັນຈຸອັດຖິທາຕຸຂອງພຣະອໍຣະຫັນສັດສະດີ (ຫັດສະດີ).
11. ພຣະທາຕຸໂພນສະຫວັນ, ທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
12. ພຣະທາຕຸສຸວັນນະຜາຄຳ, ວັດສຸວັນນະຜາຄຳ, ແຂວງບໍ່ແກ້ວ, ບັນຈຸເກສາທາຕຸຂອງພຣະສັມມາສັມພຸດທະເຈົ້າ.
13. ພຣະທາຕຸຝຸ່ນ, ເມືອງຄູນ , ແຂວງຊຽງຂວາງ.
SA Game
ພຣະທາຕຸເກົ່າແກ່ໃນເມືອງລາວ
ພຣະທາຕຸເຈດີທີ່ສ້າງຂຶ້ນຍຸກໃໝ່ ປະກອບມີ:
1. ສັນຕິເຈດີ, ວັດປ່າໂພນເພົາ, ແຂວງຫລວງພຣະບາງ ນຳພາສ້າງໂດຍ ສາທຸໃຫຍ່ ຊາຍສະໝຸດ.
2. ພຣະທາຕຸເຈດີພຸດທະຄະຍາຈຳລອງ (ວັດພຣະບາດນາຍາ) ແຂວງວຽງຈັນ ນຳພາສ້າງໂດຍ ຍາທ່ານໃຫຍ່ ຄຳຕັນ
3. ພຣະທາຕຸເຈດີສີມຸງຄຸນ (ວັດປ່ານາດີ) ນຳພາສ້າງໂດຍ ພຣະອາຈານໃຫຍ່ ມະຫາອຸດອນ ອະນຸຕຕະໂຣ)
4. ພຣະທາຕຸເຈດີສີໂພໄຊ, ວັດສີໂພໄຊ,​ບ້ານກາງ, ເມືອງຄູນຄຳ, ແຂວງຄຳມ່ວນ ນຳພາສ້າງໂດຍ ພຣະອາຈາຣຍ໌ ສາຍັນ ສຸຣິໂຍ
5. ພຣະທາຕຸເກຕຸແກ້ວຈຸລາມະນີ, ບ້ານດອນໄຊ, ເມືອງສຸຂຸມາ, ແຂວງຈຳປາສັກ, ນຳພາສ້າງໂດຍ ຍາທ່ານໃຫຍ່ ມະຫາບຸນມາ ສິມາພົມ, ປະທານສົງອົງປັດຈຸບັນ (ພວມກຳລັງສ້າງ)
6. ພຣະທາຕຸພຸດທັງກຸຣະເຈດີ, ວັດປ່ານາຂາມ, ເມືອງໄຊທານີ, ນຳພາສ້າງໂດຍ ພຣະອາຈາຣຍ໌ ແຊມ ເຕຊະວະໂຣ (ພວມກຳລັງສ້າງ)
7. ພຣະທາດຣັຕນະເຈດີສີມຸງຄຸນ, ວັດດົງໝາກຄາຍ, ນຳພາສ້າງໂດຍ ພຣະອາຈານແກ້ວພະຈັນ ຍົດປັນຍາ (ພວມກຳລັງສ້າງ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ພຣະອາຈາຣຍ໌ ໄຊຍະເດດ ວົງໂສພາ ( Sayadej Vongsopha )