​ມາ​ຮູ້​ຈັກປະຫວັດວັດສຣີສະຫວ່າງວົງ ເມືອງປາກລາຍ ແຂວງໄຊຍະບູລີ

SA Game

Houmphet MANISOUK

​ເປີດ​ປະຫວັດວັດສ​ຣ​ີສະຫວ່າງວົງ​ວັດ​ອັນ​ເກົ່າ​ແກ່​ຂອງ ເມືອງປາກລາຍ ແຂວງໄຊຍະບູລີ

ແຂວງໄຊຍະບູລີ ມີວັດຊື່ວ່າ ວັດສຼີສະຫວ່າງວົງສ໌ 2 ວັດ ເຊິ່ງເຈົ້າມະຫາຊີວິດສ​ຣີສະຫວ່າງວົົງສ໌ ໄດ້ສ້າງຂຶ້ນຖວາຍເປັນພຸດທະບູຊາໄວ້ໃນພຣະສາສະໜາ ຄື : ວັດສຼີສະຫວ່າງວົງ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ເມື່ອກ່ອນວັດແຫ່ງນີ້ແມ່ນຕິດແຄມນ້ຳຮຸ່ງ ແຕ່ເພິ່ນຍ້າຍຂຶ້ນໄປສ້າງໃຫມ່ຢູ່ບ່ອນເປັນວັດປັດຈຸບັນນີ້ເອງ ເພາະບ່ອນເກົ່ານ້ຳຖ້ວມແລະຕາຝັ່ງນ້ຳຮຸ່ງມັກເຈື່ອນຕະຫລອດ ທຸກໆປີ , ແລະອີກວັດບ່ອນຫນຶ່ງ ຄື : ວັດສຼີສະຫວ່າງວົງສ໌ ທີ່ເມືອງປາກລາຍ ແຂວງໄຊຍະບູລີ ວັດແຫ່ງນີ້ຕິດແຄມນ້ຳຂອງ

ປະຫວັດວັດສີຼສະຫວ່າງວົງ ເມືອງປາກລາຍ ແຂວງໄຊຍະບູລີ , ຊື່ເດີມ ວັດສະຫວ່າງຫົງປະດິດ, ວັດສະຫວ່າງຣາດຊະວົງປະດິດ ພຣະປະທານສ້າງ ພສ 2475, ຈາກສີລາຈາຣຶກແມ່ນສ້າງກ່ອນວັດສີຼສະຫວ່າງວົງ ເມືອງໄຊຍະບູລີ 7 ປີ , ແຕ່ພຣະປະທານວັດສີສະຫວ່າວົງ ເມືອງໄຊຍະບູລີ ສ້າງກ່ອນອົງທີ່ຢູ່ ວັດສີຼສະຫວ່າງວົງ ເມືອງປາກລາຍ 1 ປີ ຄື ປີ ພສ 2474.

ດັ່ງຄຳອ່ານສີລາຈາຣຶກ ໄດ້ຂຽນໄວ້ວ່າ :
SA Game
Houmphet MANISOUK

ສຸພະມັດສະດຸພຸດທະສັກກະຣາດ 2456 ຕົວປີກ່າເປົາ ເດືອນ12 ຂື້ນ 9ຄ່ຳ ວັນ 6 ຍາມຕຸດຕັ້ງ ມື້ເຊົ້າ ວັນທີ່ 7 ເດືອນ ໂນວອມ 1913 ຫມາຍມີ ອົງສົມເດັດພຣະເປັນເຈົ້າພຣະຊົນຣະນີແລະພຣະອັກຄະມະເຫສີ ຣາດຊະບຸດນັດຕາ ພຣະຣາດຊະວົງສານຸວົງ ສາມັກຄີ ມີພຣະຣາດຊະສັດທາ ຊົງພຣະດຳຣິ ເຫັນທາງ ແລະ ມັກຜົນສະຫວັນນິພພານ ຈິ່ງມີພຣະຣາດຊະອົງການ ຊົງໂປຣດເກົ້າຂະໝ່ອມໃຫ້ ນາຍທ້າວບໍຣະທັນ ທ້າວຫມັ້ນ ທ້າວເບັງ ທ້າວບານ ລວມ 4 ຄົນ ເປັນນາຍຊ່າງ ສາທຸຄຳເຫງົ້າ

SA Game
Houmphet MANISOUK
ພ້ອມທັງເຈົ້າຈັນໄຕເປັນພະນັກງານ ພຣະອົງຈິ່ງບໍຣິຈາກຣາດຊະຊັບ 2050 ໝັນ 5 ເຊັນສ້າງວັດສະຫວ່າງຣາດຊະວົງປະດິດ ເພື່ອໃຫ້ເປັນຂອງອຸທິດກຸສົນ ຜົນນາບຸນຖວາຍອົງສົມເດັດພຣະເຈົ້າສັກກະຣິນຣິດທິດຳຣົງເຈົ້ານະຄອນຫລວງພຣະບາງ ຄຳສຸກອົງເປັນພຣະຣາດຊະບິດາ ທີ່ໄດ້ຊົງດຳຣິໄວ້ແຕ່….ຊົງຢູ່ນັ້ນຂໍຈົ່ງ…
SA Game
Houmphet MANISOUK
SA Game
Houmphet MANISOUK

ຂໍຂອບໃຈຂໍ້ມູນຈາກພຣະອາຈາຣຍ໌ : Phra Bounthien Watsrisavang ແລະ

ຮູບພາບວັດສຼີສະຫວ່າງວົງສ໌ ເມືອງປາກລາຍ ປີ 2010 ໂດຍ : Houmphet MANISOUK.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos