ສຳ​ເລັດ​ຊຸດ​ອົບ​ຮົມ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ

SA Game

Media Laos

​ຊົມ​ເຊີຍການອົບຮົມສ້າງຄວາມເຂັ້ມແຂງດ້ານການບໍລິການທ່ອງທ່ຽວແລະການປຸງແຕ່ງອາຫານຢູ່ເມືອງຊ່ອນ.

ໃນວັນທີ 26 ມີນາ 2022 ນີ້, ໄດ້​ມີ​ການ​ຈັດພິທີປິດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທຸລະກິດ ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ, ສະຖານທີ່ທ່ອງທ່ຽວ ທີ່ເມືອງຊ່ອນ ແຂວງຫົວພັນ ກ່ຽວກັບການບໍລິການທ່ອງທ່ຽວ ແລະ ການປຸງແຕ່ງອາຫານ, ຢູ່ທີ່ຮ້ານອາຫານອໍ່ເຕັ່ງ ບ້ານຊ່ອນເໜືອ.

ພາຍຫຼັງທີ່ໄດ້ດຳເນີນເປັນເວລາ 3 ວັນ ໂດຍມີທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫົວພັນ, ທ່ານ ນ. ບົວໄຫຼ ອິນທະວົງ ຮອງຫົວໜ້າຫ້ອງການ ຖວທ ເມືອງຊ່ອນ ມີວິທະຍາກອນຂະແໜງທ່ອງທ່ຽວ, ຄູຝືກຈາກໂຮງຮຽນເຕັກນິກວິຊາຊີບແບບປະສົມ ແລະ ສໍາມະນາກອນເຂົ້າຮ່ວມ 20 ກ່ວາຄົນ.

ຊຸດອົບຮົມຄັ້ງນີ້ ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບ ການຕ້ອນຮັບ, ການປັນເຈົ້າພາບທີ່ດີ, ມາດຕະຖານໃນການສ້າງເຮືອນພັກແຮມນໍາປະຊາຊົນ, ການແອັດໂລເຄຊັນລົງກູໂກແມັບ, ເງື່ອນໄຂຫຼັກໃນການປຸງແຕ່ງອາຫານ, ການນໍາໃຊ້ຜຼິດຕະພັນຈາກທໍາມະຊາດ, ການປຸງແຕ່ງອາຫານ ເຊິ່ງໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງໃນການປຸງແຕ່ງອາຫານ 5 ເມນູ ຄື:

SA Game
Media Laos

ເຂົ້າປຽກເຂົ້າໝູຊັບ, ແຊນວິດທູນາ, ຜັດເສັ້ນສະປາເກັດຕີໃສ່ໝູສາມຊັ້ນ, ພາໂລ້ໝູໃສ່ໄຂ່ ແລະ ພັດຜັກລວມສາມສະຫາຍ. ເຊິ່ງຈັດໂດຍພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫົວພັນ.

ຈຸດປະສົງກໍ່ເພື່ອສ້າງຄວາມເຂັ້ມແຂງພັດທະນາຄວາມຮູ້ ທາງດ້ານການບໍລິການ, ປັບປຸງຄຸນນະພາບໃນການປຸງແຕ່ງອາຫານ, ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງແຂກທີ່ເຂົ້າມາທ່ຽວຊົມ, ຢ້ຽມຢາມສະຖານທີ່ທ່ອງທ່ຽວ, ຮັບປະກັນອາຫານສະອາດ, ປອດໄພຕໍ່ສຸຂະພາບ ແລະ ການບໍລິການແກ່ນັກທ່ອງທ່ຽວ ທີ່ເຂົ້າມາທ່ອງທ່ຽວເມືອງຊ່ອນມີຄວາມປະທັບໃຈ ເປັນການຟື້ນຟູການທ່ອງທ່ຽວຈາກການລະບາດຂອງພະຍາດ ໂຄວິດ19 ໃຫ້ກັບຄືນມາມີສະພາບປົກກະຕິ, ສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ

SA Game
Media Laos

ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ຍົກລະດັບຄວາມສາມາດດ້ານການບໍລິການ ແລະ ສ້າງຄວາມຫຼາກຫຼາຍຂອງຜະລິດຕະພັນການທ່ອງທ່ຽວ, ເປັນການຈັດຕັ້ງປະຕິບັດແຜນການຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ກໍຄືແຂວງຫົວພັນ, ມີຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ບໍລິການ ແລະ ນັກທ່ອງທ່ຽວ ໃນການເປັນເຈົ້າພາບທີ່ດີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Media Laos