ມາ​ຮູ້​ຈັກ​ກັບ​ວິ​ທີ​ບູ​ຮານ​ຂອງ​ລາວ​ໃນຂັ້ນຕອນ ແລະ ວິທີການຕໍ່າສາດ

SA Game

ກະຊວງກະສິກໍາ ແລະ ປ່າໄມ້

ຂັ້ນຕອນ ແລະ ວິທີການຕໍ່າສາດ​ຂອງ​ຄົນ​ລາວທີ່​ສືບ​ທອດ​ກັນ​ມາ​ຫລາຍ​ຊົວ​ຄົນ

ຖ້າ​ຈະ​ເວົ້າ​ເຖິງການຕໍ່າສາດມີມາປະມານ 100 ກວ່າປີແລ້ວ ສ່ວນຫຼາຍຕໍ່າເພື່ອໃຊ້ສອຍພາຍໃນຄອບຄົວ ແລະ ເພື່ອແລກປ່ຽນສິ່ງໃຊ້ສອຍພາຍໃນໝູ່ບ້ານ ແລະ ບ້ານໃກ້ຄຽງ ໂດຍເລີ່ມຕົ້ນຕໍ່າຈາກຕົ້ນຜື 3 ຫຼ່ຽມເພາະມີຄຸນສົມບັດໜຽວເມື່ອຕໍ່າເປັນຜືນສາດ ມີຄວາມທົນທານກວ່າຕົ້ນຜືກົມ.

ການກັບກ່ຽວຕົ້ນຜື  ເມື່ອອາຍຸຕົ້ນຜືເກີດໄດ້ປະມານ 2-4 ເດືອນ, ຕົ້ນຜືມີຄວາມໜຽວພໍປະມານ ໂດຍສັງເກີດຕົ້ນຜືອອກດອກຈິ່ງເປັນໄລຍະທີ່ມີຄວາມໜຽວທີ່ສາມາດເກັບກ່ຽວໄດ້ ໂດຍໃຊ້ມີດ ຫຼື ກ່ຽວຕັດບໍລິເວນເຫງົ້າຂອງຕົ້ນເພື່ອໃຫ້ຕົ້ນຜືແຕກໜໍ່ຂຶ້ນມາໃໝ່.

SA Game
ກະຊວງກະສິກໍາ ແລະ ປ່າໄມ້

ກໍາມະວິທີການຊອຍການຕາກ
ການຊອຍຜືເຮັດໄດ້ 2 ແບບຄື: ການຊອຍເປັນເສັ້ນສົດໆ ຫຼື ຕາກແດດໃຫ້ພໍໝາດໆ (1 ແດດ) ຈື່ງນໍາມາຊອຍ ແລ້ວແຕ່ຂະໜາດຂອງຕົ້ນຜື ແລະ ລັກສະນະການນໍາມາໃຊ້, ຫຼັງຈາກນັ້ນແມ່ນນໍາໄປຕາກແດດປະມານ 2-3 ແດດ ໂດຍຕົ້ນຜືຈະປ່ຽນເປັນສີຂຽວ ຫຼື ສີຂາວ.

ການຍອມ
ຈາກນັ້ນເຂົ້າສູ່ຂັ້ນຕອນການຍ້ອມ ໂດຍການນໍາຜືໄປແຊ່ນໍ້າກ່ອນປະມານ 1 ຊົ່ວໂມງເພື່ອໃຫ້ອີ່ມນໍ້າ, ເອົາຜືໄປຕາກແດດໃຫ້ພໍໝາດໆ ແລ້ວນໍາເສັ້ນຜືລົງໝໍ້ຍ້ອມສີທີ່ຕຽມໄວ້ແລ້ວ ຈົນເສັ້ນຜືອີ່ມນໍ້າສີປະມານ 20 ນາທີ ແລ້ວຈື່ງນໍາຜືໄປຕາກແດດອີກປະມານ 2 ແດດ ແລ້ວເກັບຮັກສາເພື່ອຕໍ່າສາດ.

ວິທີການຕໍ່າ
ນໍາດ້າຍ ຫຼື ເອັນມາຂຶງໄວ້ກັບກີ້ຕໍ່າສາດໃຫ້ເປັນເຄື່ອຫູກໄປຕາມແນວຂອງຟືມ ແລ້ວນໍາຜືສອດເຂົ້າກັບໄມ້ສອດເພື່ອທີ່ຈະນໍາສອດເຂົ້າເຄື່ອຫູກ, ເມື່ອສອດຜືເຂົ້າໄປແລ້ວໃຫ້ຜັກຜືເຂົ້າຫາຕົວເອງໃຜ້ຜືແໜ້ນຕິດກັນກາຍເປັນລາຍຕ່າງໆຕາມທີ່ຕ້ອງການ.
ຫຼັງຈາກຕໍ່າສາດໄດ້ຕາມຂະໜາດທີ່ຕ້ອງການແລ້ວ, ຂັ້ນຕອນສຸດທ້າຍຄືການຍີບຂອບສາດ, ຕັດຂອບສາດໃຫ້ເທົ່າກັນ, ນໍາຜ້າທີ່ໃຊ້ໃນການຍັບຂອບຂອງຜ້າຮົ່ມ ເລືອກສີຕາມທີ່ຕ້ອງການ, ການຍີບຂອບຕ້ອງໃຊ້ເຄື່ອງຈັກໄຟຟ້າ.
ສິ່ງທີ່ຄວນເອົາໃຈໃສ່
– ຄວນເກັບຜືຕອນອອກດອກເພາະຕົ້ນຈະແກ່ດີ.
– ຕໍ່າແລ້ວຄວນຕາກແດດໃຫ້ແຫ້ງຕື່ມ.
– ຄວນເກັບຮັກສາໂດຍມີຖົງປລາສຕິກຫຸ້ມຫໍ່ເພື່ອປ້ອງກັນຄວາມຊຸ່ມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປື້ມຄູ່ມືວິທີການຕໍ່າສາດຜື (ກະຊວງກະສິກໍາ ແລະ ປ່າໄມ້)