​ມອບ​ເຄື​່ອງ​ບັນ​ເທົາ​ທຸກ​ໃຫ້​ຄອບ​ຄົວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ

SA Game

laoedaily.com.la

ຄອບຄົວຜູ້ໄດ້​ຮັບຜົນກະທົບ ຈາກໄພນໍ້າຖ້ວມຢູ່ແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ.

ດັ່ງ​ທີ່​ໄດ້​ຮູ້​ກັນ​ດີ​ແລ້ວ​ວ່າຫລາຍ​ແຂວງ​ທາງ​ພາກ​ເຫນືອ​ຂອງ ສ​ປ​ປ ລາວ ເຮົາ ໄດ້​ເກີດ​ມາ​ພະ​ຍຸ​ໄພ​ພິ​ບັດ​ເຂົ້າ​ຢ່າງ​ຮ້າຍ​ແຮງ​ໂດຍສະ​ເພາະ​ແຂວງ​ໄຊ​ຍະ​ບູ​ລີ​ໄດ້​ຖືກ​ໄພ​ພິ​ບັດ​ທຳ​ມະ​ຊາດ​ຖະ​ຫລົ່ມ​ຢ່າງ​ຮ້າຍ​ແຮງ ແລະ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຈ່ຳ​ນວນ​ຫລວງ​ຫລາຍ​ໃຫ້​ແກ່​ຫລາຍ​ຄອບ​ຄົວ ແລະ ກໍ​ໄດ້​ມີ​ຫລາຍ​ພາກ​ສ່ວນ​ເຂົ້າ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແລ້ວ​ຈາກ​ນ້ຳ​ຈິດ​ນ້ຳ​ໃຈ​ຂອງ​ຫລາຍ​ພາກ​ສ່ວນ.

ຫລ້າ​ສຸດ ໃນລະຫວ່າງວັນທີ 24-25 ມິຖຸນາ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ໜູເກນ ພັນລັກ ວ່າການ ຫົວໜ້າພະແນກ ຮສສ ແຂວງ ພ້ອມຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມາມອບໃຫ້ຜູ້ປະຊົບໄພພິບັດຢູ່ເມືອງເງິນ, ເມືອງ ຫົງສາແລະ ເມືອງ ໄຊສະຖານ ໂດຍສະເພາະແມ່ນຄອບຄົວຜູ້ທີ່ຖືກນໍ້າຊຸເຮືອນໄຫຼ, ດິນເຈື່ອນຖົມເຮືອນ, ເນື້ອທີ່ທໍາການຜະລິດ, ສັດລ້ຽງ ແລະ ອື່ນໆ.

SA Game
laoedaily.com.la

ເຄື່ອງຊ່ວຍເຫຼືອບັນເທົາທຸກປະກອບມີ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງ-ຮົ່ມ ແລະ ເຄື່ອງໃຊ້ເຮືອນຄົວ.ຜົນເສຍຫາຍຈາກໄພພິບັດຄັ້ງນີ້ ຢູ່ເມືອງ ຫົງສາ ເກີດດິນເຈື່ອນຖົມເຮືອນ ມີ 1 ຫຼັງ, ມີຈຳນວນພົນ 2 ຄົນ ຍິງ 1 ຄົນ ( ບໍ່ສາມາດອາໄສຢູ່ໄດ້ ) ລວມມູນຄ່າເສຍຫາຍ 54ລ້ານກວ່າກີບ; ເມືອງ ເງິນ ນ້ຳຖ້ວມເຮືອນ 1 ບ້ານ ມີ 19 ຄອບຄົວ ຈຳນວນພົນ 71 ຄົນ(ຍິງ 33 ຄົນ) ລວມມູນຄ່າເສຍຫາຍ 47,7ລ້ານກວ່າກີບ, ດິນເຈືອນຖົມເຮືອນ 1 ຫຼັງ ມູນຄ່າເສຍຫາຍ 150ລ້ານກີບ;ເມືອງໄຊສະຖານ ນ້ຳຖ້ວມເຮືອນ 1 ບ້ານ ຈຳນວນ 17 ຄອບຄົວ ຈຳນວນພົນ 99 ຄົນ(ຍິງ 43 ຄົນ) ລວມມູນຄ່າເສຍຫາຍ 99,6ລ້ານກວ່າ ກີບ.

ໂອກາດດັ່ງກ່າວ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ກໍໄດ້ຮຽກຮ້ອງໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ, ເລັ່ງເກັບກໍາຂໍ້ມູນຜົນເສຍຫາຍໃຫ້ລະອຽດ ແລະ ວ່ອງໄວ, ຊັດເຈນ, ມີມູນຄວາມຈິງ, ສຶກສາອົບຮົມປະຊາຊົນໃຫ້ມີຄວາມເຂົ້າໃຈໃນການຊ່ວຍເຫຼືອຂອງພາກລັດ, ເຖິງວ່າບໍ່ໄດ້ຕາມຄວາມຕ້ອງການແຕ່ກໍສາມາດແບ່ງເບົາພາລະຂອງຄອບຄົວ, ພ້ອມດຽວກັນກໍໃຫ້ຈັດສັນທີ່ຢູ່ອາໄສໃໝ່ໃຫ້ກັບປະຊາຊົນເຂດທີ່ມີຄວາມສ່ຽງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com