ຂ່າວ​ດີ! ໂຮງ​ໝໍ​ແມ່ ແລະ ເດັກ​ຈັບ​ມື​ກັບ​ກຸ່ມ​ບໍ​ລິ​ສັດ​ຈີນ​ປິ່ນ​ປົວ​ຄົນ​ມີ​ລູກ​ຍາກ

SA Game

laoedaily.com.la

ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື ຈຳກັດ ຮ່ວມມືກັນ ໃຫ້ບໍລິການປິ່ນນປົວການມີລູກຍາກ.

ຖື​ວ່າ​ເປັນ​ຂ່າວ​ດີ​ສຸດໆ​ເລີຍ ສຳ​ລັບ​ຫລາຍໆ​ຄົນ​ທີ່​ມີ​ລູກ​ຍາກ, ໃນ​ໄລ​ຍະ​ຜ່ານ​ມາ​ກໍ​ໄດ້​ຮູ້​ຈັກ ແລະ ມີ​ໝູ່​ຄູ່​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ຄົນ​ທີ່​ຢາກ​ມີ​ແຕ່​ກໍ​ມັກ​ມີ​ບັນ​ຫາ​ບາງ​ທ່ານ​ກໍ​ມີ​ແລ້ວ​ລຸ​ອອກ ບາງ​ທ່ານ​ກໍ​ເຮັດ​ແບບ​ໃດ​ກໍ​ບໍ່​ມີ ບາງ​ຄົນ​ມີ​ເງິນ​ແດ່​ກໍ​ຂ້າມ​ໄປ​ປະ​ເທດ​ເພືອນ​ບ້ານ​ເພື່ອ​ໄປ​ເຮັດ​ກິບ ຫລື ປະ​ສົມ​ຈາກ​ທາງນອກ​ແລ້ວ​ຈິ່ງ​ເອົາ​ເຂົ້າ​ທ້ອງ​ແມ່ ຫລາຍໆ​ທ່ານ​ກໍ​ໄປ​ເຮັດ​ບໍ່​ໄດ້​ເນື່ອງ​ຈາກ​ຂາດ​ທືນ​ຮອນ​ອຳ​ນວຍ​ຄວາມ​ສະ​ດວກ.

ໃນ​ໄລ​ຍະ​ບໍ່​ດົນ​ມາ​ນີ້, ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ເພື່ອເປັນການຊ່ວຍເຫຼືອປັບປຸງວຽກງານການປິ່ນປົວດ້ວຍເຕັກນິກການແພດທັນສະໄຫມ ຕາມນະໂຍບາຍຂອງລັດຖະບານ ໃນໂຮງໝໍຂັ້ນຕ່າງໆ ໃນຂອບເຂດທົ່ວປະເທດ, ໂດຍສະເພາະ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໃຫ້ມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ໃຫ້ເປັນລະບົບຄົບຊຸດ,

SA Game
laoedaily.com.la

ເຄື່ອງຈັກ-ອຸປະກອນ, ເຕັກນິກ-ເຕັກໂນໂລຊີ ຕະຫຼອດຮອດການຮຽນ, ການສອນ, ການຖອດຖອນບົດຮຽນ ແລະ ປະສົບການ, ການບຳລຸງ-ກໍ່ສ້າງພະນັກງານຂອງໂຮງໝໍ ທາງດ້ານວິຊາການແພດ ການປິ່ນປົວມີລູກຍາກ ດ້ວຍເຕັກນິກ-ວິຊາການ ທີ່ທັນສະໄໝໃຫ້ນັບມື້ພັດທະນາຂື້ນ.

ໂຮງຫມໍແມ່ ແລະ ເດັກເກີດໃຫມ່ ແລະ ກຸ່ມບໍລິສັດ ອີໂປຊື(ກວາງໂຈ)ຈຳກັດ ຈຶ່ງໄດ້ເຮັດການຮ່ວມືດ້ານເຕັກນິກການປິ່ນປົວມີລູກຍາກ ໃນໂຮງໝໍແມ່ ແລະ ເດັກເກີດໃໝ່ ກໍ່ຄືຮ່ວມກັບກະຊວງສາທາລະນະສຸກ ສປປ ລາວ ເພື່ອຄວາມເຂັ້ມແຂງດ້ານການໃຫ້ບໍລິການສຸຂະພາບແມ່ທີ່ມີລູກຍາກ

25 ມິຖຸນາ 2021 ໂຮງແຮມດອນຈັນພາເລດ ໄດ້ມີພິທີເຊັນສັນຍາການຮ່ວມມືກັນໄດ້ມີການເຊັນລົງນາມໂດຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຄະນະອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ທ່ານ ຢາງຊົງເມ ປະທານ ກຸ່ມບໍລິສັດ ອີໂປຊື(ກວາງໂຈ) ຈຳກັດ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ . ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາຫົວໜ້າ/ຮອງຫົວໜ້າ ຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການໂຮງໝໍ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ສະມາຄົມປະສູດພະຍາດຍິງ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com