​ຕະ​ກູນ​ດຽວ​ນີ້ ໄດ້​ຮັບ​ການ​ເລືອກ​ເປັນ​ນາງ​ສັງ​ຂານຫຼວງ​ພະ​ບາງ​ເຖິງ 3 ລຸ້ນ

SA Game

Pathana Boupha

ມາ​ຮູ້​ຈັກ​ກັບຕະກູນ ທີ່ໄດ້ຮັບແໜ່ງນາງສັງຂານຫຼວງພະບາງ ຕິດຕໍ່ກັນເຖິງ 3 ລຸ້ນ.

ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ແລ້ວ​ວ່າ ປະເພນີການແຫ່ນາງສັງຂານໃນບຸນປີໃໝ່ລາວ ແມ່ນໄດ້ຈັດຂື້ນ ແລະສືບທອດປະຕິບັດກັນມາຫຼາຍຍຸກຫຼາຍສະໄໝໂດຍມີຕົ້ນກຳເນີດທຳອິດມາຈາກຣາຊສຳນັກຫຼວງພະບາງໃນ​ທຸກໆ​ປີ, ແລະ ແຕ່​ລະ​ປີ​ກໍ​ຈະ​ມີ​ການ​ຄັດ​ເລືອກ​ເອົາ​ນາງ​ສາວ​ຜູ້​ທີ່​ມີ​ຮູບ​ຮ່າງ​ໜ້າ​ຕາ​ກິ​ລິ​ຍາ​ມາ​ລະ​ຍາດ​ທີ່​ສວຍ​ງາມ ແລະ ມີ​ອົງ​ປະ​ກອບ​ຄົບ​ຕາມ​ທີ່​ນາງ​ສັງ​ຂານ​ຕ້ອງ​ມີ.

​ພິ​ທີ່​ດັ່ງ​ກ່າວ​ນີ້ໂດຍການຄັດລອກອອກມາຈາກນິທານດັ່ງກ່າວມານັ້ນ ແລະ ໄດ້ຈຳລອງເຫດການໃຫ້ຄືສະຖານະການຈິງ ຈື່ງເຮັດໃຫ້ພິທີມີມົນຂັງອັນສັກສິດ ແລະເປັນທີ່ເຊື່ອຖືຫຼາຍຂອງມະຫາຊົນຄົນລາວຈຳນວນກວ້າງ.

ປັດຈຸບັນ ໄດ້ສືບທອດປະເພນີແຫ່ນາງສັງຂານໃນບັນດາຫຼາຍແຂວງທົ່ວປະເທດ ໂດຍສະເພາະທີ່ພົ້ນເດັ່ນແມ່ນ: ຂະບວນແຫ່ນາງສັງຂານແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະແຂວງອື່ນໆອີກດ້ວຍ.

ຕົ້ນຕະກູນ ” ບຸບຜາ ” ເປັນຕະກູນໜຶ່ງໃນຫຼວງພະບາງທີ່ໄດ້ຮັບການເລືອກໃຫ້ດຳຣົງຕຳແໜ່ງນາງສັງຂານຕິດຕໍ່ກັນມາເຖີງ 3 ລຸ້ນຄົນຄື:

SA Game
Pathana Boupha

1. ປາຖະໜາ ບຸບຜາ ນາງສັງຂານປະຈຳປີ 1975.

SA Game
Pathana Boupha

2. ສະຖາພອນ ບຸບຜາ ນາງສັງຂານປະຈຳປີ 1980.

SA Game
Pathana Boupha

3. ປາວິນາພອນ ບຸບຜາ ນາງສັງຂານປະຈຳປີ 2008.

ທັງ 3 ທ່ານ ລ້ວນແຕ່ເປັນນາງສັງຂານຫຼວງພະບາງທັງສີ້ນ ເປັນຄົນຫຼວງພະບາງໂດຍກຳເນີດ ແລະຄົນທີ 1 ເປັນນາງສັງຂານໃນຍຸກພຣະຣາຊອານາຈັກລາວອີກດ້ວຍ ຖືເປັນໜ້າປະຫວັດສາດທີ່ໜ້າຈົດຈຳໄວ້.

ງົດງາມແບບສະຕຣີລາວຊາວວັງສົມເປັນລູກຫຼານໜໍ່ເຊື້ອແຫ່ງຫຼວງພະບາງ ງາມປານເທວາເສກສັນອິນພຣົມປັ້ນແຕ່ງບັນດານສະໃຫ້ໄວ້ໃນແດນວິມານວຽງທອງແຜ່ນດີນທົ່ວດ້າວຊາວລາວປະຊາຊື່ນຊົມແທ້ໆ

ໃນ​ທຸກໆ​ປີ​ເຮົາ​ສາ​ມາດ​ມາ​ທ່ຽວ​ຊົມ​ໄດ້​ຄວາມ​ສວຍ​ງາມ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ລາວ​ທີ່​ຍັງ​ຄົງ​ຮັກ​ສາ​ໄວ້​ຢູ່​ທີ່​ນະ​ຄອນຫຼວງ​ພະ​ບາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Pathana Boupha