ຄວາມໝາຍ ຄວາມ​ສຳ​ຄັນ​ຂອງພິທີແຫ່ຊ້າງຮຽງເກີຍ ກ່ອນ​ບຸນປີ​ໃໝ່​ລາວ

SA Game

MD Travel ທ່ຽວໄປຕາມໃຈເຮົາ

​ມາ​ຮູ້​ຈັກ​ກັບຄວາມໝາຍ ຄວາມ​ສຳ​ຄັນ​ຂອງພິທີແຫ່ຊ້າງຮຽງເກີຍ​ຂອງ​ນະ​ຄອນຫຼວງ​ພະ​ບາງ.

​ຫາກ​ທ່ານ​ໃດ​ໄດ້​ມາ​ທ່ຽວ​ຊົມ​ຖືກ​ຊ່ວງ​ກ່ອນ​ບຸນ​ປີ​ໃໝ່​ລາວ​ທີ່​ແຂວງຫຼວງ​ພະ​ບາງ ຫຼື ທ່ານ​ທີ່​ຢູ່​ແຂວງ​ຫລວງ​ພະ​ບາງ​ເອງ​ຄົງ​ໄດ້​ເຫັນ​ນຳກັນໃນທຸກໆປີ ກ່ອນຈະຮອດພິທີບຸນສະເຫລີມສະຫລອງ ບຸນສົງການ ປີໃຫມ່ລາວ ທີ່ນະຄອນຫລວງພຣະບາງ ຈະຕ້ອງມີ ພິທີຂະບວນແຫ່ຊ້າງຮຽງເກີຍ ຈາກ ວັດໃຫມ່ສຸວັນນະພູມມາຣາມ ໄປຫາ ວັດຊຽງທອງ.

ຖ້າ​ຈະ​ເວົ້າ​ເຖິງຄວາມໝາຍ ຄວາມສຳຄັນ ຂອງຄຳວ່າ ຊ້າງຮຽງເກີຍ​ແລ້ວ ແມ່ນ​ໄດ້​ຄຳ​ນີ້​ມາ​ຈາກ​ປະ​ຫວັດ​ຄວາມ​ເປັນ​ມາ​ອັນ​ດົນ​ນານ, ໂດຍສະໄໝກ່ອນແມ່ນໝາຍເຖິງ ການຝຶກແອບຊ້າງ ກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍວ່າ: ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮແຊວຢູ່ທາງໜ້າແມ່ນສັດຕູ.

SA Game
MD Travel ທ່ຽວໄປຕາມໃຈເຮົາ

ແລະ ຍັງມີອີກຄວາມໝາຍຫນຶ່ງ ມີຄວາມເຊື່ອກັນວ່າ ແມ່ນພິທີກຳທີ່ກ່ຽວກັບເສົາຫລັກບ້ານຫລັກເມືອງ ທີ່ມີການເຊື່ອມຕໍ່ກັນລະຫວ່າງດິນກັບຟ້າ ໂດຍມີຊ້າງເປັນພາຫະນະຂອງພຣະອິນ ຫລື ພຣະຍາແຖນ ເຊິ່ງເປັນສັນຍາລັກຂອງເຈົ້າມະຫາຊີວິດໃນຕົວລະຄອນຫລັກ, ພິທີຮຽງເກີຍຈຶ່ງເປັນພິທີກຳ ທີ່ຂຶ້ນຟ້າຂຶ້ນແຖນ ເພື່ອເປັນການຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ປີໃຫມ່.

SA Game
MD Travel ທ່ຽວໄປຕາມໃຈເຮົາ

ໃນອາດີດ ບ້ານລ້ຽງຊ້າງວັງຫລວງ ຂອງຫຼວງພຣະບາງ ກໍ່ແມ່ນ ບ້ານນາຫລວງ ແລະ ມີນາຍຄວານຊ້າງຂອງຣາຊວັງກໍ່ຄື ທ່ານ ອົ້ນ ອົ້ນສີສະຫວັດ (ໄດ້ນາມມະຍົດເປັນແສນ) ໃນເວລາທີ່ມີພິທີກັມທີ່ກ່ຽວກັບຊ້າງ ທ່ານຜູ້ນີ້ຈະເປັນຜູ້ນຳພາປະກອບພິທີການນີ້ຄື: ເວລາຊ້າງມາຮຽງເກີຍ ທ່ານຜູ້ນີ້ຈະເປັນຜູ້ກ່າວຄາຖາ ດຶງຫູຊ້າງ ແລະ ບໍລິກັມຄາຖາ ເຊັ່ນຄຳວ່າ ສັງກາດສັງຂານໃຫມ່ ທ່ານຜູ້ໃຫຍ່ ມາຖ່າຍເດືອນຖ່າຍປີ …. ( ຜູ້ຂ້າຈື່ໄດ້ແຕ່ເທົ່ານີ້ ) ຫລັງຈາກເພິ່ນກະສຽນອາຍຸແລ້ວ ເພິ່ນໄດ້ບວດເປັນສາທຸ ຢູ່ວັດນາຫລວງ ແລະ ວັດນາງຊາງ ຈົນມໍຣະນະພາບ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ທ່ານ ຫຸມເພັດ ມະນີສຸກ