ໝົດ​ແລ້ວ! ກວດ​ພົບປາ​ຂ່າ​ໂຕ​ສຸດ​ທ້າຍ​​ທີ່​ຢູ່ແມ່​ນ້ຳ​ຂອງໃນ​ລາວ​ຕາຍ

SA Game

WWF-Laos

ພົບ ປາຂ່າ ທີ່ຄາດວ່າ ອາດເປັນໂຕສຸດທ້າຍ ໃນລາວໄດ້​ເສຍ​ຊິ​ວິດ​ແລ້ວ.

ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ລາວ (WWF-Laos) ຖືໂອກາດນີ້ສະແດງຄວາມເສຍໃຈຮ່ວມກັບສັງຄົມ ກໍ່ຄື ສປປ ລາວ ຕໍ່ການສູນເສຍສັດນໍ້າ ອັນລໍ້າຄ່າ (ປາຂ່າ) ຂອງແມ່ນໍ້າຂອງ ເພີ່ມອີກຈໍານວນ 1 ໂຕ ໃນວັນທີ 15 ກຸມພາ 2022 ທີ່ຜ່ານມາ ນີ້ (ຕາຍ 2 ໂຕ ໃນໄລຍະ ກາງປີ 2021). ທັ້ງ 3 ໂຕ ທີ່ພົບເຫັນຕາຍ ແມ່ນເຫັນຢູ່ຝັ່ງກໍາປູເຈຍ ແຕ່ຄາດວ່າຕາຍ ແລະ ໄຫຼຈາກຝັ່ງຂອງລາວ.

ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫຼື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸລັກປາຂ່າ ໃນໄລຍະ 2-3 ປີທີ່ຜ່ານມາ ສາມາດພົບເຫັນປາຂ່າ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີ 2021 ແລະ ອີກ 1 ໂຕ ໃນວັນທີ 15 ກຸມພາ 2022 ນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນ ພົບເຫັນ ນັ້ນສະແດງໃຫ້ເຫັນວ່າ ປາຂ່າຢູ່ໃນແມ່ນໍ້າຂອງ ໃນ ສປປ ລາວ ອາດຕົກຢູໃນສະຖານະການ ສ່ຽງຕໍ່ການສູນພັນ ຂັ້ນສູງສຸດ.

SA Game
WWF-Laos
ແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ ກໍ່ຄືຢູ່ພາກໃຕ້ຂອງລາວ ເຂດສີພັນດອນ (ບ້ານຫາງສະດໍາ ແລະ ບ້ານຫາງຄອນ, ເມືອງໂຂງ ແຂວງຈໍາປາສັກ) ຊາຍແດນລະຫວ່າງ ລາວ-ກໍາປູເຈຍ.

ຈາກການຕາຍຂອງປາຂ່າໃນຄັ້ງນີ້ ເຮັດໃຫ້ກະຈ່າງແຈ້ງຂຶ້ນອີກວ່າ ວຽກງານອະນຸລັກ ແລະ ມາດຕະການຕໍ່ການຄຸ້ມຄອງ ສັດນໍ້າ ຈໍາຕ້ອງເພີ່ມທະວີຄູນຂຶ້ນ ໂດຍສະເພາະຕໍ່ຊະນິດພັນສັດນໍ້າ ທີ່ໄກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາຝາໄລ, ປາບຶກ ແລະ ອື່ນໆ ກ່ອນຈະຊ້າເກີນໄປ.

ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນພົບເຫັນຢູ່ແມ່ນໍ້າຂອງ ສະເພາະໃນ ລາວ ແລະ ກໍາປູເຈຍ (ຝັ່ງກໍາປູເຈຍແມ່ນຍັງມີປະມານ 89 ໂຕ ຈາກການສໍາລວດໃນປີ 2020) ແຕ່ຕອນນີ້ ຈາກການຕາຍຂອງປາຂ່າ 3 ໂຕ ໃນລະຫວ່າງປີ 2021-2022 ນີ້ ອາດຍາກທີ່ຈະເວົ້າໄດ້ວ່າ ປາຂ່າຍັງມີຢູ່ໃນ ສປປ ລາວ ເພາະລະຫວ່າງ 2-3 ປີທີ່ຜ່ານມາ ການພົບເຫັນປາຂ່າໃນລາວແມ່ນມີປະມານ 3-4 ໂຕເທົ່ານັ້ນ.

ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນສັດນໍ້າ ປະເພດຫວງຫ້າມ ບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໄກ້ຈະສູນພັນ ຂອງ IUCN.

ອົງການ WWF-Laos ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ໄກ້ຈະສູນພັນ ໃຫ້ຢູ່ກັບແມ່ນໍ້າຂອງ ແມ່ນໍ້າສາຂາຕ່າງໆ ຢູ່ກັບຜືນປ່າ ແລະ ຊຸມຊົນ ກໍ່ຄື ປະເທດລາວ ເຮົາ.

SA Game
WWF-Laos

ຈາກການສູນເສຍດັ່ງກ່າວ ອົງການ WWF-Laos ຈະຫາທຸກວິທີທາງເພື່ອສະໜັບສະໜູນ ສປປ ລາວ ຕໍ່ວຽກງານອະນຸລັກ ແລະ ຄຸ້ມຄອງສັດນໍ້າ-ສັດປ່າ ໃຫ້ມີປະສິດຕິພາບ ຫຼາຍຂຶ້ນ

ໂດຍສະເພາະຊະນິດພັນທີ່ໄກ້ຈະສູນພັນ ຫຼື ສູນພັນໄປແລ້ວ ແຕ່ອາດຍັງມີສ່ອງທາງ ແລະ ໂອກາດທີ່ຈະນໍາສັດປ່າ ແລະ ສະນໍ້າດັ່ງກ່າວ ທີ່ເຄີຍເປັນໜຶ່ງໃນສັນຍາລັກທີ່ສໍາຄັນ ຂອງລາວເຮົາ ກັບຄືນມາ ລວມທັ້ງ ເສືອ ແລະ ປ່າຂ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: WWF-Laos