ສະ​ຫະ​ລັດ​ອາ​ເມ​ລິ​ກາ ມອບ​ຄືນ​ວັດ​ຖຸ​ບູ​ຮານ​ຂອງ ສ​ປ​ປ ລາວ

SA Game

Lao Youth Radio

​ອາ​ເມ​ລິ​ກາ​ມອບ​ຄືນ​ວັດ​ຖຸ​ບູ​ຮານເກົ່າແກ່ທາງວັດທະນະທຳໃຫ້​ແກ່ ສ​ປ​ປ ລາວ.

ລັດຖະບານສະຫະລັດອາເມລິກາ ໄດ້ມອບຄືນວັດຖຸບູຮານເກົ່າແກ່ທາງວັດທະນະທຳອັນມີຄຸນຄ່າສອງຢ່າງໃຫ້ແກ່ ສປປ ລາວ, ພາຍຫຼັງທີ່ຖືກຫຍຶດ ແລະ ຖືກສົ່ງໄປທີ່ປະເທດສະຫະລັດອາເມລິກາ ໃນວັນທີ 22 ກຸມພາ 2022 ນີ້. ວັດຖຸສອງຢ່າງນີ້ຄື ຫີນສິ່ວບູຮານ ທີ່ກວດພົບທີ່ລັດອິນເດຍນາໂດຍ ສຳນັກງານສອບສວນກາງ (FBI).

ວັດຖຸບູຮານດັ່ງກ່າວໄດ້ມອບຄືນໃຫ້ແກ່ ສະຖານທູດລາວທີ່ວໍຊິງຕັນ ດີ.ຊີ. ໂດຍຄະນະ FBI Art Crime Force ແລະ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດຂອງສະຫະລັດແລ້ວ.

“ວັດຖຸບູຮານເກົ່າແກ່ທາງວັດທະນະທຳອັນມີຄຸນຄ່ານີ້ແມ່ນຂອງ ສປປ ລາວ. ຫຼາຍກວ່າ 20 ປີ ທີ່ສະຫະລັດອາເມລິກາໄດ້ຮ່ວມມືກັບລັດຖະບານລາວໃນການປົກປັກຮັກສາ ແລະ ປົກປ້ອງມໍລະດົກທາງວັດທະນະທຳ.

SA Game
Lao Youth Radio
ການຮ່ວມມືດັ່ງກ່າວແມ່ນຂະຫຍາຍອອກໄປບໍ່ພຽງແຕ່ຢູ່ພາຍໃນ ສປປ ລາວ ແລະ ຂ້າພະເຈົ້າຂໍຊົມເຊີຍສຳນັກງານສອບສວນກາງ (FBI) ແລະ ຄະນະສະເພາະກິດທາງດ້ານວຽກງານວັດທະນະທຳໃນການຊ່ວຍເອົາວັດຖຸນີ້ຄືນສູ່ປະຊາຊົນລາວ
ທ່ານທູດປີເຕີ ໄດ້​ກ່າວ “ຂ້າພະເຈົ້າຫວັງວ່າຈະຮ່ວມເຮັດວຽກນຳ ສປປ ລາວ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປົກປ້ອງມໍລະດົກທາງວັດທະນະທຳອັນມີຄຸນຄ່າຂອງພວກເຮົາ”

ສະຫະລັດອາເມລິກາ ມີຄວາມໝາຍໝັ້ນໃນການປົກປັກຮັກສາ ແລະ ອະນຸລັກມໍລະດົກທາງວັດທະນະທຳໃນທົ່ວໂລກ ແລະ ທັງປ້ອງກັນການຄ້າຂາຍຜິດກົດໝາຍທີ່ມັກຖືກນຳໃຊ້ ເພື່ອເປັນການສະໜອງທຶນໃຫ້ເຄືອຂ່າຍກໍ່ການຮ້າຍ ແລະ ອາດຊະຍາກຳ. ໃນຂະນະດຽວກັນ, ສະຫະລັດອາເມລິກາ ທີ່ ນະຄອນຫຼວງວຽງຈັນ ແມ່ນກຳລັງສະເຫຼີມສະຫຼອງ ກິດຈະກຳການປົກປັກຮັກສາວັດທະນະທຳ ໃນ ສປປ ລາວພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທຳ (AFCP) ທີ່ໄດ້ດຳເນີນມາຫຼາຍກວ່າ 20 ປີ. ພາຍໃຕ້ໂຄງການນີ້, ທີ່ຜ່ານມາ ສະຫະລັດອາເມລິກາໄດ້ມອບທຶນຫຼາຍກວ່າ 1.2 ລ້ານ ໂດລາສະຫະລັດ ໃນການຊ່ວຍ ສປປ ລາວ ປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ, ເຊິ່ງລ່າສຸດໄດ້ຊ່ວຍໃນການສະໜັບສະໜູນປົກປັກຮັກສາທົ່ງໄຫຫີນຢູ່ທີ່ແຂວງຊຽງຂວາງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio