ປັບ​ປຸງບໍ່ນໍ້າຮ້ອນ ແລະ ນໍ້າຕົກຕາດບ້ານນໍ້າຟ້າ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ຈະ​ສ້າງແຫຼ່ງ​ທ່ອງ​ທ່ຽວ ບໍ່ນໍ້າຮ້ອນ ແລະ ນໍ້າຕົກຕາດບ້ານນໍ້າຟ້າເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ເມືອງ​ຕົ້ນ​ເຜີ້ງ

ຖື​ວ່າ​ເປັນ​ໂອ​ກາດ​ອັນ​ດີ​ທີ່​ຈະ​ສ້າງ​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ໃໝ່​ອີກ​ແຫ່ງ​ໜຶ່ງ​ຂອງດ​ເມືອງ​ຕົ້ນ​ເຜິ້ງ​ ແຂວງ ບໍ່​ແກ້ວ, ເຊິ່ງ ບໍ່ນໍ້າຮ້ອນ ແລະ ນໍ້າຕົກຕາດບ້ານນໍ້າຟ້າເປັນ​ອີກ​ແຫລ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ຄວນ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີຫລັງ​ຈາກ​ຊ່ວງທີ່​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເລີມ​ຊາ​ລົງ ແລະ​ ລັດ​ຖະ​ບານ​ໄຟ​ຂຽວ​ອະ​ນຸ​ຍາດ​ໃຫ້​ເຂດ​ທ່ອງ​ທ່ຽວ​ສີ​ຂຽວ​ສາ​ມາດ​ດຳ​ເນີນ​ກິນ​ຈະ​ການ​ທ່ອງ​ທ່ຽວ​ຕໍ່​ໄປ​ໄດ້.

ປະ​ຈຸ​ບັນໄດ້ຮັບການອະນາໄມ ປັບປຸງ ກຽມເປີດເປັນແຫຼ່ງທ່ອງທ່ຽວຂອງເມືອງ ຕົ້ນເຜິ້ງ ຢ່າງ​ເປັນ​ທາງ​ການ​ຕາມ​ການ​ລາຍ​ງານ​ຂອງ​ສຳ​ນັກ​ຂ່າວ​ແຂວງ​ບໍ່​ແກ້ວ ໜັງສືພິມບໍ່ແກ້ວ Bokeo Newspaper ໄດ້​ໃຫ້​ຮູ້​ວ່າ: ໃນວັນທີ 17 ກຸມພາ 2022 ຫ້ອງການ ຖະ​ແຫຼ່ງ​ຂ່າວ ວັດ​ຖະ​ນາ​ທຳ ແລະ ທ່ອງ​ທ່ຽວ​ຂອງ ເມືອງ ຕົ້ນເຜິ້ງ ສົມທົບກັບຄະນະພັກຮາກຖານກຸ່ມບ້ານນາຄໍາ

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ລວມ​ທັງພະນັກງານກໍ່ສ້າງຮາກຖານ ແລະ ພໍ່ແມ່ປະຊາຊົນບ້ານນ້ຳຟ້າ ນຳພາໂດຍທ່ານ ຂັນຄຳ ພົງສຸວັນ ເລຂາຄະນະພັກຮາກຖານກຸ່ມບ້ານນາຄຳ ໄດ້ພ້ອມກັນອະນາໄມ ແລະ ປຸກຕູບພັກຢູ່ຂອບເຂດບໍ່ນ້ຳຮ້ອນ ແລະ ນ້ຳຕົກຕາດບ້ານນ້ຳຟ້າ ທັງນີ້ກໍ່ເພື່ອກະກຽມໃຫ້ແກ່ເປີດແຫຼ່ງທຳມະຊາດດັ່ງກ່າວເປັນທ່ອງທ່ຽວແຫ່ງໃຫມ່ຕາມແຜນການ 5 ປີຂອງເມືອງ ຂອງແຂວງ

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ທັງເປັນການຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງທີ່ຈະມາທ່ອງທ່ຽວ ພັກຜ່ອນຢູ່ແຫຼ່ງທຳມະຊາດບໍ່ນ້ຳຮ້ອນ ແລະ ນໍ້າຕົກຕາດດັ່ງກ່າວ ໂດຍສະເພາະເປັນການຕ້ອນຮັບລະດູການທ່ອງທ່ຽວໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງນີ້ ຕິດພັນກັບການອະນຸລັກແຫຼ່ງຕົ້ນນ້ຳ, ປ່າໄມ້ແບບຍືນຍົງ ແລະ ເປັນການສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນດ້ານການບໍລິການ ເພື່ອສ້າງລາຍເຂົ້າສູ່ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ ຕິດພັນກັບແຜນພັດທະນາເສດຖະກິດ – ສັງຄົມ ຂອງແຂວງ ໂດຍສະເພາະແມ່ນເມືອງຕົ້ນເຜິ້ງ ໃຫ້ໄດ້ຮັບການພັດທະນາເປັນກ້າວໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Bokeo Newspaper