ໄຫຫີນປິດສະໜາ ແລະ ອະລິຍະທໍາທາງປະຫວັດສາດຂອງ​ລາວ

ທົງໄຫຫີນ ອະລິຍະທໍາທາງປະຫວັດສາດ ແລະ ຍັງ​ຄົງຮັກສາເງື່ອນງໍາທີ່ປິດສະໜາຢູ່.

ດັ່ງ​ທີ່​ເຮົາ​ໄດ້​ຮູ້​ໄດ້​ເຫັນ​ກັນ​ມາ​ແລ້ວ, ທັງ​ໄດ້​ໄປ​ສຳ​ພັດ​ຕົວ​ຈິງ ແລະ ໃນ​ຮູບ​ພາບ ຫລື​ ໃນ​ສື່​ຕ່າງໆ, ທົ່ງໄຫຫີນ ແມ່ນອີກສະ ຖານທີ່ທ່ອງທ່ຽວສໍາຄັນໜຶ່ງ ທີ່ ແລະ ມີ ປະຫວັດສາດອັນຍາວ ນານ ແລະ ສ້າງຄວາມງຶດງໍ້ ອັດ ສະຈັນໃຫ້ແກ່ມະນຸດເຮົາ.

ທົ່ງໄຫຫີນປະກອບມີ ສາມ ກຸ່ມດ້ວຍກັນເຊັ່ນ: ກຸ່ມທີໜຶ່ງ ຕັ້ງຢູ່ຫ່າງຈາກຕົວເມືອງ ໂພນ ສະຫວັນ ໄປທາງທິດຕາເວັນ ຕົກ ປະມານ 8 ກິໂລແມັດ , ໂດຍ ມີໄຫຫີນໃຫຍ່-ນ້ອຍຢັງຢາຍຢູ່ 334 ໜ່ວຍ ແລະ ໜ່ວຍທີ່ ໃຫຍ່ ທີ່ສຸດຕັ້ງຢູ່ເທິງໂນນພູ ດ້ານຂວາມື, ແລະ ອອ້ມຮອບບໍລິເວນທົ່ງ ໄຫຫີນແຫ່ງ ນີ້ມີທິວທັດທໍາມະ ຊາດອັນສວຍສົດງົດງາມ,

ພາບ​: laophattananews.com

ເຊິ່ງ ແນມໄປເຫັນ ສະໜາມບິນ, ກອງ ບັນຊາການກອງທັບອາກາດ ແລະ ຕົວເມືອງໂພນສະຫວັນ ຢ່າງຈະແຈ້ງ.ສ່ວນດ້ານ ຂວາມື ຈະມີຂັ້ນໄດຍ່າງລົງໄປຫາທົ່ງ ໄຫຫີນອີກຈຸດໜຶ່ງ, ເຊິ່ງຢູ່ທາງ ດ້ານຊ້າຍມືກໍຈະເຫັນໄຫຫີນ ຢັງຢາຍກັນຢູ່ຕາມທົ່ງຫຍ້າຢ່າງຫຼວງຫຼາຍ.

ຖັດລົງມາທາງດ້ານ ຊ້າຍມືກໍຈະເຫັນຖໍ້າສູງປະມານ 60 ແມັດ, ແຕ່ບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ປະມານ 50-60ຄົນ, ເຊິ່ງເມື່ອກ່ອນເຄີຍ ເປັນບ່ອນລີ້ໄພສົງຄາມຂອງ ຊາວເມືອງຊຽງຂວາງ ແລະ ເປັນຄັງສາງເກັບມ້ຽນອາວຸດ ແລະ ເຊື້ອເພີງ.

ຢູ່ບໍລິເວນ ອອ້ມເດີ່ນທົ່ງໄຫຫີນແຫ່ງນີ້ ຈະເຫັນຮ່ອງຮອຍການຂຸດ ຂຸມຄອງລີ້ໄພເພື່ອປ້ອງກັນ ການໂຈມຕີທາງອາກາດ ແລະ ມີຂຸມລະເບີດ ຂະໜາດ ໃຫຍ່ຫຼາຍຂຸມຕະຫຼອດຮອດ ໄຫຫີນທີ່ຖືກແຕກກະແຈກ ກະຈາຍຈາກລູກລະເບີດ ຂອງເຮືອບິນສັດຕູໃນສະໄໝ ສົງຄາມ.

ກຸ່ມທີສອງ ແມ່ນທົ່ງໄຫຫີນ ທີ່ຕັ້ງຢູ່ຖັດຈາກເມືອງໂພນສະ ຫວັນລົງມາທາງທິດໃຕ້ປະ ມານ 25 ກິໂລແມັດ, ເຊິ່ງໄດ້ ກວມ ເອົາໂນນພູສອງໜ່ວຍ ແລະ ເຮົາສາມາດແນມເຫັນ ໄຫຫີນຢັງຢາຍໄປເຕັມທົ່ງ ຫຍ້າມີເຖິງ 92 ໜ່ວຍ. ອອ້ມ ຮອບບໍລິເວນແຫ່ງນີ້ ມີປ່າໄມ້ ອັນຂຽວສົດງົດງາມ ແລະ ຮົ່ມເຢັນດີ ເຮັດໃຫ້ອາກາດເຂດ ນີ້ປອດໂປ່ງສົດໃສ.

ສ່ວນກຸ່ມທີສາມແມ່ນ ກຸ່ມໄຫຫີນລາດຄວາຍຖັດລົງ ມາຈາກກຸ່ມທີ່ສອງປະມານ 10ກິໂລແມັດ, ປະກອບມີໄຫຫີນ 150 ໜ່ວຍທີ່ຖືກຢັງຢາຍຢູ່ ເທິງພູໜ່ວຍນ້ອຍ, ເຮົາສາມາດ ຫຼຽວລົງໄປເຫັນທົ່ງນາບ້ານ ຊຽງດີທີ່ຢູ່ເທິງເນີນພູໜ່ວຍ ຕໍ່ ໄປໄດ້ຢ່າງຈະແຈ້ງ.
ໄຫຫີນທັງໝົດເຫຼົ່ານີ້ ແມ່ນໄດ້ພົບເຫັນຮ່ອງຮອຍ ທີ່ຖືກລາກແກ່ມາຈາກແຫ່ງ ອື່ນ ແລະ ບາງໜ່ວຍເບິ່ງຄື ກັບ ແກະສະຫຼັກບໍ່ທັນແລ້ວ. ອີງຕາມການໃຫ້ຂໍ້ມູນຈາກສູນ ເກັບກໍາຂໍ້ມູນຂອງຫ້ອງການທ່ອງ ທ່ຽວແຂວງດັ່ງກ່າວໃຫ້ຮູ້ວ່າ, ຍັງໄດ້ຄົ້ນພົບໂຄງກະດູກຂອງ ມະນຸດຢູ່ໃນໄຫບາງໜ່ວຍ, ເຊິ່ງ ເພິ່ນໄດ້ສັນນິຖານວ່າ ອາດຈະ ໃຊ້ໄຫຫີນເປັນບ່ອນເກັບມ້ຽນ ສົບ ແລະ ພົບເຫັນຫີນເປັນ ແຜ່ນມົນໆຄ້າຍຄືກັບຝາປິດ ວາງໄວ້ຢູ່ໃກ້ກັບໄຫຫີນ ອາດ ຈະໃຊ້ເປັນຝາປິດໄຫໃນພິທີຝັງ ສົບ. ອ້ອມຮອບໄຫຫີນຍັງ ພົບ ເຫັນໝາກປັດ, ເຄື່ອງປະດັບ ຂອງຊົນເຜົ່າພື້ນເມືອງ ແລະ ທອງສໍາລິດ ຈຶ່ງຄາດເດົາໄດ້ ວ່າ ຊົນເຜົ່າທີ່ສ້າງໄຫຫີນຂຶ້ນ ມານີ້ ຈະຕ້ອງມີຄວາມຈະເລີນ ກ້າວໜ້າ, ມີອະລິຍະທໍາສູງ ແລະ ມີການທໍາມາຄ້າຂາຍໄປທົ່ວ ພູມີພາກ ແລະ ມີນັກບູຮານ ຄະ ດີຮຸ່ນຫຼັງໆໄດ້ສັນນິຖານວ່າ: ຜູ້ ທີ່ສ້າງໄຫຫີນນີ້ ອາດຈະເປັນ ສີມືຂອງຊາວຈາມ ທີ່ຖືກລົ້ມ ສະຫຼາຍໄປແລ້ວ ຫຼືອາດເປັນ ສີມືຂອງພວກລາວເທິງທີ່ອາ ໄສຢູ່ທາງທິດຕາເວັນອອກ ສ່ຽງໃຕ້ຂອງລາວຕິດກັບສາຍ ແດນກໍາປູເຈຍ. ສ່ວນວັນ ນະຄະ ດີລາວໄດ້ບອກວ່າ: ໄຫຫີນເຫຼົ່າ ນີ້ ເປັນໄຫເຫຼົ້າຂອງຂຸນເຈືອງ ທີ່ໄດ້ຮັບໄຊຊະນະຈາກສົງຄາມຄາວນັ້ນ ແລ້ວມາດື່ມເຫຼົ້າໄຫສະ ຫຼອງກັນ, ແຕ່ເຖິງຢ່າງໃດ ທຸກ ຢ່າງນັ້ນຍັງເປັນປິດສະໜາຢູ່ ແລະ ຍັງບໍ່ມີຜູ້ໃດສາມາດ ຄາດເດົາໄດ້ຢ່າງຈະແຈ້ງວ່າ ໄຫ ຫີນເຫຼົ່ານີ້ມາຈາກໃສ? ແມ່ນ ໃຜເປັນຜູ້ສ້າງ?, ສ້າງຂຶ້ນມາ ເພື່ອຫຍັງ? ແລະ ເປັນຫຍັງ ຄົນສະໄໝນັ້ນຈຶ່ງສ້າງມັນຂຶ້ນ ມາໄດ້?.

ເຖິງຢ່າງໃດກໍຕາມ, ຕົກ ມາຮອດປັດຈຸບັນ ທົ່ງໄຫຫີນ ດັ່ງກ່າວເຫຼົ່ານັ້ນໄດ້ກາຍເປັນ ສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງປະຫວັດສາດ, ເຊິ່ງທາງ ແຂວງກໍໄດ້ມີການປັບປຸງປົວ ແປງເສັ້ນທາງເຂົ້າຫາແຫຼ່ງ ທ່ອງທ່ຽວ ຢ່າງສະດວກສະບາຍພ້ອມທັງສ້າງສິ່ງເອື້ອ ອໍານວຍຫຼາຍຢ່າງໄວ້ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຊົມ ແລະ ປົກປັກຮັກ ສາສະຖານທີ່ດັ່ງກ່າວຍັງຄົງ ຮັກສາໄວ້ໄດ້ເອກກະລັກສະ ເພາະດ້ານອະລິຍະທໍາທາງ ປະຫວັດສາດ ແລະ ຮັກສາ ໄວ້ເງື່ອນງໍາທີ່ປິດສະໜາຢູ່ ເໝືອນເດີມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com