ເມືອງອານຸວົງ ເມື່ອງແຫ່ງສະຖານທີ່ທ່ຽວຊົມທຳມະຊາດ

SA Game

ພາບ​: laophattananews.com

ເມືອງອານຸວົງ ​ເມືອງທີ່ມີທໍາມະຊາດ ແລະ ພູຜາປ່າ ໄມ້ທີ່ສວຍ​ງາມ.

ເມືອງອານຸວົງ ແຂວງ ໄຊ ສົມບູນ ເປັນ​ເມືອງ ມີທໍາມະຊາດ ແລະ ພູຜາປ່າ ໄມ້ທີ່ກວ້າງໃຫຍ່ ພ້ອມທັງ ສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາ ມະຊາດອັນໂດດເດັ່ນຢູ່ຫຼາຍແຫ່ງ

ໃນນັ້ນ, ເດັ່ນກວ່າໝູ່ ໄດ້ແກ່ທີວທັດພູເບ້ຍ, ຖໍ້າ ເຈົ້າອານຸວົງ, ອ່າງນໍ້າງຶ່ມ 2 ແລະ ຕາດຫ້ວຍນົກ ເຊິ່ງທັງ ໝົດນີ້ມັນໄດ້ກາຍເປັນມົນ ສະເໜ່ດຶງດູດໃຫ້ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວຊົມ ຕະຫຼອດເວລາ. ພູເບ້ຍ ເປັນພູທີ່ສູງ ທີ່ສຸດໃນປະເທດລາວ ເຊິ່ງມີ ຄວາມສູງເຖິງ 2.820ແມັດ ທຽບໃສ່ລະດັບນໍ້າທະເລ, ຕັ້ງຢູ່ເມືອງອານຸວົງ ຫ່າງ ຈາກ ເທສະບານເມືອງ ດັ່ງ ກ່າວໄປທາງ ທິດເໜືອປະ ມານ 30 ກິໂລແມັດ.

SA Game
ພາບ​: laophattananews.com

ຢູ່ເທິງ ຈອມພູເບ້ຍອຸ່ນຫະພູມ ແມ່ນ ໜາວເຢັນຫລາຍທີ່ອຸດົມ ສົມບູນໄປດ້ວຍພືດຊີວະ ນາໆພັນ, ພິເສດຍັງມີພືດຊະ ນິດໜຶ່ງປົກຄຸມໄປທົ່ວພື້ນ ດິນຄ້າຍຄືກັບກອງເຟືອງ ເວລາເຮົາຍ່າງຢຽບກໍຈະຮູ້ ສຶກອອ່ນນວມ ແລະ ມີໄມ້ມຸງ ຄຸນທີ່ຫາຍາກເຊັ່ນ: ໄມ້ໂລ່ງ ເລ່ງຢັ່ງຢາຍໄປຕາມເປີ້ນພູ.

ນອກນັ້ນ ຍັງມີສັດປ່າຫຼາຍ ຊະນິດທີ່ອາໄສຢູ່ຕາມສາຍພູ ເບ້ຍ, ຢູ່ເທິງພູເບ້ຍມີອາກາດ ສົດຊື່ນ ແລະ ຊຸ່ມເຢັນຕະ ຫຼອດປີຍ້ອນວ່າມີຕົ້ນໄມ້ອັນດົກໜາປົກຄຸມຫຸ້ມຫໍ່ໄປທົ່ວ ທຸກບ່ອນເໝາະແກ່ການທ່ຽວຊົມພັກຜ່ອນຕາກອາກາດຫຼື ເໝາະກັບຜູ້ທີ່ມັກສໍາພັດກັບ ອາກາດໜາວເຢັນ.

ຖໍ້າເຈົ້າອານຸວົງ ຕັ້ງ ຢູ່ບ້ານພູຫົວຊ້າງ ຫ່າງຈາກ ເທສະບານເມືອງອານຸວົງໄປທາງທິດເໜືອປະມານ 4 ກິ ໂລແມັດ, ເປັນຖໍ້າທີ່ເກີດ ຈາກ ທໍາມະຊາດ ເຊິ່ງຢູ່ບໍລິເວນ

ອ້ອມຮອບຖໍ້ານັ້ນຢັ່ງຢາຍ ໄປດ້ວຍສາຍພູນ້ອຍ-ໃຫຍ່ ແລະ ມີສາຍນໍ້າຈ້າໄຫຼ ຜ່ານ ບໍລິເວນໜ້າປາກຖໍ້າ, ກ່ອນ ຈະເຂົ້າໄປເຖິງຖໍ້າອານຸວົງ ຍັງມີ ສອງຖໍ້າທີ່ຢູ່ໃກ້ຄຽງ ກັນ

ຄື ຖໍ້າທີ 1 ປາກຖໍ້າສູງ 7ແມັດ, ກວ້າງ 4ແມັດ, ເລິກ 30 ແມັດ ແລະຖໍ້າທີ 2ປາກ ຖໍ້າມີຄວາມສູງ 3,5ແມັດ, ກວ້າງປະມານ 5 ແມັດ ແລະ ເລິກເຂົ້າໄປປະມານ 300ແມັດ.

ຕາມການບອກເລົ່າ ຂອງພະນັກງານປະຈໍາຫ້ອງການທ່ອງທ່ຽວເມືອງໃຫ້ຮູ້ ວ່າ: ຖໍ້າແຫ່ງນີ້ໄດ້ມີປະຫວັດ ເລົ່າຂານກັນວ່າ ເຈົ້າອານຸ ວົງໄດ້ໃຊ້ເປັນບ່ອນຫຼົບລີ້ສັດຕູໃນ ເມື່ອກ່ອນຢູ່ເຂດຊຽງ ຂວາງ, ຍ້ອນກໍາລັງຂອງ ຝ່າຍສັດຕູມີຫຼາຍກວ່າ ພະ ອົງ ຈຶ່ງຍ້າຍທັບມາຕັ້ງຫຼັກຢູ່ ແຄມນໍ້າແຫ່ງນີ້ແລ້ວຕັ້ງຊື່ ວ່າເມືອງຈັ້ງນໍ້າຫຼືນໍ້າຈ້າໃນປັດຈຸບັນ.

ສ່ວນອ່າງນໍ້າງຶ່ມ 2 ເປັນອ່າງນໍ້າສໍາລັບຜະລິດ ໄຟຟ້າ ແລະ ຮັບໃຊ້ວຽກ ງານກະສິກໍາ, ເປັນອ່າງນໍ້າ ທີ່ກວ້າງໃຫຍ່ໄພສານແນມ ເບິ່ງຈົນສຸດສາຍຕາ ເຊິ່ງ ຫ່າງຈາກເທສະບານເມືອງອານຸວົງໄປປະມານ 35 ກິໂລ ແມັດ. ອ່າງນໍ້າງຶ່ມ2 ໄດ້ກາຍ ເປັນສະຖານທີ່ທ່ອງທ່ຽວທີ່ ລືນາມຂອງແຂວງໄຊສົມ ບູນດ້ວຍຄວາມງົດງາມ ຂອງ ທະເລສາບນໍ້າຈືດ, ເໝາະ ແກ່ການພັກຜ່ອນຢ່ອນໃຈ ທີ່ໄດ້ສໍາພັດກັບບັນຍາກາດ ທີ່ເຢັນສະບາຍຂອງສາຍ ນໍ້າງຶ່ມ, ເຊິ່ງໄດ້ຂີ່ເຮືອເລາະ ຊົມທີວທັດທໍາມະຊາດທີ່ ອອ້ມຮອບໄປດ້ວຍສາຍພູທີ່ ປົກຄຸມດວ້ຍປ່າໄມ້ອັນດົກໜາ ແລະ ຂຽວງາມອຸ່ມທຸ່ມ, ມີ ເກາະດອນນ້ອຍ-ໃຫຍ່ຢັ່ງ ຢາຍຢູ່ຕາມອ່າງນໍ້າງຶ່ມຊົມ ແລ້ວເຮັດໃຫ້ຈິດໃຈເພີດເພີນໄປນໍາພ້ອມທັງໄດ້ຊິມລົດ ຊາດອາຫານແຊບໆທີ່ປຸງ ຈາກປາສົດໆນໍ້າງຶ່ມ ແລະ ເຄື່ອງດື່ມໄວ້ຄອຍບໍລິການ ອີກດ້ວຍ. ການເດີນທາງໄປ ທ່ຽວອ່າງນໍ້າງຶ່ມ2 ສາມາດ ໄປໄດ້ສອງທາງຄື: ຈາກ ທາງແບ່ງຫ້ວຍໝໍ້ ເມືອງ ວັງວຽງຫາທ່າເຮືອບ້ານ ຫຼັກ 24 ແລະ ຈາກທາງແບ່ງ ບ້ານນໍ້າຍອນຫາທ່າເຮືອ ນາຕູ.

SA Game
ພາບ​: laophattananews.com

ສຳລັບຕາດຫ້ວຍນົກກໍແມ່ນອີກສະຖານທີ່ທ່ອງ ທ່ຽວໜຶ່ງທີ່ມີຄວາມໂດດເດັ່ນ ແລະ ສວຍສົດງົດງາມຕັ້ງ ຢູ່ພູກອງເຂົ້າລະຫວ່າງເຂດແດນນໍ້າໂມ້ ແລະ ບ້ານທົ່ງ ຮັກຫ່າງຈາກເທສະບານ ເມືອງອານຸວົງໄປປະມານ 30 ກິໂລແມັດ, ຕາດແຫ່ງນີ້ ມີຄວາມສູງປະມານ 200ແມັດ ເປັນຕາດທີ່ມີສາຍນໍ້າ ໄຫຼຕະຫຼອດປີເຊິ່ງໃນມື້ພັກ ກໍຈະມີມວນຊົນໄປທ່ຽວຊົມ ພັກຜ່ອນຢ່ອນໃຈ ແລະ ອາບ ນໍ້າກັນຢ່າງສະບາຍ, ໂດຍສະ ເພາະແມ່ນໃນໄລຍະເທສະ ການປີໃໝ່ລາວ, ຢູ່ບໍລິເວນ ອອ້ມຕາດກໍຈະມີສວນອອ້ຍ, ສວນກ້ວຍ ແລະ ສວນໄມ້ ເກດສະໜາຂອງປະຊາຊົນ ໃນເຂດນີ້ໄດ້ເຮັດການຜະລິດຈຶ່ງເຮັດໃຫ້ເປັນຮົ່ມເຢັນ ດີ ແລະ ອາກາດກໍປອດ ໂປ່ງ ສົດໃສ.

ປີ 2018 ເປັນປີແຫ່ງ ການທ່ອງທ່ຽວລາວ, ເພື່ອ ຮອງຮັບໃຫ້ກັບນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ຈະເຂົ້າມາທ່ຽວ ຊົມໃຫ້ຫລາຍຂຶ້ນທາງພາກສ່ວນຮັບຜິດຊອບວຽກງານທ່ອງທ່ຽວກໍໄດ້ມີການປັບ ປຸງປົວແປງເພີ່ມເຕີມສິ່ງເອື້ອ ອໍານວຍກໍຄືບັນດາເສັ້ນທາງເຂົ້າ-ອອກ, ສະຖານທີ່ທ່ຽວ ຊົມ, ສະຖານທີ່ພັກເຊົາ ແລະ ຮ້ານອາຫານ-ບໍລິການກິນດື່ມຕ່າງໆໃຫ້ມີຄວາມສະ ດວກສະບາຍ ແລະ ມີສີສັນ ທີ່ໂດດເດັ່ນຂຶ້ນຕື່ມອີກ. ຖ້າ ທ່ານໃດໄດ້ໄປເຂດເມືອງ ອານຸວົງກໍຢ່າລືມໄປທ່ຽວຊົມ ໃຫ້ໄດ້ເດີ ສະຖານທີ່ທ່ອງ ທ່ຽວທີ່ກ່າວມາ ເພື່ອຜ່ອນ ຄາຍອາລົມຫຼືຄວາມຫງວ່ມ ເຫງົາຂອງທ່ານຫຼັງພັກງານ ແລະ ຈະຊ່ວຍໃຫ້ທ່ານ ຮູ້ສຶກ ສະບາຍໃຈຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com