ເມືອງແປກ ແຂວງຊຽງ​ຂວາງ ດິນ​ແດນ​ທີ່​ມີມົນສະເໜ່

SA Game

ພາບ​: laophattananews.com

ເມືອງແປກ ແຂວງຊຽງ​ຂວາງ ມົນສະເໜ່ຂອງຊາວພວນ.

ເມືອງ​ແປກ ແຂວງ​ຊຽງ​ຂວາງ​ກໍ່​ເປັນ​ອີກ​ສະ​ຖານ​ທີ່​ໜື່ງ​​ນອກ​ຈາກ​ຈະ​ມີ​ອາ​ກາດ​ທີ່​ດີ​ແລ້ວ ຍັງມີ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ລວມ​ທັງ​ວັດ​ທະ​ນາ​ທຳ, ສຳ​ນຽງ​ສຽງ​ເວົ້າ​ທີ່​ເປັນ​ຕາ​ອອນ​ຊອນ ແລະ ມ່ວນ​ຫູ.

ເມືອງແປກ, ແຂວງ ຊຽງຂວາງ(ໂພນສະຫວັນ ເກົ່າ ເປັນດິນແດນແຫ່ງມົນ ສະເໜ່ຂອງສາວຊາວພວນ ສໍາລັບນັກທ່ອງທ່ຽວທຸກຄົນທີ່ມາທ່ຽວຊົມແຂວງຊຽງ ຂວາງແມ່ນຂາດບໍ່ໄດ້ກໍຄື ການຂຶ້ນໄປເທິງ ຈອມພູຊ້າງ (ໂຮງແຮມພູຊ້າງ) ເພື່ອຈະ ໄດ້ຊົມທິວທັດທໍາມະຊາດ ຂອງຕົວເມືອງເທສະບານ ແຂວງຊຽງຂວາງ.

SA Game
ພາບ​: laophattananews.com

ເຊິ່ງ ອອ້ມຮອບໄປດ້ວຍສາຍພູທີ່ມີທົ່ງຫຍ້າອັນກວ້າງໃຫຍ່ໄພສານພ້ອມດ້ວຍປ່າໄມ້ແປກອັນດົກໜາຂຽວງາມ ປົກຄຸມ ໄປຕາມສາຍພູທີ່ຍາວຢຽດ ຈົນສຸດຊົ່ວສາຍຕາເຮັດໃຫ້ ອາກາດເຂດນີ້ຊຸ່ມເຢັນຕະ ຫຼອດປີ ເໝາະໃຫ້ແກ່ການມາ ພັກຜ່ອນຢ່ອນໃຈເພື່ອຜ່ອນ ຄາຍຄວາມເຫງົາໃຫ້ຫາຍ ຈາກຄວາມເຄັ່ງຕຶງພ້ອມທັງ ໄດ້ສໍາພັດກັບທໍາມະຊາດທີ່ ມີອາກາດປອດໂປ່ງສົດໃສ ດີ.

ດ້ວຍເຫດນີ້, ຈຶ່ງເຮັດ ໃຫ້ພູຊ້າງ ເປັນຈຸດຊົມວິວທີ່ ໜ້າ ປະທັບໃຈ ແລະ ມີຄວາມ ໂດດເດັ່ນອີກແຫ່ງໜຶ່ງໂດຍ ສະເພາະແມ່ນໃນ ລະດູໜາວ ເຊິ່ງເລີ່ມແຕ່ເດືອນ ຕຸລາ- ເດືອນມີນາ ຈະເຮັດໃຫ້ ທ່ານ ໄດ້ສໍາພັດກັບຄວາມຊຸ່ມເຢັນຂອງທະເລໝອກສີຂາວ ນວນປົກຄຸມຕົວເມືອງແປກນີ້ໄວ້

ເໝືອນດັ່ງປະເທດນິວ ເຊີແລນ ເຊິ່ງໄດ້ປະສານກັບ ແສງອາທິດສີເຫລືອງສອດສ່ອງລົງມາໃນຍາມເຊົ້າ ແລະ ເປັ່ງປະກາຍລົງສູ່ພື້ນ ດິນໂດຍຜ່ານປ່າແປກທີ່ມີ ໝອກຄ້າງຕົກລົງມາເປັນ ເມັດໆ ກາຍເປັນພາບທີ່ເຫຼື້ອມ ລະຍິບລະຍັບສ້າງຄວາມປະ ທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມ ທັງຫຼາຍມີຄວາມຊື່ນໃຈເປັນພິເສດກັບດິນແດນສະວິດເຊີ ແລນເມືອງລາວແຫ່ງນີ້.

ຫຼັງຈາກທ່ານ ທ່ຽວຊົມ ທິວທັດທໍາມະຊາດເທິງພູ ຊ້າງແລ້ວ ທ່ານ ສາມາດລົງ ໄປກາບໄຫວ້ວັດເພຍວັດທີ່ ເກົ່າແກ່ ແລະ ສັກສິດທີ່ໄດ້ ສ້າງຂຶ້ນກ່ອນໝູ່ໃນດິນແດນເມືອງພວນ ເຊິ່ງຕັ້ງຢູ່ເຂດ ບ້ານເພຍວັດໃຈກາງເມືອງ ຄູນ ຫ່າງຈາກໂພນສະ ຫວັນ ໄປທາງທິດຕາເວັນຕົກສຽງໃຕ້ ປະມານ 30ກິໂລແມັດ, ໂດຍແມ່ນ ເຈົ້າລ້ານຄໍາກອງ ພະຍາປົກຄອງເມືອງພວນ ໃນຍຸກນັ້ນ, ໄດ້ນໍາອົາອາຈານ ທໍາມະຄາຖາ ຜູ້ທີ່ມີສີມືໃນ ການສ້າງວັດຢູ່ຫຼວງພະບາງມາສ້າງວັດ ແຫ່ງນີ້, ພາຍຫຼັງ ສໍາເລັດແລ້ວ, ເຈົ້າລ້ານຄໍາ ກອງກໍໄດ້ອັງເຊີນເອົາພະພຸດທະຮູບປາງສັກສິດມາຈາກ ຫົງສາວະດີ (ມຽນມາໃນປັດ ຈຸບັນ)ມາປະດິດສະຖານໄວ້ຢູ່ວັດແຫ່ງນີ້ ເຊິ່ງໄດ້ເຮັດ ໃຫ້ ເມືອງພວນມີຄວາມຈະເລີນຮຸ່ງເຮືອງທີ່ສຸດ ແລະ ວັດເພຍ ວັດກໍໄດ້ກາຍເປັນສະຖານທີ່ສຶກສາຮໍ່າຮຽນຂອງພະສົງສາມະເນນໃນຍຸກນັ້ນ. ເຊິ່ງ ມາຮອດ ປັດຈຸບັນມີອາຍຸປະມານ 700ປີ ແລ້ວ. ວັດ ເພຍວັດໄດ້ຖືກທໍາລາຍຈາກໄພສົງຄາມມາຫຼາຍສະໄໝ, ຄົງເຫຼືອໄວ້ໃຫ້ເຫັນພຽງພະພຸດທະຮູບອົງໃຫຍ່ ແລະ ສິມ ເກົ່າປະໄວ້ເພື່ອໃຫ້ທ່ານໄປ ທ່ຽວຊົມ ຮ່ອງຮອຍອັນໂຫດ ຮ້າຍປ່າເຖື່ອນຂອງສົງຄາມຮຸກຮານຂອງພວກຈັກກະ ພັດລ່າເມືອງຂຶ້ນແບບໃໝ່ ປະຖິ້ມໄວ້.

ຫຼັງຈາກນັ້ນ, ທ່ານສາ ມາດໄປທ່ຽວຊົມຖໍ້ານາງ ຜົມຫອມ ເຊິ່ງຕັ້ງຢູ່ເຂດບ້ານ ຜາເມືອງ, ຫ່າງຈາກເທສະ ບານແຂວງຊຽງຂວາງໄປ ປະມານ 100 ແມັດ, ເປັນຖໍ້າ ທີ່ມີລັກສະນະເປັນຜາຫີນ ໜ່ວຍດຽວທີ່ສູງໃຫຍ່ຕັ້ງຢູ່ ກາງທົ່ງນາຢູ່ອອ້ມຮອບຜາ ຫີນໜ່ວຍນີ້ ເຊິ່ງ ທ່ານ ສາ ມາດຍ່າງອອ້ມຮອບຖໍ້າແຫ່ງນີ້ເປັນເວລາ 3 ຊົ່ວໂມງ, ເປັນ ຜາຫີນທີ່ມີຄວາມສວຍສົດ ງົດງາມທີ່ສຸດ ດັ່ງມີຜູ້ຄົນຍົກ ເອົາຜາຫີນທີ່ມີຂະໜາດໃຫຍ່ ໜ່ວຍນີ້ມາຕັ້ງໄວ້ກາງທົ່ງນາແລ້ວມາດັດແປງປັ້ນແຕ່ງໃຫ້ເປັນຖໍ້າໂດຍມີເສັ້ນທາງເຂົ້າ-ອອກສະດວກສະບາຍ, ເປັນ ສະຖານທີ່ມາທ່ຽວຊົມໄດ້ສະເພາະແຕ່ຍາມແລ້ງສວ່ນຍາມ ລະດູຝົນໄລຍະເດືອນ 7,8,9 ອາດຈະມີ ນໍ້າຖ້ວມບໍລິເວນ ປາກຖໍ້າ. ຖໍ້າໜ່ວຍນີ້ຖືກ ຄົ້ນ ພົບມາເປັນເວລາດົນນານ ແລ້ວ ແຕ່ຫາກໍເປີດບໍລິການ ໃຫ້ເຂົ້າມາທ່ຽວຊົມປີກາຍນີ້. ດ້ານໃນຂອງຖໍ້າທ່ານຈະເຫັນ ຮູບປັ້ນໂຕຊ້າງນອນຢູ່, ມີ ບ່ອນຂໍພອນຈາກອົງພະສໍາ ມາສໍາພຸດທະເຈົ້າ ແລະ ຢູ່ ດ້ານໜ້າປາກຖໍ້າ ທ່ານ ຈະ ເຫັນຮູບປັ້ນນາງ ຜົມຫອມ ນັ່ງຢູ່. ເຖິງຈະເປັນ ສະຖານ ທີ່ທ່ອງທ່ຽວໃໝ່ແຕ່ກໍເປັນທີ່ນິຍົມຊົມຊອບ ແລະ ສ້າງ ຄວາມປະທັບໃຈໃຫ້ກັບນັກ ທ່ອງທ່ຽວທີ່ມາທ່ຽວຊົມໄດ້

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com