ໃນ 4 ເດືອນ​ຕົ້ນ​ປີ 2022 ນີ້ ທ່າ​ບົກ​ທ່າ​ນາ​ແລ້ງ​ນຳ​ເຂົ້າ​ສິນ​ຄ້າ 11 ພັນ​ກວ່າ​ຕູ້

SA Game

ຂ​ປລ

ມີສິນຄ້າ ນຳເຂົ້າ-ສົ່ງອອກຜ່ານດ່ານ ທ່າບົກທ່ານາແລ້ງ 11 ພັນກວ່າຕູ້​ໃນ​ໄລ​ຍະ 4 ເດືອນ​ຜ່ານ​ມາ

ໄລຍະ 4 ເດືອນຕົ້ນປີ 2022 ນີ້, ບໍລິສັດ ທ່າບົກ-ທ່ານາແລ້ງ ຈຳກັດ ສາມາດປະຕິ ບັດ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານດ່ານທ່າບົກທ່ານາແລ້ງ ແລະ ຜ່ານລົດໄຟລາວ-ຈີນ ໄດ້ທັງໝົດ 11 ພັນກວ່າຕູ້

ໃນນັ້ນ, ນຳເຂົ້າ-ສົ່ງອອກ ຜ່ານແດນ ລາວ-ຈີນ 9 ພັນກວ່າຕູ້ ເທົ່າກັບ 85% (ຜ່ານລົດໄຟ ລາວ-ຈີນ), ນຳເຂົ້າ-ສົ່ງອອກ ລາວ-ໄທ 1 ພັນກວ່າຕູ້ ເທົ່າກັບ 14%, ຜ່ານແດນ ໄທ-ຈີນ 82 ຕູ້, ເທົ່າກັບ 1%,ເຊິ່ງສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກຳ ເປັນຕົ້ນ ປະເພດປຸຍ, ອຸປະກອນເອເລັກໂຕຣນິກຕ່າງໆ, ເຄື່ອງໄຟຟ້າ ແລະ ອື່ນໆ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກ-ທ່ານາແລ້ງ ຈຳກັດ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນລາວ ໃນວັນທີ 23 ພຶດສະພາ 2022 ນີ້ວ່າ:

ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້, ດ່ານສາກົນ ສິນຄ້າທ່າບົກ-ທ່ານາແລ້ງ ມີຜົນສຳເລັດ ໃນການຈັດຕັ້ງປະຕິບັດ ການນຳເຂົ້າ-ສົ່ງອອກສິນຄ້າ ເປັນຕົ້ນ ເປັນຈຸດອຳນວຍຄວາມສະດວກດ້ານການຄ້າ, ເປັນດ່ານສາກົນສິນຄ້າທາງບົກ ແລະ ທາງລາງຂອງນະຄອນ ຫລວງວຽງຈັນ ໃນການກວດກາສິນຄ້າ ເຂົ້າ-ອອກ ແລະ ຜ່ານແດນ

SA Game
ຂ​ປລ

ເປັນແຫລ່ງລາຍຮັບອັນໃໝ່ ໃນການເກັບພັນທະເຂົ້າງົບປະມານ, ຫລຸດຜ່ອນຕົ້ນທຶນໂລຈິສຕິກ ແລະ ເປັນສ່ວນຂັບເຄື່ອນທີ່ສໍາຄັນ ໃຫ້ແກ່ການສົ່ງເສີມການລົງທຶນ ຂອງຕ່າງປະເທດ ເຊິ່ງທ່າບົກທ່ານາແລ້ງ ເປັນສະຖານີຂົນສົ່ງຫລາຍຮູບແບບ ລະຫວ່າງປະເທດ ທີ່ມີລະຫັດ LOCODE ທີ່ສາມາດ ນຳໃຊ້ໄດ້ເປັນທາງການ

ໃນຂະບວນການຂົນສົ່ງສາກົນ ໃນຖານະສະຖານີ ຕົ້ນທາງ ແລະ ປາຍທາງການຂົນສົ່ງສາກົນ, ມີລະບົບສາງພາສີ ແລະ ສາງຜ່ານແດນ ທີ່ມີພື້ນທີ່ໃນຮົ່ມ ປັດຈຸບັນ 17.500 ຕາແມັດ ສາມາດຮອງຮັບ ການບໍລິການ ລະບົບການຂົນສົ່ງດ້ວຍຕູ້ຄອນເທນເນີ, ການບໍລິການ LCL ແລະ ການຄ່ຽນຖ່າຍສິນຄ້າເຂົ້າ-ອອກຕູ້ຜ່ານແດນ ໄດ້ຢ່າງພຽງພໍ.

ສຳລັບ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຕູ້ສິນຄ້າບໍລິສັດ ທ່າບົກ-ທ່ານາແລ້ງ ໄດ້ມີການຈັດຕັ້ງປະຕິບັດ ລະບົບຕິດຕາມພາຫະນະ ແລະ ສິນຄ້າ GPS/e-Seal

ເພື່ອຄວບຄຸມການຂົນສົ່ງ ໄປຕາມເສັ້ນທາງກຳນົດ ເພື່ອຄຸ້ມຄອງການຂົນສົ່ງ Bonded Truck ກໍຄື ລົດຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຜ່ານເຂົ້າຕົວເມືອງ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ທ່ານ ສາຄອນ ພິລາງາມ ຍັງໃຫ້ຮູ້ອີກວ່າ:

ປັດຈຸບັນ, ພວມດຳເນີນການກໍ່ສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ຈາກສະຖານີທ່າບົກທ່ານາແລ້ງ ໄປຫາສະຖານີວຽງຈັນໃຕ້ ກໍຄືເຊື່ອມຕໍ່ໄປຫາເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງບໍລິສັດ ທ່າບົກ-ທ່ານາແລ້ງ ໄດ້ກໍ່ສ້າງຕໍ່ຈາກສະຖານີລົດໄຟລາວ-ໄທ ໄປສະຖານີວຽງຈັນໃຕ້ 1,2 ກິໂລແມັດ ແລະ ສະຖານີວຽງຈັນໃຕ້ ກໍ່ສ້າງມາສະຖານີທ່າບົກທ່ານາແລ້ງ 2,8 ກິໂລແມັດ, ຄາດວ່າການກໍ່ສ້າງຈະສຳເລັດ ແລະ ເປີດໃຫ້ບໍລິການຂົນສົ່ງສິນຄ້າ ໃນວັນທີ 20 ມິຖຸນາ 2022 ທີ່ຈະມາເຖິງນີ້

ພາຍຫລັງສຳເລັດການເຊື່ອມຈອດກັນ ລະຫວ່າງ ເສັ້ນທາງລົດໄຟ ລາວ-ຈີນ ກັບເສັ້ນທາງລົດໄຟ ລາວ-ໄທ ກໍຈະເຮັດໃຫ້ການຂົນສົ່ງສິນຄ້າຈາກ ສປ ຈີນ ມາ ສປປ ລາວ ແລະ ໄປໄທ, ຈາກໄທມາ ສປປ ລາວ ແລະ ໄປ ສປ ຈີນ ແລະ ການນຳເຂົ້າ, ສົ່ງອອກສິນຄ່າຕ່າງໆກໍມີຄວາມສະດວກສະບາຍ, ວ່ອງໄວ, ປະຢັດເວລາໃນການຂົນສົ່ງ, ທັງປະຢັດຕົ້ນທຶນ ແລະ ອື່ນໆ.

SA Game
ຂ​ປລ

ພ້ອມນັ້ນ, ບໍລິສັດ ທ່າບົກທ່ານາແລ້ງ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການສ້າງຕັ້ງ ສູນກັກກັນພືດ ແລະ ສັດ ກັບ ພາກລັດຂອງລາວ ແລະ ພາກເອກະຊົນ ຂອງ ສປ ຈີນ ເພື່ອເພີ່ມຂີດຄວາມສາມາດ ທາງໂລຈິສຕິກ ນໍາເຂົ້າ-ສົ່ງອອກ ແລະຜ່ານແດ ສິນຄ້າປະເພດພືດ, ຜັກສົດ, ໝາກໄມ້ ແລະ ສິນຄ້າປະເພດອາຫານແຊ່ແຂງ/ຄວບຄຸມອຸນຫະພູມ.

ພ້ອມນັ້ນ, ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືກັບທ່າບົກ ເທິງຈຸ້ນ ນະຄອນຄຸນໝິງ ໃນການເປັນພັນທະມິດ ການໃຫ້ບໍລິການລູກຄ້າ ໂດຍສະເພາະ ການບໍລິການ ແລະ ຄຸ້ມຄອງຕູ້ສິນຄ້າ ຮ່ວມກັນ ເພື່ອຫລຸດຜ່ອນ ຄ່າມັດຈຳຕູ້ສິນຄ້າຂອງຜູ້ປະກອບການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ