ກອງ​ປະ​ຊຸມ​ໂຄງ​ການຟື້ນຟູ ແລະ ສ້າງ​ຄວາມ​ທົນ​ທານຈາກ ໂຄວິດ-19

SA Game

ຂ​ປລ

ກອງ​ປະ​ຊຸມເປີດໂຄງການ ຟື້ນຟູຈາກ ໂຄວິດ-19 ແລະ ຊຸກຍູ້ການປະຕິບັດງານການປ່ຽນແປງດິນຟ້າອາກາດ

ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ(FAO) ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດສຳມະນາ ເພື່ອເປີດໂຄງການ ‘ຟື້ນຟູ ແລະ ສ້າງຄວາມທົນທານ ຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ໃນຂະແໜງກະສິກໍາ, ທີ່ດິນ ແລະ ຊັບພະຍາກອນນ້ຳ ຂອງ ສປປ ລາວ’ ໃນວັນທີ 20 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ

ໂດຍໄດ້ຮັບການສະໜັບສະໜູນ ຈາກກອງທຶນສີຂຽວດ້ານການປ່ຽນດິນຟ້າອາກາດສາກົນ ແລະ ໄດ້ຖືກຈັດຕັ້ງປະຕິບັດໂດຍກົມແຜນການ ແລະ ການເງິນ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ໂຄງການນີ້ ເພື່ອແນໃສ່ຫລຸດຜ່ອນຜົນກະທົບຈາກພະຍາດ ໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດ ໂດຍການສ້າງຄວາມສາມາດ ໃນການປະສານງານກອງທຶນດິນຟ້າອາກາດ, ການເພີ່ມທະວີການຕິດຕາມກວດກາ, ການລາຍງານ ແລະ ການຢັ້ງຢືນ ດ້ານການເງິນດິນຟ້າອາກາດ ແລະ ການປະກອບສ່ວນເຂົ້າໃນການບັນລຸ ການປະກອບສ່ວນແຫ່ງຊາດທີ່ໄດ້ຖືກກໍານົດ

SA Game
ຂ​ປລ

ເພື່ອຫລຸດຜ່ອນການປ່ອຍອາຍພິດແຫ່ງຊາດ ແລະ ປັບຕົວເຂົ້າກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພ້ອມທັງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ປີ 2021-2025 ແລະ ເປົ້າໝາຍຂອງການພັດທະນາແບບຍືນຍົງທ້ອງຖິ່ນ; ພັດທະນາແຜນການລົງທຶນຟື້ນຟູ ໂຄວິດ-19 ແບບຍືນຍົງ ແລະ ສີຂຽວ ໃຫ້ແກ່ຂະແໜງກະສິກໍາ, ປ່າໄມ້ ແລະ ການນຳໃຊ້ທີ່ດິນອື່ນໆ ທີ່ມີຄວາມສ່ຽງຕໍ່ດິນຟ້າອາກາດ ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມການລົງທຶນ ພ້ອມດ້ວຍບົດບັນທຶກແນວຄວາມຄິດຂອງໂຄງການ/ແຜນງານ ເພື່ອແກ້ໄຂປັດໄຈອື່ນໆ.

ທ່ານ ພູວົງ ຫລວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໂຄງການດັ່ງກ່າວເປັນໂຄງການທີ່ໄດ້ຮັບການອອກແບບ ເພື່ອເສີມສ້າງຄວາມສາມາດ ຂອງກະຊວງ ເຊິ່ງຄວາມສາມາດນີ້ ຈໍາເປັນສໍາລັບພະນັກງານຂອງລັດຖະບານ ບໍ່ພຽງແຕ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງລວມເຖິງກະຊວງຕ່າງໆທີ່ກ່ຽວຂ້ອງ ແລະ ພາກເອກະຊົນ ເພື່ອລະດົມຊັບພະຍາກອນ, ຄວາມຮູ້ ແລະ ນະວັດຕະກໍາທີ່ດີກວ່າ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງສ້າງສັນ ແລະ ມີປະສິດທິພາບ ໂດຍສະເພາະ ໃນຂົງເຂດກະສິກໍາ, ທີ່ດິນ ແລະ ນ້ຳ.

SA Game
ຂ​ປລ

ທ່ານ ນາຊາຣ໌ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໃຫ້ຂໍ້ສັງເກດວ່າ: ປະເທດລາວ ປະສົບກັບພາວະເສດຖະກິດຕົກຕໍ່າຢ່າງຮ້າຍແຮງ ເນື່ອງຈາກຜົນກະທົບຂອງໂຄວິດ-19 ເຊິ່ງສົ່ງຜົນໃຫ້ລາຄາສະບຽງອາຫານ, ນໍ້າມັນເຊື້ອໄຟ ແລະ ຝຸ່ນບົ່ມ ເພີ່ມຂຶ້ນຢ່າງຫລວງຫລາຍ, ພ້ອມກັບການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ ແລະ ການສົ່ງອອກພືດເສດຖະກິດກໍຫລຸດລົງ. ຂະແໜງກະສິກໍາເປັນຂະແໜງທີ່ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງທີ່ສຸດ ມັນຈຶ່ງມີຄວາມຈຳເປັນທີ່ຕ້ອງມີການດຳເນີນງານຢ່າງຮີບດ່ວນ ໃນການວາງແຜນຟື້ນຟູ ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວ ໃນຂະແໜງກະສິກຳ, ປ່າໄມ້ ແລະ ຂະແໜງການນຳໃຊ້ທີ່ດິນອື່ນໆ ເຊິ່ງເປັນບາດກ້າວທີ່ສຳຄັນໃນແຜນການນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ