ໃນ​ຂະ​ແໜງການ​ທ່ອງ​ທ່ຽວ ໂຮງ​ແຮມລາວ​ກ່ຳ​ລັງ​ພັດ​ທະ​ນາ​ໄປ​ໄກ​ແລ້ວ

SA Game

ຂ​ປ​ລ

ໂຮງແຮມ ໃນ ສ​ປ​ປ ລາວ ກຳລັງກ້າວໄປເປັນຜູ້ນໍາ ໃນການທ່ອງທ່ຽວແບບຍືນຍົງ

 ໃນວັນທີ 16 ກຸມພາ 2023, ໂຮງແຮມຈ່ຳ​ນວນ​ຫລາຍ ໃນ​ ສ​ປ​ປ ລາວ ກ່ຳ​ລັງ​ມີ​ການ​ພັດ​ທະ​ນາ​ໄປ​ຢ່າງ​ໄວ​ວາ ແລະ ໂຮງ​ແຮມ​ຢ່າງ​ນ້ອຍ 5 ແຫ່ງໃນຫລວງພະບາງ ແລະ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການສະໜັບສະ ໜູນຈາກໂຄງການ SUSTOUR Laos ທີ່ໄດ້ຮັບທຶນຮ່ວມສະໜັບສະໜູນຈາກສະຫະພາບເອີຣົບ ໄດ້ຮັບໃບຮັບ ຮອງຄວາມຍືນຍົງດ້ານການທ່ອງທ່ຽວ

ໃນໂອກາດເປີດງານວາງສະແດງຜະລິດຕະພັນລາວ ປີ 2023 ທີ່ນະຄອນຫລວງວຽງຈັນ ເຊິ່ງປະກອບມີ: ໂຮງແຮມສຸພັດຕຣາ, ໂຮງແຮມຫລວງພະບາງວິວ, ໂຮງແຮມ ແອງສະນາເມຊັນສຸວັນນະພູມ, ໂຮງແຮມສາລານາບູຕິກ ແລະ ໂຮງແຮມເມສັນດາລາບົວ

ໂດຍໄດ້ຮັບໃບຢັ້ງຢືນຄວາມ ຍືນຍົງຈາກ Travelife ເພື່ອເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຕໍ່ຄວາມຍືນຍົງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ (LNCCI) ແລະ ທ່ານ ນິລອອລ ລີໂອນາດ ຄະນະຜູ້ແທນສະຫະພາບເອີຣົບປະຈຳລາວ.

SA Game
ຂ​ປ​ລ

ໂຄງການ SUSTOUR Laos

ເປັນໂຄງການທີ່ໄດ້ຮັບທຶນຮ່ວມສະໜັບສະໜູນ ຈາກສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການແພລນສາກົນປະຈຳ ສປປ ລາວ, ສະ ພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນການທ່ອງທ່ຽວນິເວດ ແລະ ກະສິກຳເອີຣົບ (ECEAT).

ໂຄງການ SUSTOUR Laos ໄດ້ຊ່ວຍເຫລືອນັກທຸລະກິດດ້ານການທ່ອງທ່ຽວໃນນະຄອນຫລວງວຽງຈັນ, ແຂວງຫລວງພະບາງ ແລະ ແຂວງວຽງຈັນ ໃນການຮັບຮອງເອົາ ແລະ ສົ່ງເສີມການປະຕິບັດ, ການບໍລິໂພກ ແລະ ການຜະລິດແບບຍືນຍົງ (SCP) ຕະຫລອດລະບົບຕ່ອງໂສ້ການສະໜອງ ແລະ ຂະບວນການດຳເນີນທຸລະກິດ.

ການຮັບຮອງເອົາການປະຕິບັດ SCP ທີ່ປະສົບຜົນສໍາເລັດ ແມ່ນໄດ້ຮັບລາງວັນເຊິ່ງເປັນໃບຢັ້ງຢືນ ຄວາມຍືນຍົງ ຈາກ Travellife ເຊິ່ງເປັນອົງກອນທີ່ໄດ້ຮັບການຍອມຮັບຈາກສາກົນ ວ່າເປັນການຢັ້ງຢືນຊັ້ນນໍາໃນການທ່ອງທ່ຽວ ແບບຍືນຍົງ.

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍົກ ໃຫ້ເຫັນຄວາມສຳຄັນຂອງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຍຸດທະສາດການທ່ອງທ່ຽວແຫ່ງຊາດ. “ພວກເຮົາສຸມໃສ່ການສ້າງຄວາມອາດສາມາດ ແລະ ການສົ່ງເສີມຜູ້ປະກອບການໃນການຮັບຮອງເອົາການປະຕິບັດການບໍລິໂພກ ແລະ ການຜະລິດທີ່ຍືນຍົງ.

ກະຊວງອຸດສາ ຫະກຳ ແລະ ການຄ້າ, ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ໂຄງການ SUSTOUR Laos ໄດ້ສຸມໃສ່ເຮັດວຽກເພື່ອຊ່ວຍບັນດາຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະຫນາດກາງ ໃນອຸດ ສາຫະກໍາການທ່ອງທ່ຽວ ເພື່ອປັບປຸງການປະຕິບັດແບບຍືນຍົງ ແລະ ໃຫ້ໄດ້ຮັບໃບຢັ້ງຢືນຄວາມຍືນຍົງຈາກ Travelife.”

ທ່ານ ລີໂອນາດ ໃຫ້ຂໍ້ສັງເກດວ່າ “ສະຫະພາບເອີລົບ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຈຸລະວິ ສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະຫນາດກາງ (MSMEs) ແລະ ຂະແໜງການທ່ອງທ່ຽວສີຂຽວ, ເຮັດໃຫ້ ສປປ ລາວ ເປັນຈຸດໝາຍປາຍທາງສີຂຽວ ເຊິ່ງຈະເພີ່ມລາຍຮັບ ແລະ ໂອກາດການຈ້າງງານໃຫ້ແກ່ຄົນພາຍໃນປະ ເທດ, ພ້ອມທັງເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ໂດຍລວມແລ້ວ, ບາດກ້າວດັ່ງກ່າວ ສະແດງໃຫ້ເຫັນເຖິງການປະກອບສ່ວນອັນສຳຄັນ ໃຫ້ແກ່ການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດແບບຍືນຍົງ.”

ໃນທຸລະກິດທີ່ມີການແຂ່ງຂັນກັນສູງ ເຊັ່ນ: ອຸດສາ ຫະກໍາການທ່ອງທ່ຽວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮັບຮູ້ວ່າ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະຫນາດກາງ ໃນລາວມີທ່າແຮງໃນການຂະຫຍາຍຕົວ ແລະ ບັນລຸໄດ້ມາດຕະຖານລະດັບໂລກ ກ່ຽວກັບຄວາມຍືນຍົງທາງດ້ານການທ່ອງທ່ຽວ

ໂດຍໄດ້ຮັບການສະໜັບສະໜູນຈາກປະເທດເອີຣົບ ແລະ ອົງການ ແພລນສາກົນ ປະຈຳ ສປປ ລາວ, ລັດຖະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລະ ດົມກຳລັງໃຈ, ສົ່ງເສີມ ແລະ ຊ່ວຍເຫລືອ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ໃນຕ່ອງ ໂສ້ການສະໜອງອຸດສາຫະກຳການທ່ອງທ່ຽວ ເພື່ອປັບປຸງຄຸນນະພາບການດຳເນີນງານ ແລະ ການບໍລິການແບບຍືນ ຍົງ, ນີ້ຈະເຮັດໃຫ້ປະເທດ ສປປ ລາວ ເປັນຈຸດໝາຍປາຍທາງສຸດທ້າຍຂອງນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບ.

SA Game
ຂ​ປ​ລ

ທ່ານ ນາງ ແກ້ວຕາ ທຳມະນູວົງ ຜູ້ຈັດການໂຮງແຮມສາລານາບູຕິກ ນະຄອນຫລວງວຽງຈັນ ໄດ້ໃຫ້ ສຳພາດວ່າ:

ການໄດ້ຮັບໃບຢັ້ງຢືນຄວາມຍືນຍົງຈາກ Travelife ໃນຄັ້ງນີ້ ເປັນສິ່ງສຳຄັນທີ່ໂຮງແຮມຂອງພວກເຮົາ ຈະສະແດງໃຫ້ຊາວໂລກຮູ້ວ່າ ບັນດາທຸລະກິດໂຮງແຮມໃນປະເທດເຮົາ ກໍໄດ້ເອົາໃຈໃສ່ໃນຄວາມຍືນຍົງ, ອາດຈະດຶງ ດູດນັກທ່ອງທ່ຽວທີ່ມີຄວາມຮັບຜິດຊອບໄດ້ຫລາຍຂຶ້ນ ແລະ ກາຍເປັນທຸລະກິດທີ່ມີຄວາມສາມາດໃນການແຂ່ງຂັນ ກັບປະເທດອື່ນໆໄດ້, ການຈະໄດ້ຮັບໃບຢັ້ງຢືນຄວາມຍືນຍົງເປັນສິ່ງທ້າທາຍຫລາຍ, ແຕ່ການຮັກສາມັນໄວ້ເປັນສິ່ງ ທ້າທາຍຫລາຍກວ່າ.

ພວກເຮົາຕ້ອງໄດ້ປັບປຸງຕົນເອງຢູ່ສະເໝີ ເພື່ອໃຫ້ໄດ້ຢູ່ໃນແຖວໜ້າຂອງຕ່ອງໂສ້ການສະໜອງຂອງອຸດສາຫະກໍາການທ່ອງທ່ຽວແບບຍືນຍົງທີ່ມີການແຂ່ງຂັນສູງ ແລະ ຂ້າພະເຈົ້າເຊື່ອວ່າພວກເຮົາສາມາດເຮັດໄດ້.

ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໂຄງການ SUSTOUR Laos ກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນທ້າຍປີ 2021 ໂດຍໄດ້ຮັບທຶນຮ່ວມ ສະໜັບສະໜູນຈາກສະຫະພາບເອີຣົບ ແລະ ອົງການແພລນສາກົນ ປະຈໍາ ປະເທດ ເຢຍລະມັນ, ອົງການແພລນ ສາກົນ ປະຈຳ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າຈັດຕັ້ງປະຕິບັດໂຄງການ SUSTOUR Laos ໃນ 11 ເມືອງ ໃນທົ່ວແຂວງຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ.

ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິ ບັດຈົນຮອດກາງປີ 2024,. ໃນນັ້ນ, ຈະໄດ້ມີການລິເລີ່ມກິດຈະກຳແຜນງານ Travelife ໃຫ້ແກ່ ຈຸລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ, ຂະຫນາດກາງ ໃນຂະແໜງການອຸດສາຫະກໍາການທ່ອງທ່ຽວໃນລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.