ສາມຫລ່ຽມຄຳພັດ​ທະ​ນາ​ກາຍ​ເປ​ັນ​ຕົວ​ເມືອງ​ໃໝ່​ທີ່​ສິ​ວິ​ໄລ​ຫລາຍ

SA Game

ຂ​ປ​ລ

ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ

​ເມືອງ​ຕົ້ນ​ເຜິ້ງ​ ແຂວງ​ບໍ່​ແກ້ວທີ່​ມີເຂດເສດຖະກິດພິເສດ ສາມຫລ່ຽມຄຳ ​ເປັນ​ຈຸດ​ເດັ່ນ ກ່ຳ​ລັງໄດ້ຮັບການພັດທະນາລະບົບໂຄງລ່າງພື້ນຖານຢ່າງເປັນລະບົບ ເປັນຕົ້ນ ຖະໜົນຫົນທາງ, ທີ່ພັກອາໃສ, ຮ້ານອາຫານ, ສະຖານບັນເທີງ, ລະບົບສາທາລະສະສຸກ, ລະບົບໄຟຟ້າ, ນ້ຳປະປາ, ລະບົບໂທລະຄົມມະນາຄົມ, ລະບົບອິນເຕີເນັດ, ລະບົບຄົມມະນາຄົມຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ.

ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຂ້າພະເຈົ້າ ລວມເຖິງພະນັກງານທຸກໆຄົນ ຄວາມສາມັກຄີກັນ ພັດທະນາ ແລະ ສ້າງສາສິ່ງຕ່າງໆຂຶ້ນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ ການພັດທະນາລະບົບໂຄງລ່າງພື້ນຖານຢ່າງເປັນລະບົບ, ເມື່ອມີໂຄງລ່າງພື້ນຖານທີ່ແໜ້ນໜາ ຈຶ່ງເຮັດໃຫ້ເຂດເສດຖະກິດແຫ່ງນີ້ ກາຍເປັນຕົວເມືອງຂຶ້ນມາເລື້ອຍໆ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ ແລະ ຕ່າງປະເທດອີກດ້ວຍ.

SA Game
ຂ​ປ​ລ

ເມື່ອພັດທະນາໃຫ້ເປັນຕົວເມືອງແລ້ວ ແລະ ມີຜູ້ຢູ່ອາໃສຢ່າງຫລວງຫລາຍ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄຳ ກໍໄດ້ສຸມໃສ່ພັດທະນາທາງດ້ານສະບຽງອາຫານ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກເຊັ່ນ:

ສ້າງຟາມຜັກເຮືອນຮົ່ມ, ຟາມລ້ຽງງົວ, ຟາມລ້ຽງໝູ, ເປັດ, ໄກ່ ແລະ ຫ່ານ ເພື່ອລຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະ ຍັງໄດ້ກິນອາຫານທີ່ສົດໃໝ່ທຸກມື້ ແລະ ມີຄວາມປອດໄພ ໂດຍເນັ້ນພັດທະນາອາຫານການກິນ ປອດສານພິດ ແລະ ເປັນມິດກັບທຳມະຊາດ.

SA Game
ຂ​ປ​ລ

ນອກຈາກນີ້, ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຍັງໄດ້ພັດທະນາແຫລ່ງທ່ອງທ່ຽວຕ່າງໆຂຶ້ນ ເປັນຕົ້ນປ່ອງຢ້ຽມສາມຫລ່ຽມຄຳ, ຕະຫລາດວັດທະນະທຳນາໆຊາດ (ຕະຫລາດນ້ຳ), ສະໜາມກັອບ ແລະ ອື່ນໆ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ແລະ ມາລົງທຶນຢູ່ໃນ ສປປ ລາວ ກໍຄື ເຂດເສດຖະກິດພິເສດ ສາມຫລ່ຽມຄຳ. ພ້ອມທັງໄດ້ສ້າງໂຮງຮຽນນາໆຊາດ ເພື່ອໃຫ້ເດັກນ້ອຍທີ່ຢູ່ພາຍໃນເຂດ ແລະ ນອກເຂດໄດ້ເຂົ້າເຖິງການສຶກສາທີ່ດີ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.