ແຂ່ງຂັນກິລາເປຕັງຊິງຂັນພະນະທ່ານນາຍົກທົ່ວປະເທດ ຄັ້ງທີ XII

SA Game

ວິທະຍຸຄຳມ່ວນ

​ນ​ທີເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີ

ໃນວັນທີ 16 ກຸມພາ ປີ 2023 ນີ້, ໄດ້​ມີ​ການ​ເປີດງານແຂ່ງຂັນກິລາ ເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ແລະ ຈະໄດ້ດໍາເນີນໄປເຖິງ ວັນທີ 18 ກຸມພາ 2023 ທີ່ສະໜາມກິລາແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ຈາກ 13 ພາກສ່ວນ ໃນຂອບເຂດທົ່ວປະເທດ.

ທ່ານ ແກ້ວອຸດອນ ບຸດສີງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານ ໄດ້ກ່າວເຖິງການກະກຽມຄວາມພ້ອມ ໃນການເປັນເຈົ້າພາບເປີດງານແຂ່ງຂັນກິລາເປຕັງໃນຄັ້ງນີ້ວ່າ: ແຂວງຄໍາມ່ວນ ໄດ້ເປີດກວ້າງ ເຊື້ອເຊີນທຸກກະຊວງ, ທຸກແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມໃນງານດັ່ງກ່າວ, ແຕ່ການເຂົ້າຮ່ວມຕົວຈິງມີທັງຫມົດ: 13 ພາກສ່ວນ,ໃນນັ້ນ:

SA Game
ວິທະຍຸຄຳມ່ວນ

ມາຈາກ ແຂວງຫຼວງນໍ້າທາ, ຜົ້ງສາລີ, ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ, ຄຳມ່ວນ ແລະ ໃນ​ນັ້ນ​ກໍ​ຍັງ​ມີ​ບັນ​ດາ​ກະ​ຊວງ​ເຊັ່ນ:

ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກນາຍົກລັດຖະມົນຕີ, ມີຈໍານວນຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າ ຮ່ວມທັງຫມົດ ຈຳນວນ 229 ຄົນ.

ເຊິ່ງໃນງານດັ່ງກ່າວຈະໄດ້ມີການຊິງຫລຽນລາງວັນ ທັງຫມົດ 36 ຫລຽນ, ໃນນັ້ນ ຫລຽນຄໍາ 9 ຫລຽນ, ຫລຽນເງິນ 9 ຫລຽນ ແລະ ຫລຽນທອງ 18 ຫລຽນ, ພ້ອມດ້ວຍເງິນລາງວັນ ຈຳນວນໜຶ່ງ ແລະ ທີມທີ່ໄດ້ຄອງຫລຽນຄໍາ ຈະໄດ້ຮັບກຽດຄອງຂັນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຄອງ. ໂດຍຜ່ານການຄົ້ນຄວ້າໃນກອງປະຊຸມຄະນະກໍາມະການຝ່າຍເຕັກນິກ ໄດ້ຈັດໃຫ້ມີການແຂ່ງຂັນທັງໝົດ 700 ກວ່າຄັ້ງ, ມີສະໜາມແຂ່ງຂັນ 4 ແຫ່ງ, ໃຊ້ເວລາໃນການແຂ່ງຂັນ 3 ມື້ເຄິ່ງ, ນັບແຕ່ເຊົ້າວັນທີ 15 ກຸມພາ 2023 ເປັນຕົ້ນໄປ ແລະ ຈະໄດ້ສະຫລຸບມອບລາງວັນໃນຕອນບ່າຍ ຂອງວັນທີ 18 ກຸມພາ 2023.

SA Game
ວິທະຍຸຄຳມ່ວນ

ໂອກາດດັ່ງກ່າວ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ໄດ້ກ່າວເປີດງານແຂ່ງຂັນກິລາເປຕັງທົ່ວປະເທດຄັ້ງທີ XII

ໂດຍທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ເຂົ້າຮ່ວມພິທີເປີດງານດັ່ງກ່າວ ຊຶ່ງໄດ້ໄຂຂຶ້ນຢູ່ດິນແດນວິລະຊົນ, ດິນແດນອູ່ ເຂົ້າອູ່ປາ ແລະ ດິນແດນ ທຳມະຊາດ ທີ່ສວຍສົດງົດງາມ, ຜ່ານການຫ້າງຫາກະກຽມເງື່ອນໄຂ ແລະ ປັດໄຈຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບໃນງານແຂ່ງຂັນໃນຄັ້ງນີ້

ມາຮອດເວລານີ້ເຫັນວ່າມີຄວາມພ້ອມ 100% ແລະ ເຊື່ອໝັ້ນວ່າ ບັນດາທ່ານຄະນະນໍາ, ກໍາມະການຕັດສິນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະຫຍາຍຈິດໃຈຟົດຟື້ນປະຕິວັດ ເຮັດໃຫ້ງານແຂ່ງຂັນດຳເນີນໄປດ້ວຍບັນຍາກາດທີ່ດີ, ມີຄວາມສາມັກຄີທີ່ຫນັກແຫນ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວິທະຍຸຄຳມ່ວນ