ໂຄວິດ​ເປັນ​ເຫດ! ລາວ​ກູ້​ເງິນທະນາຄານໂລກ 40 ລ້ານໂດລາແກ້​ໄຂ SMEs.

SA Game

ພາບ: ກະ​ຊວງ​ການ​ເງິນ.

​ສ​ປ​ປ ລາວ ແກ້​ໄຂ​ວິ​ກິດ SMEs ເຊັນສັນຍາກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ເພື່ອ​ຂັບ​ເຄືອນ​ຂອງ SMEs.

ຫລັງ​ຈາກ​ບັນ​ດາ SME ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກຈາກ​ໂຄວິດ-19, ແລະ ຍັງ​ບໍ່​ສາ​ມາດ​ຟື້ນ​ຕົວ​ໄດ້, ຫລາຍໆ​ທຸ​ລະ​ກິດ​ກໍ​ໄດ້​ລົ້ມ​ລະ​ລາຍ​ໄປ​ເນືອງ​ຈາກ​ບໍ່​ມີ​ລາຍ​ຮັບ ແລະ ທືນ​ໃນ​ການ​ບໍ​ລິ​ຫານ​ຕໍ່​ກໍ​ລົດ​ນ້ອຍ​ຖ່ອຍ​ລົງ​ເລື້ອຍໆ ແລະ ຫາກວ່າ​ສະ​ພາບ​ການ​ເປັນ​ແບບ​ນີ້​ຕໍ່​ໄປ​ຈະ​ຍັງ​ມີ​ອີກ​ຫລາຍໆ​ຂະ​ແໜງ​ການ​ຜູ້​ປະ​ກອບ​ການ​ຈະ​ທະ​ຍອຍ​ປິດ​ກິດ​ຈະ​ການ​ໄປ.

ສະ​ນັ້ນເພື່ອເປັນການ ສະໜອງທຶນໃຫ້ດ້ານສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ.

ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ.

SA Game
ພາບ: ກະ​ຊວງ​ການ​ເງິນ.

ຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ເຊິ່ງການສະໜັບສະໜູນທຶນດັ່ງກ່າວ.

ເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍແລະ ກາງຂອງ ສປປ ລາວ ໂດຍສະເພາະຜູ້ປະກອບທຸລະກິດໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ, ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍ ອັນມີຜົນກະທົບມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໃນຮູບແບບການສະໜອງສິນເຊື່ອສຳລັບ MSMEs.

ການສະໜອງທຶນດັ່ງກ່າວ ຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະ ການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດທີ່ສັບສົນ.

ໂຄງການໃໝ່ນີ້ ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍ ກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ. ພ້ອມນີ້, ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການ ເພື່ອສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້.

ນອກຈາກນີ້, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆ ທີ່ເຂົ້າຮ່ວມໂຄງການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ການຊວງການເງິນ.