ສິນຄ້າລາວຈະໄດ້ຮັບການຍົກເວັ້ນພາສີນຳເຂົ້າ 0% ຈາກ ສປ ຈີນ ໃນທ້າຍ​ປີ​ນີ້.

SA Game

ພາບ: laoedaily.com

ສປ ຈີນ ​ໃຫ້​ສິດ​ທິ​ພິ​ເສດຍົກເວັ້ນພາສີນໍາເຂົ້າສິນຄ້າລາວ 0% ໃນຈໍານວນ 97% ຂອງສິນຄ້າທັງໝົດ.

ສ​ປ​ປ ລາວ ​ເປັນ​ປະ​ເທດ​ທີ່​ກ່ຳ​ລັງ​ພັດ​ທະ​ນາ ແລະ ມີ​ທ່າ​ແຮງ​ຫລາຍ​ທາງ​ດ້ານ​ສິນ​ຄ້າ​ທັງ​ຫັດ​ຖະ​ກຳ, ກະ​ສິ​ກຳ, ແຮງ​ງານ ແລະ ​ທຳ​ມະ​ຊາດລວມ​ທັງ​ສິນ​ຄ້າອື່ນໆ​ຫລາຍໆ​ຢ່າງທີ່​ຍັງ​ຕ້ອງ​ການ​ການ​ພັດ​ທະ​ນາ​ໃຫ້​ເປັນ​ສາ​ກົນ ແລະ ເປັນ​ສິນ​ຄ້າ​ທີ່​ສາ​ມາດ​ສົ່ງ​ອອກ​ສູ່​ຕ່າງ​ປະ​ເທດ​ໄດ້.

ເຊິງ​ລ້າ​ສຸດຄະນະກໍາມະການຄຸ້ມຄອງອັດຕາພາສີ ປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກນະໂຍບາຍຫຼຸດຜ່ອນອັດຕາພາສີ ດ້ວຍການເກັບພາສີ 0% ໃນຈໍານວນ 97% ລາຍການສິນຄ້າທັງໝົດ ຂອງ ສປປ ລາວ ຕາມທີ່ໄດ້ໃຫ້ສັດຕະຍາບັນ.

SA Game
ພາບ: laoedaily.com

ເວັບໄຊສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍວ່າ: ອີງຕາມແຫຼ່ງຂ່າວເວັບໄຊ http://gss.mof.gov.cn ໃຫ້ຮູ້ວ່າ ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9.2019 ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8.256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ທັນວາ 2020 ເປັນຕົ້ນໄປ.

ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ. ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ.

ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ, ຜົນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່ເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ.

ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ລາວ ຫຼື ປະຊາຊົນລາວ ທີ່ມີຄວາມດຸໝັ້ນຂະຫຍັນພຽນຢູ່ແລ້ວ ໃນການສ້າງສາພັດທະນາປະເທດຊາດ ຄວນຈັບເອົາໂອກາດນີ້ ຂຸ່ນຂ້ຽວສ້າງຄວາມເຂັ້ມແຂງດ້ານການຜະລິດສິນຄ້າໃຫ້ມີຄຸນນະພາບສູງ ເພື່ອສົ່ງສິນຄ້າໄປຍັງ ສປ ຈີນ ໂດຍສະເພາະແມ່ນສິນຄ້າທີ່ ປະເທດເຮົາມີທ່າແຮງ ແລະ ຄຽງຄູ່ກັບສິນຄ້າທີ່ ສປ ຈີນ ມີຄວາມຕ້ອງການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເສດຖະກິດ-ການຄ້າ.