ແຮງງານຕັດຫຍິບທີ່ຖືກກະທົບຈາກໂຄວິດຈະໄດ້ຮັບເງິນອຸດໝູນ

SA Game

ພາບ​: laoedaily.com.

ໂຄງ​ການ​ອຸດ​ໜູນ​ໄລ​ຍະ​ສັ້ນ​ສຳ​ລັບແຮງງານ​ຕັດຫຍິບໃນ​ຂົງ​ເຂດທີ່ຖືກກະທົບຈາກໂຄວິດ.

ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນໃຫ້ລະບົບການຈ່າຍອຸດໜູນຫວ່າງງານເພີ່ມຂຶ້ນໃນ ສປປ ລາວ, ໃນອຸດສາຫະກຳຂົງເຂດຕັດຫຍິບຂະແໜງການດຽວການຈ່າຍອຸດໜູນຫວ່າງງານໄດ້ເພີ່ມຂຶ້ນສາມເທົ່າຈາກ 406.58 ລ້ານກີບ ໃນປີ 2019 ເປັນ 1.33 ຕື້ກີບໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ – 19 ໃນປີ 2020 ນີ້.

ໃນວັນທີ 23 ກຸມພາ 2021, ອົງການປະກັນສັງຄົມແຫ່ງຊາດໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນໃນຈຳນວນເງິນມູນຄ່າ 1,8 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອແຮງງານໃນຂົງເຂດຕັດຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບໃຫ້ໂຮງງານໃນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການຊ່ວຍເຫລືອຜູ້ອອກແຮງງານ ແລະ ສາມາດສືບຕໍ່ດຳເນີນທຸລະກິດ, ໂດຍໄດ້ ຮັບທຶນຊ່ວຍເຫລືອຈາກກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງສະຫະພັນເຢຍລະມັນ (BMZ) ຜ່ານການສະໜັບສະໜູນດ້ານວິຊາການຈາກອົງການແຮງງານສາກົນ(ILO) ໂດຍຜູ້ທີ່ໄດ້ຮັບເງິນອຸດໜູນໄລຍະສັ້ນຄັ້ງນີ້ ສ່ວນຫຼາຍປະມານ 85 ເປີເຊັນ ແມ່ນເປັນແຮງງານເພດຍິງ ເຊິ່ງການໃຫ້ເງິນອຸດໜູນຄັ້ງນີ້ແມ່ນຈະເລີ່ມເບີກຈ່າຍໃນເດືອນມີນາ 2021 ເປັນຕົ້ນໄປ.

SA Game
ພາບ​: laoedaily.com.

​ສຳ​ລັບຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດໃນຂົງເຂດໂຮງງານ ຕັດຫຍິບປະມານ 17,000 ກວ່າຄົນໃນ ສປປລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຈະໄດ້ຮັບອຸດໜູນລາຍຮັບໄລຍະສັ້ນຜູ້ລະ 900,000 ກີບ ຖືເປັນການຊົດເຊີຍລາຍຮັບທີ່ເສຍໄປຍ້ອນຕ້ອງຢຸດວຽກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ກ່າວວ່າ: “ການໃຫ້ເງິນ ຊ່ວຍໜູນດ້ານລາຍໄດ້ສະເພາະໃຫ້ແກ່ຜູ້ປະກັນຕົນໃນຂົງເຂດໂຮງງານຕັດຫຍິບ, ນອກຈາກການຊ່ວຍທາງກົງແກ່ຜູ້ອອກ ແຮງງານໃນໂຮງງານຕັດຫຍິບແລ້ວ ໂຄງການນີ້ຍັງຊ່ວຍສ້າງຄວາມເຂັ້ມແຂງໃນການຄຸ້ມຄອງບໍລິຫານ ແລະ ກົນໄກການ ຈ່າຍເງິນອຸດໜູນຂອງລະບົບປະກັນສັງຄົມ, ເປັນການສົ່ງເສີມສາຍພົວພັນ ແລະ ການມີສ່ວນຮ່ວມໃນການຈັດຕັ້ງປະຕິ ບັດໂຄງການຂອງອົງການຈັດຕັ້ງສາມຝ່າຍ ກໍຄືບັນດາໂຮງງານຕັດຫຍິບທີ່ເປັນສະມາຊິກຂອງອົງການປະກັນສັງຄົມ”.

ປັດຈຸບັນໃນຂົງເຂດອຸດສະຫະກຳຕັດຫຍິບມີການຈ້າງງານແຮງງານຫລາຍກວ່າ 26.000 ຄົນ ແລະ ເປັນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບ ຈາການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ແລະ ຈຳເປັນຕ້ອງໄດ້ຫຼຸດຈຳນວນພະນັກງານລົງ ແລະ ບາງໂຮງງານກໍ່ຕ້ອງໄດ້ປິດກິດຈະການ.

SA Game
ພາບ​: laoedaily.com.

ທ່ານ ເຈັນ ລຸດເກນເຮມ (Jens Lütkenherm) ເອກອັກຄະລັດຊະທູດ ຂອງສະຫະພັນເຢຍລະມັນ ປະຈຳ ສປປ ລາວ ໄດ້ກ່າວວ່າ “ພວກຂ້າພະເຈົ້າດີໃຈທີ່ເງິນຊ່ວຍເຫຼືອຄັ້ງນີ້ໄດ້ຈັດຕັ້ງປະຕິບັດຜ່ານອົງການປະກັນສັງຄົມແຫ່ງຊາດ ເຊິ່ງເປັນລະບົບປົກປ້ອງສັງຄົມທີ່ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບວິກິດການ. ການຮັບມືກັບວິກິດການ ແລະ ໃຫ້ຄວາມຊ່ວຍເຫຼືອກັບຜູ້ໄດ້ຮັບຜົນກະທົບຈາກເຫດການສຸກເສີນຮ້າຍແຮງງານທີ່ເກີດຂຶ້ນເປັນສິ່ງທີ່ສຳຄັນຍິ່ງ”

ການສະໜັບສະໜູນດ້ານວິຊາກການຈາກອົງການແຮງງານສາກົນຈະຊ່ວຍພັດທະນາລະບົບປົກປ້ອງສັງຄົມໃຫ້ສອດຄ່ອງກັບຫຼັກການປົກປ້ອງສັງຄົມສາກົນ ເຊິ່ງປະກອບດ້ວຍຄວາມເປັນເຈົ້າການ, ການຕິດຕາມຄຸ້ມຄອງຮ່ວມກັນຂອງອົງການຈັດຕັ້ງສາມຝ່າຍ ຈາກລັດຖະບານ, ຕາງໜ້າຜູ້ໃຊ້ແຮງງານ ແລະ ຕາງໜ້າຜູ້ອອກແຮງງານແລະການຮັບປະກັນລະບົບການບໍລິຫານໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ສະມາຄົມອຸດສະຫະກຳຕັດຫຍິບລາວ ແລະ ສູນກາງສະຫະພັນກຳມະບານລາວໄດ້ມີສ່ວນຮ່ວມສຳຄັນໃນການພັດທະນາ ແລະ ການສຳໜັບສະໜູນການຄຸ້ມຄອງບໍລິຫານລະບົບການໃຫ້ອຸດໜູນໃນຄັ້ງນີ້.

ທ່ານ ແກຣມ ບັກເລ (Graeme Buckley), ຜູ້ອຳນວຍການຫ້ອງການອົງການແຮງງານສາກົນຮັບຜິດຊອບປະເທດໄທ, ກຳປູເຈຍ ແລະ ສປປລາວໄດ້ກ່າວວ່າ: “ອຸດສະຫະກຳຂົງເຂດຕັດຫຍິບໄດ້ຮັບຜົນກະທົບໜັກໜ່ວງຈາກຈາການລະບາດ ຂອງເຊື້ອພະຍາດໂຄວິດ-19. ການໃຫ້ເງິນອຸດໜູນຄັ້ງນີ້ຈະຊ່ວຍປະກອບສ່ວນໃຫ້ແຮງງານ ແລະ ທຸລະກິດໃນຂົງເຂດຕັດຫຍິບສາມາດຜ່ານວິກິດຄັ້ງນີ້ເພື່ອສາມາດກັບຄືນມາດຳເນີນງານພາຍຫຼັງທີ່ຜົນກະທົບຂອງການລະບາດໂຄວິດ-19 ຫຼຸດຜ່ອນລົງ”.

SA Game
ພາບ​: laoedaily.com.

ໂຄງການໃຫ້ເງິນອຸດໜູນລາຍໄດ້ໄລຍະສັ້ນນີ້ ຈະນຳໃຊ້ລະບົບການໃຫ້ອຸດໜູນທີ່ມີຢູ່ແລ້ວຂອງອົງການປະກັນສັງຄົມແຫ່ງຊາດ, ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການບໍລິຫານ ແລະ ເພື່ອເລັ່ງລັດການໃຫ້ອຸດໜູນພ້ອມທັງຊ່ວຍຫຼຸດຜ່ອນລະບົບການໃຫ້ອຸດໜູນວ່າງງານ. ວິທີການຈັດຕັ້ງປະຕິບັດຄັ້ງນີ້ ອົງການປະກັນສັງຄົມແຫ່ງຊາດ ຈະໄດ້ມີການທົດລອງນຳໃຊ້ລະບົບການຈ່າຍອຸດໜູນແບບອີເລັກໂທຣນິກໂດຍຜ່ານລະບົບເຄືອຂ່າຍການໂອນຜ່ານໂທລະສັບ, ເພື່ອເພີ່ມທະວີການມີສ່ວນຮ່ວມດ້ານການເງິນໃຫ້ກັບແຮງງານໃນຂົງເຂດຕັດຫຍິບໂດຍສະເພາະສຳລັບຜູ້ທີ່ບໍ່ມີບັນຊີທະນາຄານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo.

ຂໍ້ມູນຈາກ: ຂ່າວສານແຮງງານ ແລະສະຫວັດດີການສັງຄົມ