ແຫຼ່ງທ່ອງທ່ຽວທຳມະຊາດ ບໍ່ນ້ຳປຸ້ນ ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ

SA Game

ອິນ​ໄຊ​ລາວ

​ມາ​ຮູ້​ຈັກກັບ ບໍ່ນ້ຳປຸ້ນ ແຫຼ່ງທ່ອງທ່ຽວທຳມະຊາດແຫ່ງໃໝ່ຂອງ ເມືອງ ປາກລາຍ

ເນືອງ​ໃນ​ໂອ​ກາດ​ທີ່​ລັດ​ຖະ​ບານ​ໄດ້​ເປີດ​ໃຫ້​ມີ​ເຂດ​ທ່ອງ​ທ່ຽວ​ສີ​ຂຽວ​ຫລັງ​ຈາກ​ສະ​ພາບ​ການ​ໂຄວິດ-19 ຊາ​ລົງ, ຫລາຍໆ ແຫລ່ງ​ທ່ອງ​ທ່ຽວ​ກໍ​ໄດ້​ມີ​ການ​ພັດ​ທະ​ນາ​ຂື້ນ​ເພື່ອ​ເພີ່ມ​ຊອງ​ທາງ​ໃນ​ການ​ເຮັດ​ວຽກ​ເຮັດ​ງານ​ໃຫ້​ແກ່​ປະ​ຊາ​ຊົນ, ແລະ ເພື່ອເປັນການພັດທະນາແຫຼ່ງທ່ອງທ່ຽວທາງທໍາມະຊາດ ກໍຄືເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມາທ່ຽວ ເມືອງປາກລາຍ ໃຫ້ມີໂສມໜ້າໃໝ່

ສະນັ້ນ, ໃນວັນທີ 12 ກຸມພາ 2022 ທີ່ຜ່ານມາ ຢູ່ທີ່ບ້ານ ເມືອງປາ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ ຈຶ່ງໄດ້ຈັດພິທີເປີດ ແຫຼ່ງທ່ອງທ່ຽວທາງທຳມະຊາດ ບໍ່ນ້ຳປຸ້ນ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ກອງສີ ວົງສີ, ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆປາກລາຍ, ມີຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ມີຜູ້ສຳປະທານ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

SA Game
ອິນ​ໄຊ​ລາວ

ຖ້າ​ຈະ​ເວົ້າ​ເຖິງ “ບໍ່ນໍ້າປຸ້ນ” ນອນຢູ່ໃນຂອບເຂດ ບ້ານ ເມືອງປາ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ ເຊິ່ງຫ່າງຈາກເທດສະບານເມືອງ ໄປທາງທິດຕາເວັນອອກສ່ຽງເໜືອປະມານ 53 ກິໂລແມັດ, ຂອບເຂດດັ່ງກ່າວມີເນື້ອທີ່ທັງໝົດ 2,76 ເຮັກຕາ

ໂຄງການ ພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ບໍ່ນ້ຳປຸ້ນ ເປັນການລົງທຶນຮູບແບບກໍ່ສ້າງ, ດຳເນີນງານ, ມອບໂອນຂອງເອກະຊົນພາຍໃນ 100%

ເຊິ່ງມີທຶນຈົດທະບຽນ 536 ລ້ານກີບ, ອາຍຸການສຳປະທານ 25 ປີ, ປັດຈຸບັນ ແມ່ນສ້າງສຳເລັດແລ້ວ 80%, ຍັງຄ້າງຄາ 20% ແມ່ນການຕົບແຕ່ງຕົ້ນໄມ້, ຕົບແຕ່ງອ່າງນ້ຳປຸ້ນ, ບັງກາໂລ ແລະ ວຽກລະອຽດຈຳນວນໜຶ່ງ.

ແຫຼ່ງທ່ອງທ່ຽວທຳມະຊາດ ບໍ່ນ້ຳປຸ້ນ ສາມາດຮອງຮັບແຂກໄດ້ທັງໝົດ 30 ຫາ 40 ຄົນຕໍ່ມື້, ມີຕູບຮອງຮັບການໄປພັກຜ່ອນຈຳນວນ 6 ຫຼັງ, ມີບ່ອນພັກເຊົາຄ້າງຄືນຈຳນວນ 3 ຫຼັງ, ມີຮ້ານກິນດື່ມຮອງຮັບແຂກຈຳນວນ 1 ຫຼັງ.

SA Game
ອິນ​ໄຊ​ລາວ

ໂອກາດດຽວກັນນີ້ທ່ານ ກອງສີ ວົງສີ, ເຈົ້າເມືອງໆປາກລາຍ ກໍໄດ້ລົງຊຸກຍູ້ການສ້າງຂົວຂ້າມແມ່ນ້ຳຄານ ຢູ່ບ້ານ ປາກຄານ ແລະ ໄດ້ນຳເອົາປູນຈຳນວນ 5 ໂຕນ ລວມມູນຄ່າ 4.000.000 ກີບ ໄປມອບໃຫ້ອຳນາດການປົກຄອງບ້ານ ປາກຄານ ເພື່ອກໍ່ສ້າງຫໍປະຊຸມບ້ານ ແລະ ນຳເອົາຄອມພິວເຕີຈຳນວນ 1 ຊຸດ ມູນຄ່າ 1.500.000 ກີບ ມອບໃຫ້ໂຮງຮຽນ ມຕ ບ້ານ ໜອງໄຄ ອີກຕື່ມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.