ມາ​ຮູ້​ຈັກ​ກັບ​ສະ​ຖານ​ທີ​ທ່ອງ​ທ່ຽວ​ອັນ​ສວຍ​ງາມ​ອີກ​ແຫ່ງ​ໜຶ່ງ​ຂອງ​ແຂວງຄຳ​ມ່ວນ

SA Game

ເສ​ດ​ຖະ​ກິດ-ສັງ​ຄົມ

ຖໍ້າຊ້າງ ສະຖານທີ່ທ່ອງທ່ຽວທຳມະຊາດ​ທີ່​ສວຍ​ງາມ ແລະ ຫລາຍ​ຄົນ​ຢາກ​ໄປ​ທ່ຽວ​ຊົມ.

ຖ້າ​ຈະ​ເວົ້າ​ເຖິງ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ແລ້ວ​ແຂວງ​ຄຳ​ມ່ວນ​ຖື​ວ່າ​ເປັນ​ອັນ​ດັບ​ຕົ້ນໆ​ໃນ​ສ​ປ​ປ ລາວ, ເຊິງຄໍາມ່ວນ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດອັນຫຼາກຫຼາຍ ແລະຂຶ້ນຊື່ລືນາມທາງດ້ານມູນເຊື້ອປະຫວັດສາດວັດທະນະທໍາອັນເກົ່າແກ່ທີ່ໜ້າສົນໃຈ, ພູມີ ປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະພູເຂົາ,ມີແຫຼ່ງນໍ້າທຳມະຊາດຫຼາຍສາຍ, ມີນໍ້າຕົກຕາດຫຼາຍແຫ່ງ, ພິເສດແມ່ນນໍ້າຫ້ວຍຊາຍໄຫຼຜ່ານ ແລະຫຼໍ່ລ້ຽງຊີວິດຂອງພີ່ນ້ອງຊາວຄໍາ ມ່ວນມາຕັ້ງແຕ່ດຶກດຳບັນ

ການດຳລົງຊີວິດຂອງປະຊາຊົນຍັງຮັກສາໄວ້ໄດ້ວິຖີຊີວິດ ແລະຮີດຄອງປະເພນີ, ວັດທະນະທໍາອັນດີງາມ ແລະໄດ້ກາຍເປັນສິ່ງທີ່ສ້າງຄວາມສົນໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຢາກໄປສຳຜັດ, ສຶກສາຄົ້ນຫາປະຫວັດສາດອັນຂຶ້ນຊື່ລືນາມດັ່ງກ່າວ.

SA Game
ເສ​ດ​ຖະ​ກິດ-ສັງ​ຄົມ

ຖໍ້າຊ້າງ ເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ງົດງາມ ແລະຈັບອົກຈັບໃຈພາຍໃນຖໍ້າຈະມີພະພຸດທະຮູບ, ມີຮູບປັ້ນອົງຄະລັກຕ່າງໆສິ່ງທັງໝົດເຫຼົ່ານັ້ນແມ່ນພູມປັນ ຍາ, ສັດທາຂອງຊາວພຸດໄດ້ພ້ອມກັນສ້າງ ແລະເອົາໄປປະດິດໄວ້ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນພາຍໃນຖໍ້າກໍ່ມີຫີນທີ່ເປັນຮູບສັດຕ່າງໆ ຊຶ່ງແລ້ວແຕ່ຜູ້ທີ່ພົບເຫັນຈະໃຫ້ຈິນຕະນາການມີຫີບໃສ່ໃບລານທີ່ເຮັດດ້ວຍຫີນຢູ່ກໍ້າຊ້າຍຂອງຖໍ້າ (ສັງເກດເວລາເຮົາເຂົ້າປາກຖໍ້າ)

SA Game
ເສ​ດ​ຖະ​ກິດ-ສັງ​ຄົມ

ສ່ວນປະຫວັດຄວາມເປັນມາຂອງຖໍ້າແຫ່ງນີ້ກໍ່ຍັງມີຫຼາຍອັນທີ່ຍັງຈະຕ້ອງໄດ້ສືກສາເກັບກຳຂໍ້ມູນຕື່ມ,ແຕ່ທີ່ຈະແຈ້ງປາກຖໍ້າແຫ່ງນີ້ທະຫານອາສາສະໝັກຫວຽດນາມທີ່ມາປະຕິບັດໜ້າທີ່ຄຽງບ່າຄຽງໄຫຼ່ກັບທະຫານກອງທັບລາວອິດສະລະໄດ້ສະຫຼະຊີບເປັນຈຳນວນຫຼາຍຮ້ອຍຄົນໃນຊ່ວງຊຸມປີ 1960.

SA Game
ເສ​ດ​ຖະ​ກິດ-ສັງ​ຄົມ

ຖໍ້າຊ້າງ ຢູ່ໃນຖໍ້າມີຫີນປູນມີຮູບຮ່າງຄ້າຍຄືກັນກັບຮູບຊ້າງໃນໄລຍະບຸນປີໃໝ່ລາວມີຜູ້ຄົນນິຍົມໄປສົງນໍ້າບູຊາຫົວຊ້າງຕາມປະເພນີ, ຖໍ້າຊ້າງຕັ້ງຢູ່ບ້ານຖໍ້າເມືອງທ່າແຂກ, ຫ່າງຈາກຕົວເມືອງທ່າແຂກ ປະມານ 8 ກິໂລແມັດ, ໄປຕາມທາງເລກ 12.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສ​ດ​ຖະ​ກິດ-ສັງ​ຄົມ