ແມ່ນໍ້າຂອງເປັນ​ແມ່​ນ້ຳ​ທີ່​ມີ​ການ​ຫາ​ປາ​ຫລາຍ​ທີ່​ສຸດ​ຕໍ່​ປີ

SA Game

ຂ​ປ​ລ

ການຫາປາ​ຢູ່​ແມ່​ນ້ຳ​ຂອງຕິດອັນດັບໃຫຍ່ສຸດຂອງໂລກ ປະມານ 2 ກວ່າລ້ານໂຕນຕໍ່ປີ

ອີງ​ຕາມ​ຂໍ້​ມູນ​ຂອງຄະນະກຳມາທິການແມ່ນໍ້າຂອງສາກົນເປີດເຜີຍໃຫ້ຮູ້ວ່າ: ແມ່ນໍ້າຂອງມີການຫາປາຫລາຍເປັນອັນດັບໃຫຍ່ສຸດຂອງໂລກ ເຊິ່ງ ຫາໄດ້ປະມານ 2,3 ລ້ານໂຕນ ຫລື ຄິດໄລ່ເປັນເງິນປະມານ 11 ຕື້ໂດລາຕໍ່ປີ. ແມ່ນໍ້າຂອງເປັນແມ່ນໍ້າທີ່ສ້າງຄວາມໝັ້ນຄົງ ໃນການສະໜອງນໍ້າ, ອາຫານ ແລະ ພະລັງງານ ໃຫ້ແກ່ຜູ້ຄົນປະມານ 70 ລ້ານຄົນ ເຊິ່ງໃນນັ້ນສ່ວນຫລາຍແມ່ນເຂົ້າ, ປາ ແລະ ສັດນໍ້າອື່ນໆ.

ພ້ອມກັນນີ້ ຍັງເປັນແມ່ນໍ້າທີ່ມີຄວາມຫລາກຫລາຍ ຂອງ ຊະນິດປາ ເປັນອັນດັບ 3 ຂອງໂລກ ມີເຖິງ 1.148 ສາຍພັນ, ຮອງຈາກແມ່ນໍ້າອາເມຊອນ ແລະ ແມ່ນໍ້າກົງໂກ.

ອີງຕາມບົດລາຍງານຂອງ ຄມຊ ກ່ຽວກັບສະພາບລວມຂອງອ່າງແມ່ນ້ຳຂອງ ປີ 2018 ໃຫ້ຮູ້ວ່າ: ເຖິງແມ່ນວ່າ ປະລິມານປາທີ່ຈັບໄດ້ ມີອັດຕາເພີ່ມຂຶ້ນໃນຊ່ວງ 15 ປີຜ່ານມາກໍຕາມ, ປັດຈຸບັນມັນໄດ້ສົ່ງສັນຍານໃຫ້ເຫັນເຖິງການຈັບປາຫລາຍເກີນໄປ ເຮັດໃຫ້ຈໍານວນປາທີ່ຫາໄດ້ຫລຸດລົງ ແລະ ຂະໜາດປາທີ່ຈັບໄດ້ນ້ອຍລົງ.

ອີງໃສ່ບົດປະເມີນເສດຖະກິດມະຫາພາກ ຂອງ ການສຶກສາສະພາມົນຕີ, ມູນຄ່າປັດຈຸບັນສຸດທິ ຂອງ ການປະມົງໃນບັນດາປະເທດແມ່ ນໍ້າຂອງຕອນລຸ່ມ (ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດ ນາມ) ຄາດວ່າຈະຫລຸດລົງຕື່ມອີດຮອດປີ 2040.

SA Game
DooDiDo

ເພື່ອແກ້ໄຂບັນຫາການຄຸ້ມຄອງການປະມົງໃນປັດຈຸບັນທີ່ກຳລັງເກີດຂຶ້ນ, ລັດຖະບານຂອງບັນດາປະເທດພາຄີແມ່ນໍ້າຂອງໄດ້ສຸມໃສ່ໃຫ້ຄວາມສໍາຄັນດ້ານນະໂຍບາຍຂອງຕົນໃນການເພີ່ມຄວາມສາມາດດ້ານການຜະລິດ, ປົກປັກຮັກສາ ແລະ ອະນຸລັກແຫລ່ງທີ່ຢູ່ອາໄສຂອງປາ ແລະ ການເພີ່ມຊັບພະຍາກອນປາ, ການນໍາໃຊ້ອຸປະກອນ ແລະ ສ້າງລະ ບົບເຕັກນິກທີ່ທັນສະໄໝຂຶ້ນ, ສົ່ງເສີມວິທີການແບບຊຸມ ຊົນ, ຊຸກຍູ້ຊາວປະມົງຫັນປ່ຽນຈາກການຜະລິດແບບພໍກຸ້ມກິນມາເປັນແບບອາຊີບ ແລະ ຜະລິດອອກສູ່ຕະຫລາດ.

ເພື່ອເສີມຂະຫຍາຍນະໂຍບາຍ ແລະ ມາດຕະການລະດັບຊາດ, ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ໄດ້ເພີ່ມຄວາມພະຍາຍາມ ແລະ ເສີມຂະຫຍາຍການຈັດຕັ້ງພັດທະນາ ແລະ ຄຸ້ມຄອງການປະມົງແບບຍືນຍົງໃນອ່າງແມ່ນໍ້າຂອງ ລວມທັງ ການແລກປ່ຽນຄວາມຮູ້ດ້ານວິຊາ ການ ກ່ຽວກັບ ການຄຸ້ມຄອງການປະມົງ, ການສ້າງຈິດສໍານຶກດ້ານການປະມົງ, ການສົ່ງເສີມການວາງແຜນແບບເຊື່ອມສານລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ.

SA Game
ຂ​ປ​ລ

ນອກນັ້ນ, ຄມສ ຍັງໄດ້ໃຫ້ການສະໜັບສະໜູນແກ່ບັນດາປະເທດ ສະມາຊິກ ໂດຍການສ້າງຍຸດທະສາດ ການພັດທະ ນາ ແລະ ຄຸ້ມຄອງ ການປະມົງໃນອ່າງແມ່ນໍ້າຂອງ ສົກປີ 2018-2022 ເພື່ອເສີມຂະຫຍາຍການເຈລະຈາ, ສ້າງຄວາມເຂົ້າໃຈ ແລະ ການຮັບຮູ້ໃຫ້ບັນລຸການພັດທະນາ ແລະ ຄຸ້ມຄອງການປະມົງ ແລະ ສັດນໍ້າໃຫ້ຍືນຍົງໃນອ່າງແມ່ນໍ້າຂອງຕອນລຸ່ມ; ຕິດຕາມສະພາບ ແລະ ທ່າອ່ຽງ ຂອງການປະມົງ ແລະ ປັບປຸງວິທີການຕ່າງໆ; ສ້າງບົດແນະນໍາດ້ານວິຊາການຕ່າງໆເຊັ່ນ: ບົດແນະນໍາການຄຸ້ມຄອງການປະມົງ ເພື່ອສົ່ງເສີມການຄຸ້ມຄອງການປະມົງແບບມີສ່ວນ ຮ່ວມ ແລະ ການຄຸ້ມຄອງການປະມົງຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກ ແລະ ບັນດາຂະແໜງການທີ່ກ່ຽວ ຂ້ອງ ແລະ ຊຸມຊົນ ເພື່ອກ້າວໄປສູ່ ການຄຸ້ມຄອງການປະມົງແບບຍືນຍົງ.

ພ້ອມກັນນີ້, ຈະເຮັດການສຶກສາ ແລະ ບົດປະເມີນ ເພື່ອເພີ່ມຄວາມຮູ້ ແລະ ສ້າງຂໍ້ມູນພື້ນຖານ ເພື່ອການຄຸ້ມຄອງການປະມົງໃຫ້ດີຍິ່ງຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.