ມອບ-ຮັບລາງວັນ ມາດຕະຖານທ່ອງທ່ຽວອາຊຽນ ປະຈຳປີ 2023

SA Game

ຂ​ປ​ລ

ມອບ-ຮັບລາງວັນ ໃຫ້ຫົວໜ່ວຍທຸລະກິດ ແລະ ຊຸມຊົນ ໃນມາດຕະຖານທ່ອງທ່ຽວອາຊຽນ

ໃນວັນທີ 10 ມີນາ 2023, ໄດ້​ມີ​ການ​ຈັດພິທີມອບ-ຮັບລາງວັນມາດຕະຖານ ທ່ອງທ່ຽວອາຊຽນ ປະຈຳປີ 2023 ໃຫ້ຫົວໜ່ວຍທຸລະກິດ ແລະ ຊຸມຊົນ ທີ່ສາມາດຜ່ານຕາມເງື່ອນໄຂ ທີ່ບັນດາປະເທດສະມາຊິກອາຊຽນກຳນົດໄວ້ ໃນແຕ່ລະມາດຖານ ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກຂົງເຂດປົກຄອງ ແລະ ວັດທະນະທຳ-ສັງຄົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນມອບລາງວັນມາດຕະຖານ ທ່ອງທ່ຽວອາຊຽນ ປະຈຳປີ 2023 ທີ່ ສປປ ລາວ ສາມາດຍາດແຍ່ງໄດ້ ລວມມີ 4 ມາດຕະຖານ ລວມເປັນ 35 ລາງວັນເຊັ່ນ: ມາດຕະຖານເຮືອນພັກແຮມອາຊຽນ ຈໍານວນ 5 ແຫ່ງ, ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫລວງພະບາງ, ບ້ານວຽງເໜືອ ເມືອງ ແລະ ແຂວງຫລວງນໍ້າທາ, ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ ແລະ ບ້ານດອນໂຄ ເມືອງຊະນະສົມບູນ ແຂວງຈໍາປາສັກ

SA Game
ຂ​ປ​ລ

ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈໍານວນ 5 ແຫ່ງ ເຊັ່ນ:

ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ, ນໍ້າປຽນຢໍລະປ່າ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ, ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫລວງພະບາງ ແລະ ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ.

ນອກຈາກນີ້ຍັງມີ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ຈຳນວນ 18 ແຫ່ງ; ມາດຕະຖານການບໍລິການສະປາອາຊຽນ ຈຳນວນ 7 ແຫ່ງ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ໂດຍປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂຂອງການທ່ອງທ່ຽວອາຊຽນ, ສປປ ລາວ ສາມາດຍາດແຍ່ງແຂ່ງຂັນກັບບັນດາ ປະເທດສະມາຊິກອາຊຽນ ຈົນສາມາດໄດ້ຮັບລາງວັນມາດຕະຖານການ ທ່ອງທ່ຽວອາຊຽນຫລາຍລາງວັນ ສະແດງໃຫ້ເຫັນວ່າ ສປປ ລາວ ຖືສຳຄັນດ້ານຄຸນນະພາບຂອງວຽກງານຕ່າງໆ ທີ່ຕິດພັນກັບການທ່ອງທ່ຽວ.

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍຖືສຳຄັນວຽກງານທ່ອງທ່ຽວ ເປັນບຸລິມະສິດໜຶ່ງທີ່ຊ່ວຍກະຕຸ້ນ ເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ, ສ້າງຊື່ສຽງໃຫ້ແກ່ປະເທດຊາດ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກໄດ້ເທື່ອກະກ້າວ.

ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານທ່ອງທ່ຽວຄືແນວນັ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍບັນດາທ່າແຮງໃຫ້ກວ້າງຂວາງ, ປັບປຸງບັນດາຂໍ້ຄົງຄ້າງທີ່ເປັນອຸປະສັກ ໃຫ້ແກ່ນັກທ່ອງທ່ຽວໃຫ້ຂາດຕົວໂດຍໄວ; ເອົາໃຈໃສ່ປົກປັກຮັກສາແຫລ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳຂອງລາວ ໃຫ້ໄດ້ຮັບການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.

SA Game
ຂ​ປ​ລ

ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ນັບແຕ່ປີ 2008 ຫາ 2023 ສປປ ລາວ ໄດ້ຮັບລາງວັນອາຊຽນທັງໝົດ 147 ລາງວັນ.

ໃນນັ້ນ, ມີມາດຕະຖານໂຮງແຮມຂຽວອາຊຽນ 63 ລາງວັນ, ມາດຕະຖານເຮືອນພັກແຮມປະຊາຊົນອາ ຊຽນ 12 ລາງວັນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ 10 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 5 ລາງວັນ, ມາດຕະຖານສະຖານທີຈັດງານອາຊຽນ (ປະເພດສະຖານທີຈັດກອງປະຊຸມ15 ລາງວັນ) ແລະ (ປະເພດສະຖານທີຈັດງານວາງສະແດງ 2 ລາງວັນ), ມາດຕະຖານການບໍລິການສະປາອາຊຽນ 12 ລາງວັນ, ມາດຕະຖານຫ້ອງນໍ້າສາທາລະນະ ອາຊຽນ 22 ລາງວັນ, ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 4 ລາງວັນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.