ລາວ-ກໍາປູເຈຍ ຈັດ​ກອງ​ປະ​ຊຸມຮ່ວມກັນສົ່ງເສີມຕະຫລາດທ່ອງທ່ຽວ

SA Game

ໜພ ປະຊາຊົນ

ກອງປະຊຸມພົບປະສົ່ງເສີມພາກທຸລະກິດ ລາວ-ກໍາປູເຈຍ ຮ່ວມກັນສົ່ງເສີມຕະຫລາດທ່ອງທ່ຽວ

ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ປະ​ເທດ ລາວ-ກຳ​ປູ​ເຈຍ, ໃນວັນທີ 13 ມີນາ 2023, ສະມາຄົມທຸລະກິດທ່ອງທ່ຽວລາວ ຈັດກອງປະຊຸມພົບປະສົ່ງເສີມພາກທຸລະກິດ ກັບສະມາຄົມທຸລະກິດທ່ອງທ່ຽວ ແຫ່ງຣາຊະອານາຈັກ ກໍາປູເຈຍ ໃນໂອກາດທີ່ສະມາຄົມທຸລະກິດທ່ອງທ່ຽວ ແຫ່ງຣາຊະອານາຈັກ ກໍາປູເຈຍ ຕິດຕາມຄະນະຜູ້ແທນກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກ ກໍາປູເຈຍ ຢ້ຽມຢາມ ສປປ ລາວ ເພື່ອສ້າງກາລະໂອກາດໃຫ້ແກ່ພາກທຸລະກິດ ໃນການແລກປ່ຽນຊື້-ຂາຍຜະລິດຕະພັນການທ່ອງທ່ຽວຂອງສອງຝ່າຍ.

ພາຍຫລັງສໍາເລັດກອງປະຊຸມ ສອງສະມາຄົມ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນ ສົ່ງເສີມຕະຫລາດທ່ອງທ່ຽວຂອງທັງສອງຝ່າຍ ໂດຍການລົງນາມລະຫວ່າງ ທ່ານ ອິນທີ ເດືອນສະຫວັນ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ທ່ານ ນາງ OKnha Chhay Sivlin ປະທານສະມາຄົມທຸລະກິດທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ

SA Game
ໜພ ປະຊາຊົນ

ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ທ່ານ ທອງ ຄົນ ລັດຖະມົນຕີກະຊວງ ທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມຄັ້ງນີ້, ເພື່ອແລກປ່ຽນການຮ່ວມມືທາງດ້ານການທ່ອງທ່ຽວທັງສອງປະເທດ ລາວ-ກໍາປູເຈຍ ກໍາປູເຈຍ-ລາວ ກໍຄື ການພັດທະນາ ຂະຫຍາຍສາຍພົວພັນການທ່ອງທ່ຽວລະຫວ່າງພາກລັດ ແລະ ພາກເອກຊົນ, ໃນຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງ ໂດຍສະເພາະການຮ່ວມມືດ້ານກິດຈະກໍາ ພັດທະນາການທ່ອງທ່ຽວ ເພື່ອໃຫ້ກາຍເປັນຄູ່ຮ່ວມມືທາງດ້ານການທ່ອງທ່ຽວ.

SA Game
ໜພ ປະຊາຊົນ

ພ້ອມນັ້ນ, ຍັງເປັນການໂຄສະນາ ແລະ ສະໜັບສະໜູນຕະ ຫລາດການທ່ອງທ່ຽວໃຫ້ເຕີບໃຫຍ່ຂະຫຍາຍຕົວ ແນໃສ່ຮັດແໜ້ນການຮ່ວມມືການທ່ອງທ່ຽວສອງປະເທດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສອງສະມາຄົມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ໜພ ປະຊາຊົນ