ແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ ປະຈຳປີ 2022

SA Game

ປະ​ຊາ​ຊົນ

ສູນກາງຊາວໜຸ່ມຈັດ​ພິ​ທີ​ການແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ ປະຈຳປີ 2022

ໄດ້​ມີ​ການ​ຈັດກິດຈະກຳການແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ ປະຈຳປີ 2022 ໄດ້ຈັດຂຶ້ນໃນ ວັນ ທີ 22 ເມສາ ນີ້ ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ

ໂດຍການເຂົ້າຮ່ວມຂອງ ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຜູ້ຊີ້ນຳວຽກງານຂະບວນການຊາວໜຸ່ມ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ, ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງ ຄະນະຊາວໜຸຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ແລະ ເພື່ອໃຫ້ເປັນຂະບວນການອະນຸລັກຮັກສາສິ່ງແວດລ້ອມໃຫ້ຍືນຍົງເຫັນໄດ້ວ່າຊາວໜຸ່ມມີບົດບາດສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວ.

SA Game
ປະ​ຊາ​ຊົນ

ດັ່ງນັ້ນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນຖານະຮັບຜິດຊອບໃນການນຳພາຂະບວນການເຄື່ອນໄຫວຕ່າງໆຂອງຊາວໝຸ່ມ, ໂດຍສະເພາະພະແນກແຂ່ງຂັນກົມຂະບວນການຊາວໜຸ່ມ ຊຶ່ງມີພາລະບົດບາດໃນການສົ່ງເສີມພອນສະຫວັນ, ຫົວຄິດປະດິດສ້າງດ້ານຕ່າງໆຂອງຊາວໜຸ່ມ ຈຶ່ງໄດ້ຈັດການແຂ່ງຂັນປະກວດສິ່ງປະດິດຈາກສິ່ງເສດເຫຼືອໃຊ້ ພາຍໃນນະຄອນຫຼວງວຽງຈັນ ຂຶ້ນເພື່ອປູກຈິດສຳນຶກຮັກສາສິ່ງແວດລ້ອມ ແລະ ທັງເປັນການສົ່ງເສີມຫົວຄິດປະດິດສ້າງຂອງຊາວໜຸ່ມຕື່ມອີກ, ການແຂ່ງຂັນຄະນະກຳມະການໄດ້ຄັດເລືອກເອົາ 8 ທີມ ຄື:

ທີມ Passion, ທີມຂັນໄຊ ສອນມາລາ, ທີມຫຼຸດຜ່ອນຂີ້ເຫຍື້ອໃນສັງຄົມ, ທີມປະຍຸກໃຊ້, ທີມ NRD, ທີມສະຫຼາດຄິດ, ທີມສະຫວ່າງສະໄຫວ, ແລະ ທີມ VL ເພື່ອມາຊີງອັນດັບ 1,2 ແລະ 3.

ຜົນຂອງການປະກວດທີມທີ່ໄດ້  ອັນດັບ 1 ແມ່ນທີມ ປະຍຸກໃຊ້ ​ໄດ້​ຮັບ​ເງິນ​ລາງວັນ 2.000.000 ກີບ, ອັນ​ດັບ 2 ​ແມ່ນທີມ Passion ໄດ້​ຮັບ​ເງິນ​ລາງວັນ 1.500.000 ກີບ ​ແລະ ອັນ​ດັບ 3 ​ແມ່ນທີມ ສະຫວ່າງສະໄຫວ ໄດ້​ຮັບ​ເງິນ​ລາງວັນ 1.000.000 ກີບ.

ດັ່ງທີ່ຮູ້ນໍາກັນແລ້ວວ່າໄລຍະຜ່ານມາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກຳລັງມີການພັດທະນາ ໂດຍສະເພາະແມ່ນການຂະຫຍາຍຕົວດ້ານອຸດສາຫະກຳ, ການພັດທະນາດ້ານໂຄງລ່າງພື້ນຖານຂອງເສດຖະກິດໄດ້ຮັບການປັບປຸງ, ການພັດທະນາຕົວເມືອງ, ການຂົນສົ່ງ, ພະລັງງານໄຟຟ້າໄດ້ມີການຂະຫຍາຍຕົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ

ຄຽງຄູ່ກັບການພັດທະນາ ສປປ ລາວ ກໍໄດ້ປະເຊີນກັບບັນຫາທ້າທາຍຫຼາຍຢ່າງເປັນຕົ້ນບັນຫາສິ່ງເສດເຫຼືອໃຊ້ ຈາກການນຳໃຊ້ຂອງຄົນເຮົານັບມື້ນັບເພີ່ມຂຶ້ນຈົນສົ່ງຜົນກະທົບຕໍ່ສິ່ງແວດລ້ອມໃນຫຼາຍຂົງເຂດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ປະ​ຊາ​ຊົນ