ບູນປີໃໝ່ລາວ ຮັກສາຮີດຄອງປະເພນີອັນດີງາມ ເພື່ອດຶງດູດນັກທ່ອງທ່ຽວ

SA Game

Art and Culture of Laos

ພູມໃຈ ​ແລະ ສະຫຼອງປີໃໝ່ລາວ ປົກປັກຮັກສາຮີດຄອງປະເພນີວັດ​ທະ​ນາ​ທຳອັນດີງາມ.

ຕອນ​ນີ້​ຈະ​ມາ​ເວົ້າ​ເຖິງ ບຸນປີໃໝ່ລາວ ຫຼື ບຸນສົງການ, ບຸນຫົດນໍ້າ ຖືເປັນປາງບຸນໃຫຍ່ທີ່ສຳຄັນຂອງປວງຊົນລາວທັງຊາດ ທີ່ເຄີຍປະຕິບັດສືບທອດກັນມານັບແຕ່ເໜືອເຖິງໃຕ້ ເພື່ອເປັນການຂໍພອນ ອວຍພອນຊຶ່ງກັນ ແລະ ກັນ, ງານບຸນດັ່ງກ່າວໄດ້ກາຍເປັນໝາກຫົວໃຈຫຼັກຂອງການຫຼິ້ນບຸນປີໃໝ່ລາວ ເປັນຄວາມພູມໃຈຂອງຄົນລາວໃນການອະນຸ ລັກປົກປັກຮັກສາສົ່ງເສີມວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ພ້ອມທັງເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດຢ່າງເຂັ້ມງວດ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ບຸນປີໃໝ່ລາວ ໄດ້ຈັດຂຶ້ນໃນລະຫວ່າງກາງເດືອນເມສາຂອງທຸກໆປີ, ສຳລັບປີນີ້ໄດ້ຈັດຂຶ້ນໃນວັນທີ 14-15-16 ເມສາຄື:

ມື້ທີໜຶ່ງວັນທີ 14 ເປັນມື້ສັງຂານລ່ວງ ຖືເປັນມື້ສຸດທ້າຍປີເກົ່າ ຫຼື ເປັນວັນທີ່ຄົນລາວເຊື່ອກັນວ່າ ວັນນີ້ເປັນວັນທີ່ພວກເຮົາຈະໄດ້ປະຖິ້ມຄວາມບໍ່ດີໃຫ້ໝົດໄປກັບປີເກົ່າ, ຈຶ່ງພາກັນອະນາໄມປັດກວາດເຮືອນຊານ, ສັກເຄື່ອງ, ລ້າງສິ່ງຂອງຕ່າງໆທີ່ບໍ່ດີອອກໄປ ແລະ ມັກນິມົນພະສົງມາສູດເຮືອນຊານ ເພື່ອກຳຈັດເຄາະເຂັນສິ່ງບໍ່ດີ ແລະ ໄພອັນຕະລາຍທັງຫຼາຍໃຫ້ໝົດໄປ

SA Game
Art and Culture of Laos

ມື້ທີສອງວັນທີ 15 ເພີ່ນເອີ້ນວ່າ: ວັນເນົາ ເປັນວັນທີ່ຢູ່ໃນລະຫວ່າງກາງປີເກົ່າກັບປີໃໝ່ ຄົນລາວສ່ວນໃຫຍ່ມັກຈະຖືເອົາວັນນີ້ພັກຜ່ອນ ຫຼື ຫຼິ້ນມ່ວນຊື່ນຢູ່ກັບບ້ານເຮືອນ, ກັບຄອບຄົວ ບໍ່ໄປເລາະຫົດສົງກັນແຕ່ຢ່າງໃດ

ມື້ທີສາມວັນທີ 16 ເພີ່ນເອີ້ນວ່າ: ມື້ສັງຂານຂຶ້ນ ຊຶ່ງຖືເປັນມື້ທຳອິດຂອງປີໃໝ່ ຊາວພຸດລາວເຮົາເຊື່ອວ່າວັນສັງຂານຂຶ້ນເປັນມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງາມ, ເປັນມື້ໂຊກ ມື້ໝານ. ສະນັ້ນ, ຄອບຄົວໃດທີ່ມີເງື່ອນໄຂ ກໍມັກຈະຈັດພິທີບາສີສູ່ຂວັນຕ້ອນຮັບປີ ໃໝ່ຮັບໂຊກລາບ.

ສໍາລັບກິດຈະກຳໃນມື້ບຸນປີໃໝ່ ແຕ່ລະປີກໍຈະມີຄວາມແຕກຕ່າງກັນໄປຂອງແຕ່ລະທ້ອງຖິ່ນ, ແຕ່ສິ່ງທີ່ຄືກັນກໍຄືມື້ທີໜຶ່ງແມ່ນພວກເຮົາຖືເປັນມື້ຫົດສົງນ້ຳຜູ້ໃຫຍ່, ຜູ້ອາວຸໂສເພື່ອຂໍພອນ ສ່ວນຢູ່ຕາມວັດວາອາຮາມ ເພິ່ນກໍໄດ້ເອົາພະພຸດທະຮູບລົງມາໃຫ້ມວນຊົນຫົດສົງ, ມື້ທີ 2 ແມ່ນຫຼິ້ນມ່ວນຊື່ນຊຸມແຊວກັນຢູ່ຕາມບ້ານ, ເຮືອນ ເພື່ອເປັນການພົບປະສັງສັນ, ເຂົ້າວັດຟັງທຳ ແລະ ມື້ສຸດທ້າຍກໍຈະມີພິທີບາສີສູ່ຂວັນຕ້ອນຮັບປີໃໝ່, ຕົບກອງພະຊາຍ ແລະ ນໍາເອົາພະພຸດທະຮູບຂຶ້ນແທ່ນໄວ້ທີ່ເດີມ, ຢ່າງໃດກໍດີ, ບຸນປີໃໝ່ລາວປີນີ້ແມ່ນຈັດຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ດັ່ງນັ້ນ, ລັດຖະບານ ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການຫ້າມສໍານັກງານອົງການຂອງພາກລັດຈັດການສະຫຼອງປີໃໝ່ເພື່ອເປັນການປະຢັດ ແລະ ເປັນແບບຢ່າງໃຫ້ແກ່ສັງຄົມ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າສະເຫຼີມສະ ຫຼອງບຸນປີໃໝ່ຢ່າງມີສະຕິປອດໄພ ພາຍໃຕ້ຄຳຂັວນ: ຮັກຊາດ ຮັກຄອບຄົວ ຈົ່ງພ້ອມໃຈກັນປະຕິບັດມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ບໍ່ມີໃຜປອດໄພ ຖ້າທຸກຄົນບໍ່ປອດໄພ, ທ່ຽວບຸນປີໃໝ່ລາວອະນຸລັກຮັກສາສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍຈົບງາມປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ, ແນວໃດກໍຕາມ, ບຸນປີໃໝ່ລາວ ຖືວ່າເປັນເອກະລັກໂດດເດັ່ນສະເພາະຕົວ ແລະ ເປັນສິ່ງທີ່ພາກພູມໃຈຂອງຄົນລາວທັງຊາດ. ດັ່ງນັ້ນ, ຊາວລາວທຸກທົ່ວໜ້າຈົ່ງພູມໃຈພ້ອມພາກັນປົກປັກຮັກສາຮີດຄອງປະເພນີອັນດີງາມໄວ້ໃຫ້ລູກຫຼານ ແລະ ສ້າງຄວາມເບີກບານມ່ວນຊື່ນ, ສົ່ງເສີມໃຫ້ບຸນດັ່ງກ່າວດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວພາຍໃນປະເທດລາວໃຫ້ນັບມື້ຫຼາຍຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ປະ​ຊ​າ​ຊົນ