ບັນຍາກາດຂອງປະເພນີການຫົດສົງນ້ຳພຣະພຸທທະຮູບ ແຂວງບໍ່ແກ້ວ.

SA Game

Art and Culture of Laos

ວັດບ້ານໃຫຍ່ນ້ຳເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກັບ​ພິ​ທີສົງນ້ຳພຣະພຸທທະຮູບ ແລະພຣະສົງ-ສາມະເນນ

ບ້ານໃຫຍ່ນ້ຳເກິງເກົ່າ ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນເຜົ່າໄຕລື້ ມີພາສາ, ຮີດຄອງປະເພນີ ທີ່ເປັນເອກະລັກຂອງຕົນເອງ ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງຂອງ ວົງຄະນະຍາດ ແຫ່ງ ສ.ປ.ປ ລາວ ເຊິ່ງໄດ້ມາຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດລາວ ພ້ອມກັນກັບຊົນເຜົ່າໃນໝວດ ພາສາ ລາວ-ໄຕ ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກສ່ຽງໃຕ້ຂອງປະເທດ ສ.ປ ຈີນ ບໍລິເວນເຂດປົກຄອງຕົນເອງ 12 ພັນນາ ເຂົ້າສູ່ບັນດາແຂວງ ພາກເໜືອຂອງລາວເຮົາໃນ ຕອນທ້າຍສະຕະວັດທີ XIII ເປັນຕົ້ນມາ.

ເນື່ອງໃນວາຣະດີຖີບຸນປີໃຫມ່ລາວ ຈສ 1384 ( ກົງກັບປີ ຄສ 2022 ) ຖື​ເປັນ​ໂອ​ກາດ​ອັນ​ດີ ຂໍນຳເອົາຮູບພາບຂອງປະເພນີຮີດຄອງ ການສະຫລອງບຸນປີໃຫມ່ລາວ ຢູ່ທີ່ບ້ານນ້ຳເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈາກເພຈຂອງ ຄົນເປີດທາງມາໃຫ້ທຸກໆໄດ້ຮູ້ໄດ້ເຫັນ ພາບບັນຍາກາດ ທີ່ຜູ້ຄົນແຖວນັ້ນຍັງຮັກສາຮີດຄອງປະເພນີທີ່ດີງາມໄວ້ໃຫ້ລູກຫລານໄດ້ສຶບທອດຕໍ່ໄປ
SA Game
Art and Culture of Laos
ປະຈຸບັນ ຊົນເຜົ່າລື້ ທີ່ອາໄສຢູ່ ສ.ປ.ປ.ລາວ ນັ້ນສ່ວນຫລາຍຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ທາງພາກເໜືອຂອງ ລາວ ເຊັ່ນ : ແຂວງ ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ເປັນຕົ້ນ.
SA Game
Art and Culture of Laos
ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວເຫັນວ່າຊົນເຜົ່າລື້ມີອັດຕາກວມເອົາເກືອບ 3%. ນອກຈາກມີຢູ່ລາວແລ້ວ, ຊົນເຜົ່າລື້ ຍັງມີຢູ່ ຈີນ, ມຽນມາ, ໄທ ແລະ ຫວຽດນາມ. ຊົນເຜົ່ານີ້ ມີພາສາປາກເວົ້າເປັນຂອງຕົນເອງຈັດຢູ່ໃນໝວດພາສາລາວ-ໄຕ ພ້ອມກັນນີ້ເຂົາເຈົ້າຍັງມີຕົວໜັງສືຂຽນເປັນຂອງຕົນເອງ ເອີ້ນວ່າ ຕົວທັມລື້ , ສ່ວນຫລາຍຈະພົບເຫັນຢູ່ໃນໃບລານ ເຊິ່ງມີລັກຊະນະຄ້າຍຄືຕົວທັມລາວ. ໄທລື້ ຫລື ໄຕລື້ ເປັນ ຊາວໄຕ ກຸ່ມໜຶ່ງ ມີຖິ່ນຖານເດີມຢູ່ໃນແຖບ ສິບສອງປັນນາ ຂອງ ຈີນ ມີເອກະລັກທີ່ໂດດເດັ່ນຄືການໃຊ້ ພາສາໄທລື້ ແລະ ຍັງມີວັດທະນະທັມອັນເປັນເອກະລັກອື່ນໆ ເຊັ່ນ: ການແຕ່ງກາຍ, ສິລະປະ ແລະ ປະເພນີຕ່າງໆ.
SA Game
Art and Culture of Laos

ຂໍຂອບໃຈເປັນທີ່ສຸດສຳລັບຂ່າວຈາກຄົນເປີດທາງ ທີ່ໄດ້ໄປເກັບຮູບພາບມາໃຫ້ທຸກຄົນໄດ້ຮູ້ໄດ້ເຫັນເປັນບຸນຕາເປັນບຸນໃຈ ກຸສົນຜົນບຸນທີ່ຖ່າຍນີ້ຈົ່ງກໍ່ເກີດກັບທ່ານດ້ວຍເຖິ້ນ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos