ພິ​ທີ​ເປີດ ຊຽງຂວາງພາຣາເກມ ແຂ່ງຂັນກິລາຄົນພິການແຫ່ງຊາດ

SA Game

Lao National Radio

ເປີດພິ​ທີການແຂ່ງຂັນກິລາຄົນພິການແຫ່ງຊາດ ຊຽງຂວາງ ພາຣາ ເກມ ຄັ້ງທີ III

ໃນຕອນເຊົ້າວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ໄດ້​ມີ​ການ​ຈັດພິທີເປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ, ຊຶ່ງມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮວ່ມ, ໃນນັ້ນມີຄະນະນຳ, ຄູຝຶກ ແລະ ຜູ້ຊ່ວຍ 434 ຄົນ ສ່ວນນັກກິລາ 272 ຄົນ ລວມທັງໝົດ 706 ຄົນ ໂດຍການໃຫ້ກຽດເຂົ້າຮ່ວມໂຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ.

ຊຽງຂວາງ ພາຣາ ເກມ ມີການຊີງໄຊທັງໝົດ 7 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາບານເຕະ, ແຂ່ງຂັນທັງໝົດ 123 ລາຍການ, ຊິງຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ຢ່າງລະ 135 ຫຼຽນ, ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື:

ສະໜາມໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ເດິ່ນບານເຕະ ນ້ຳມັນເຊື້ອໄຟ, ເດິ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ16 ທີ່ນະຄອນຫຼວງວຽງຈັນ.

SA Game
Lao National Radio

ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ເຂົ້າຮວ່ມ ໃນນັ້ນມີຄະນະນຳ, ຄູຝຶກ, ຜູ້ຊ່ວຍ 434 ຄົນ ແລະ ນັກກິລາ 272 ຄົນ ລວມທັງໝົດ 706 ທ່ານ ງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 1 ພະເພດກິລາ ຄື: ກິລາລອຍນ້ຳ. ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023.

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາ ເກມ ແມ່ນການແຂ່ງຂັນກິລາ ຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂື້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫາກໍາກິລາແຫ່ງຊາດແຕ່ລະຄັ້ງ

ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍຍະກໍາເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ທີ່ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດ ຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາ ພັດທະ ນາປະເທດຊາດ ແລະ ວົງການກິລາ.

SA Game
Lao National Radio

ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນໃນລະດັບອາຊຽນພາຣາເກມ ຄັ້ງທີ XII ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023ນີ້.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ຂ້າພະເຈົ້າ ໃນນາມຕາງໜ້າລັດຖະບານ ມີຄວາມຮູ້ສຶກປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມໃນພິທີເປີດການແຂ່ງຂັນກິລາຄົນພິການຄັ້ງນີ້ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ, ກໍຄື ສສກ ແລະ ຄະນະຮັບຜິດຊອບຈັດງານ

SA Game
Lao National Radio

ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ, ຄວາມມີນໍ້າໃຈ, ຄວາມຟົດຟື້ນເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງບົດບາດໃນການສົ່ງເສີມສິດທິຄວາມເທົ່າທຽມລະຫວ່າງຄົນພິການ ແລະ ບໍ່ພິການ ໃນການເຄື່ອນໄຫວກິລາ-ກາຍຍະກໍາ ມາຮອດນີ້ໄດ້ເວລາເລີກງາມຍາມດີ ຂໍປະກາດເປີດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ນັບແຕ່ເວລານີ້ເປັນຕົ້ນໄປ.

ຫຼັງຈາກພິທີເປີດສຳເລັດແລ້ວ ໃນບັນຍາກາດດັ່ງກ່າວ ກໍໄດ້ມີການສະແດງຂອງນັກສະແດງຄົນພິການ ໂດຍສະເພາະການຮ້ອງເພງ ວອນແມ່ເພື່ອນ້ອງ ແລະ ເພງ ວອນແມ່ເພື່ອນ້ອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio