ແຂວງ​ຫລວງ​ພະ​ບາງ ​ເລັ່ງ​ຟື້ນ​ຟູ​ປັບ​ປຸງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສຳ​ຄັນ

SA Game

laoedaily.com

ປັບ​ປຸງຟື້ນຟູສະຖານທີ່ທ່ອງທ່ຽວສຳຄັນ ກຽມຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃນ​ໄວໆ​ນີ້.

ຕັ້ງ​ແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼວງພະບາງງຽບເຫງົາພໍສົມຄວນ ຫຼ້າສຸດເມື່ອລາວເຮົາກຽມເປີດປະເທດ ຫຼວງພະບາງກໍ່ຕ້ອງກຽມພ້ອມຟື້ນຟູແຫຼ່ງທ່ອງທ່ຽວ ເພື່ອຕ້ອນຮັບແຂກບ້ານແຂກເມືອງກັບມາຢ້ຽມຢາມ.

ແຂວງຫຼວງພະບາງ ມີ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ, ແລະ ກໍ​ເປັນການທ່ອງທ່ຽວທາງ​ດ້ານວັດທະນະທຳ ແລະການທ່ອງທ່ຽວທຳ​ມະ​ຊາດ ຫຼາຍປີມາແລ້ວທີ່ຫຼວງພະບາງໄດ້ກາຍເປັນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວຂອງຜູ້ຄົນຈາກທຸກມຸມໂລກ ເມື່ອໄດ້ມາລາວຕ້ອງຮອດຫຼວງພະບາງ ແມ່ນແຕ່ຄົນລາວເອງຖ້າມີເວລາຍັງຢາກໄປພັກຜ່ອນໃນເມືອງອະລິຍະດັ່ງກ່າວ.

ວັນທີ 23 ພະຈິກ 2021 ພະນັກງານ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ( ຖວທ ແຂວງ ) ໄດ້ຮ່ວມກັນທາສີຂັ້ນໄດຂື້ນ ພະທາດພູສີ ເຊິ່ງຈະໄດ້ເປັນການຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ຕາມສະຖານທີ່ແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງ ໃຫ້ມີຄວາມສະອາດງາມຕາກ່ອນຈະເປີດໃຫ້ບໍລິການຄືນ.

SA Game
laoedaily.com

ການທາສີຂັ້ນໄດຄັ້ງນີ້ໂດຍການນໍາພາຂອງທ່ານ ວິໄລ ແກ້ວປະເສີດ ຄະນະພັກຮາກຖານ ຫົວໜ້າຂະແໜງຖະແຫຼງຂ່າວ ພະແນກ ຖວທ ແຂວງຫຼວງພະບາງ, ມີຄະນະນໍາຈາກຂະແໜງການ ທົ່ວພະແນກ. ເຊິ່ງໜ້າວຽກຂອງຂະບວນການຄັ້ງນີ້ແມ່ນອະນາໄມ ແລະ ທາສີ ຂັ້ນໄດຂື້ນແຫຼ່ງທ່ອງທ່ຽວບໍລິເວນຂອບຕີນ ແລະ ທາງຂຶ້ນພະທາດພູສີເບື້ອງຟາກນໍ້າຄານ ແລະ ຕາມສະຖານທີ່ ບູຊາ ພະພຸດທະເຈົ້າ ໃຫ້ມີຄວາມຈົບງາມ ໂດຍໃຊ້ແປງທາສີ, ລູກກິ້ງ, ອຸປະກອບທໍາຄວາມສະອາດ ແລະ ໃຊ້ສີຂາວ.

SA Game
laoedaily.com

ສໍາລັບໃນເດືອນ ພະຈິກ 2021 ນີ້ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີ ພະນັກງານ-ລັດຖະກອນ ຈາກສາມອົງການຈັດຕັ້ງຄື: ຊາວໝຸ່ມ, ແມ່ຍິງ ແລະກໍາມະບານ ເພື່ອສ້າງຂະບວນການອອກແຮງງານອະນາໄມແຫຼ່ງທ່ອງທ່ຽວເຂດຕີນພູສີ ເປັນຕົ້ນແມ່ນອະນາໄມເດີ່ນ, ຫ້ອງນໍ້າ, ທາສີຂັ້ນໄດທາງຂຶ້ນຫາພະທາດພູສີ, ແນໃສ່ໃນການປົກປັກຮັກສາ ທຳຄວາມສະອາດຢູ່ບໍລິເວນແຫຼ່ງທ່ອງທ່ຽວພູສີຄຽງຄູ່ກັບພະລາຊະວັງ.

SA Game
laoedaily.com

ນອກຈາກນີ້ແລ້ວຍັງຈະປຸກລະດົມໃຫ້ມີການອະນາໄມສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຕ່ລະບ່ອນຕື່ມອີກ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ, ຖໍ້າຕິ່ງ, ທັ້ງໝົດນີ້ກໍ່ເພື່ອເປັນການກະກຽມຄວາມພ້ອມໃນການຕ້ອນຮັບແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍຄືການກຽມຄວາມພ້ອມເປີດປະເທດ ແລະ ການເປີດເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຖິງ ໃຫ້ບັນຍາກາດການທ່ອງທ່ຽວຢູ່ພາຍໃນແຂວງຫຼວງພະບາງກັບມາຄຶກຄື້ນອີກຄັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com