ທາດ​ກະ​ເດົາ​ທືກ ທາດ​ເກົ່າ​ແກ່ແຫ່ງ​ເມືອງ​ຄົງ​ເຊ​ໂດນ ແຂວງ​ສາ​ລະ​ວັນ

SA Game

ຫ້ອງການແຫຼ່ງທ່ອງທ່ຽວຂອງເມືອງຄົງເຊໂດນ ແລະໜັງສືພິມສາລະວັນ

ປະ​ຫວັດ​ຄວາມ​ເປັນ​ມາ​ຂ​ອງ ທາດ​ກະ​ເດົາ​ທືກ ບ້ານນາໂຄກ ເມືອງຄົງເຊໂດນ ແຂວງສາລະວັນ.

ພຣະທາດກະເດົາທຶກ ກໍ່ສ້າງດ້ວຍຫີນດຳ ລຽງກັນ ແລະກໍ່ຂຶ້ນຢ່າງປານີດເປັນ 4 ຫລ່ຽມ ກໍ່ຂຶນເປັນຈອມແຫຼມຄືກັບປີລະມິດ ( ປະເທດອີຢີບ ), ຕີນທາຕຸກ້ວາງ 17 ແມັດ, ສູງ 15 ແມັດ ,ແຕ່ທີ່ໂດດເດັ່ນທາງດ້ານສິລະປະ ກໍ່ຄຶພຣະທາດໄດ້ກໍ່ຂຶ້ນເປັນຖ້ານໆ ເຖິງເຈັດຖ້ານ ມີແຕ່ແກະສະຫລັກຫີນ ໃຫ້ເປັນນົກຫົງ ຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານ ຈົນຮອດຈອມ, ແຕ່ສິ່ງດັ່ງກ່າວຖຶກທຳລາຍຢ່າງໝົດກ້ຽງ ມີແຕ່ຫົວນົກຫົງຕົວດຽວທີ່ເຫຼຶອໄວ້ໃຫ້ເຫັນເປັນຂວັນຕາ

ໃນຊຸມປີ ພຸດທະສັງກາດ 1290 ຫຼຶ ຊຸມປີ ຄສ 750 ພາຍຫຼັງພຣະເຈົ້າຂຸນບູຣົມຣາຊາທິຣາຊ ຜູ້ຟຶ້ນຟູ ອານາຈັກລາວໜອງແສ ໄດ້ສະຫວັນນະຄົດແລ້ວ ຊາດລາວກໍ່ຖກຮຸກຮານຈາກຊາດອື່ນຢ່າງໜັກໜ່ວງ ,ຂຸນລໍ ຜູ້ຂື້ນແທນບັນລັງໄດ້ຫລິງເຫັນວ່າຂ້າເສີກໄດ້ມີກຳລັງພົນທີ່ເຂັມແຂງເກີນກວ່າຕ້ານທານໄດ້, ພຣະອົງຈຶ່ງສົ່ງຣາຊະທູດ ໄປຈະເຣີນສັມພັນໄມຕີ ກັບເຂົາເຈົ້າ ເພື່ອຢຸດຕິສົງຄາມໄປຊົ່ວຄາວ ແລະຖຶໂອກາດນີ້ຮີບໂຮມຈຳນວນໄຝ່ພົນ ບຸກເບີກດິນແດນຕາມລຳແມ່ນ້ຳຂອງ ລົງສູ່ພາກໃຕ້ ສຸວັນນະພູມ ໂດຍເມື່ອກ່ອນນັ້ນຊົນຊາດຂອມ ຜູ້ເປັນເຈົ້າຂອງຖິ່ນເດີມ ໃຫ້ຖອຍຫ່າງເລື້ອຍໆ ກ່ຽວກັບເລື້ອງນີ້ໃນພົງສາວະດານລາວ

SA Game
ຫ້ອງການແຫຼ່ງທ່ອງທ່ຽວຂອງເມືອງຄົງເຊໂດນ ແລະໜັງສືພິມສາລະວັນ
ແຕ່ບໍ່ໄດ້ເວົ້າແຈ່ມແຈ້ງ ໃນປະຫວັດເຈົ້າຟ້າງໍ້ ແລະປະຫວັດເມຶອງ ທອງຄຳຫຼວງ ໄດ້ກ່າວເຖີງຂ້ອນຂ້າງຊັດເຈນກ່ຽວກັບການຍົກພົນໄປຕີຫົວເມືອງ ຂອງແມ່ທັບລາວ ສົງຄາມຂະຫຍາຍ ຜູ້ນຳພາໃນການບຸກເບີກດິນແດນຕອນນັ້ນກໍ່ຄື : ເຈົ້າຟ້າງໍ້ ເຊີ່ງເປັນຣາຊໂອຣົສຂອງພຣະນາງເຈົ້າ ເກດບຸນເຮືອງ ອະນຸເທພີທີ 5 ຂອງພະເຈົ້າຂຸນບູຣົມ ຣາຊາທິຣາຊ ຈະບໍ່ເລົ່າເຖີງໄຊຊະນະ ແຕ່ສະໜາມຮົບທີ່ພຣະອົງເຂົ້າຕີ ໃນແຕ່ລະຫົວເມືອງ, ແຕ່ຈະເວົ້າເຖີງບັ້ນຮົບສຸດທ້າຍທີ່ຍີ່ງໃຫຍ່ ແລະດຸເດຶອດທີ່ສຸດໃນຊີວິດຂອງພຣະອົງນັ້ນກໍ່ຄືບັ້ນຮົບທະຫຼົ່ມນະຄອນກະເດົນທຶກ.
SA Game
ຫ້ອງການແຫຼ່ງທ່ອງທ່ຽວຂອງເມືອງຄົງເຊໂດນ ແລະໜັງສືພິມສາລະວັນ
ໃນຕຳນານເດີມຂຽນໄວ້ວ່າ ຄັ້ງນີ້ຂ້ຽວຂາດເປັນທີ່ສຸດ ເນື່ອງຈາກວ່າຝ່າຍນະຄອນກະເດົາທຶກ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກນະຄອນຈຳປາ ເຮັດໃຫ້ເຂົາເຈົ້າມີກຳລັງພົນທີ່ເຂັມແຂງກ່ວາ ແລະຕອບໂຕ້ຄືນແບບຫົວຂາດຄາ ຈົນເຮັດໃຫ້ເຈົ້າຟ້າງໍ້ ສູນເສຍແມ່ທັບຄົນສຳຄັນ ແລະພົນທະຫານຜູ້ເກັ່ງກ້ານັບໝື່ນ ຕອນນັ້ນພະອົງຮູ້ສຶກເມື່ອຍລ້າ ໝົດກຳລັງແຕ່ດ້ວຍຈິດວິນຍານຂອງຜູ້ເກັ່ງກ້າ ພຣະອົງຈິ່ງຮີບໂຮມສະມາທິ ແລະວາງຍຸດໂທບາຍຄືນໃໝ່ ໂດຍໄດ້ຂຽນພຣະຣາຊຊະສານ ເຖີງ ພຣະເຈົ້າພະງ້ຽວ ເຈັດເຈຶອງ ຜູ້ເປັນອ້າຍທີ່ເກີດຈາກພຣະນາງເຈົ້າເອັດແຄງອະນຸເທພີທີ 2 ໃຫ້ຍົກທັບມາຊ່ວຍ ເຊິ່ງເນື້ອໃນຂອງພຣະຣາຊະສານ ຕາມຕຳນານເດີມໄດ້ຂຽນໄວ້ວ່າ : ( ສີສຸພະມັດສະດູ ພະພຸດທະສາສະໜາ ຍຸການນັບວັນປານິຣີພານ ມາເຖີງປີນີ້ເປັນປີເສັດໄດ້ແຖວສຸພະ 25 ອະນຸຊາຊົນຈາຣຶກ ເປັນອັກສອນຖວາຍແດ່ພຣະບໍວອນ ເສດຖາພຣະງ້ຽວ ເຈັດເຈືອງ ຊົງໂທມະນັດ ເຖີງຄວາມຂັດເຄືອງພຣະໄທ ໃນການຈະເຂົ້າຢັບຢັ້ງນະຄອນກະເດົາທຶກ, ພິລິກລ້ຳຄົນຫານຂອງເລົ່າພານ ເປັນຈານມິດທິດລ້ອມໄປທາງທຸກຂໍພະວາງອະທິບາຍຊ່ວຍອ່ວຍຢັບຢັ້ງນະຄອນຈຳປາ ໃຫ້ຈາມມາອ່ວຍນ້ອມພ້ອມກັບນະຄອນກະເດົາທຶກ ແຕ່ຮຸ່ງເຊົ້າເງີຍເງີນກຸນສະໂລນັ້ນເຖີ້ນ ) ໃນພະຣາຊະສານນີ້ບໍ່ຊັດເຈນດີບໍ່ຮູ້ວ່າພຸດທະສັກກະຣາຊເທົ່າໃດ ຮູ້ໄດ້ແຕ່ພຽງເລກທີ 25 – ຫາປີເສັດໄດ້ເວລາດາວຊ້າງອອກຫຼືປະມານ 4 ໂມງເຊົ້າ ໃຫ້ທາງພຣະເຈົ້າພະງໍ້ ເຈັດເຈືອງ ເຂົ້າຕີນະຄອນຈຳປາ, ສ່ວນພຣະອົງຈະຖະຫຼົ່ມນະຄອນກະເດົາທຶກພ້ອມໆກັນ, ເມືອງກະເດົາທຶກ ໄດ້ແຕກກະຈັດກະຈາຍກາຍເປັນເມືອງຮ້າງ ເຫຼືອພຽງພຣະທາຕຸຫີນທີ່ຢືນສະຫງ່າຄົງຄວາມເປັນອັມມະຕະ ທັກທາຍແດດ-ລົມ ໃຫ້ລູກຫຼານໄດ້ເຫັນ ເປັນຮ່ອງຮອຍເທົ່າທຸກວັນນີ້.
ຕໍ່ຄຳຖາມທີ່ວ່າພຣະທາຕຸກະເດົາທຶກ ສ້າງຂື້ນເມຶ່ອປີໃດ ? ໃຜເປັນຜູ້ສ້າງ ? ແລະສ້າງຂື້ນເພຶ່ອຫຍັງນັ້ນ ? ແມ່ນຍັງຄົງເປັນຄຳຖາມປິດສະໜາມາຕະຫຼອດ, ເປັນຄຳຖາມທີ່ບໍ່ອາດຫາຄຳຕອບອັນແນ່ນອນໄດ້ ເຖົ້າແກ່ເຈົ້າກົກເຈົ້າເຫລົ່າບາງຄົນເວົ້າວ່າ : ພຣະທາຕຸອົງນີ້ ເພີ່ນສ້າງຂື້ນເພື່ອໃຫ້ເປັນຫຼັກບ້ານຫຼັກເມືອງ ໃຫ້ເປັນບ່ອນສັກສິດ ,ເປັນບ່ອນບວງສວງ ບູຊາຍັນ ຕາມສາສະໜາພາມ ຂອງພວກຂອມທີ່ປົກຄອງນະຄອນກະເດົາທຶກ ໃນສະໄໝນັ້ນ, ບາງຄົນພັດເວົ້າວ່າສ້າງຂື້ນເພື່ອເປັນບ່ອນເກັບມ້ຽນຊັບສົມບັດ ອັນມະຫາສານ ກ່ອນທີ່ເຂົາເຈົ້າຈະແຕກບ້ານ ແຕກເມືອງ, ຜູ້ເວົ້າຍັງໄດ້ຢ້ຳຕື່ມອີກວ່າ: ຢູ່ໃນທາຕຸນັ້ນຍັງມີຄຳເຖິງ 7 ເຫຼັມກວຽນ ບໍ່ນັບເຄື່ອງສັງວານຕ່າງໆ ວ່າຊັ້ນ ! ແລະກໍ່ຍ້ອນວ່າຄຳເວົ້າເລົ່ານີ້ເອງ ຈື່ງເຮັດໃຫ້ພຣະທາຕຸກະເດົາທຶກ ທີ່ງົດງາມແບບພຶດສະດານນັ້ນ ຖຶກພວມນັກລ່າສົມບັດມາຂຸດເພື່ອຫວັງເອົາເງິນ, ເອົາຄຳເຖີງ 4 ຄັ້ງ ເຮັດໃຫ້ພຣະທາຕຸດັ່ງກ່າວ ຖຶກທຳລາຍຈົນກາຍເປັນຊາກສະຫຼັກຫັກພັງ, ທີ່ເປັນກອງຫີນລ້າໆ ທີ່ບໍ່ມີຄວາມໝາຍ.
SA Game
ຫ້ອງການແຫຼ່ງທ່ອງທ່ຽວຂອງເມືອງຄົງເຊໂດນ ແລະໜັງສືພິມສາລະວັນ
ຊາວບ້ານໃກ້ຄຽງ ໄດ້ພະຍາຍາມຈັດລຽງກ້ອນຫີນ ເພື່ອຕໍ່ເຕີມແລະປະຕິບັດສັງຂອນຄືນໃໝ່ ແຕ່ກໍ່ໄດ້ພຽງແຕ່ຮູບຈວາຍ 4 ຫລ່ຽມ ເຊີ່ງເຫຼືອວິໄສທີ່ຈະພື້ນຄືນສີລະປະດັງເດີມ ຂອງພຣະທາຕຸນີ້ໄດ້ອີກ ແລະຫ່າງຈາກພຣະທາຕຸຫີນອົງນີ້ພຽງ 200 ແມັດ ກໍ່ມີທາດດີນຈີ່ອີກທາຕຸລູກໜື່ງ ເຊີ່ງມີປະຫວັດບໍ່ຈະແຈ້ງ ສັນນິຖານວ່າສ້າງຂື້ນລຸ້ນຫຼັງການສູນເສຍນະຄອນກະເດົາທຶກຂອງພວກຂອມ,
ດັ່ງນັ້ນ ທັງ 2 ພຣະທາຕຸນີ້ ຈິ່ງເປັນທີ່ສົນໃຈຫຼາຍຂອງພວກແຂກທັງພາຍໃນ ແລະຕ່າງປະເທດ ທີ່ມາທ່ຽວຊົມ ໃນປີ 1998 ນີ້ແຂວງສາລະວັນ ໄດ້ວາງງົບປະມານ 2,000,000 ກີບ ສຳລັບເຮັດຮົ້ວອ້ອມບໍລິເວນດັ່ງກ່າວ ພ້ອມນັ້ນກໍ່ໄດ້ຖືກບັນທຶກເຂົ້າບັນຊີມໍຣະດົກ ທາງດ້ານວັດທະນາທັມຂອງແຂວງສາລະວັນ ເພື່ອສືບຕໍ່ບູຣະນະ-ປະຕິສັງຂອນ ໃນຂັ້ນຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Art and Culture of Laos.