ຖ້ຳ​ພ​ຣະ ແຂວງ​ຄຳ​ມ່ວນ​ພ້ອມ​ແລ້ວ​ຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ

SA Game

laoedaily.com

​ໃກ້​ຈະ​ໄດ້​ທ່ຽວ​ແລ້ວ ຖ້ຳພຣະ ແຂວງຄຳມ່ວນ ກຽມພ້ອມເປີດບໍລິການທ່ຽວຊົມແລ້ວ.

ແຂວງຄຳມ່ວນ ແມ່ນ​ແຂວງ​ທີ່​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ຫລາຍໆ​ແຫ່ງ, ແລະ​ຖ້າ​ຫາກວ່າ​ຈະ​ທ່ຽວ​ບ່ອນ​ທີ່​ສວຍ​ງາມ​ແລ້ວ ຄຳ​ມ່ວນ​ຈະ​ແມ່ນ​ໜຶ່ງ​ໃນ​ນັ້ນ,  ຄຳ​ມ່ວນເປັນຈຸດໝາຍປາຍທາງໜຶ່ງຂອງປະເທດເຮົາໃຫ້ກັບນັກທ່ອງທ່ຽວຫຼາຍຄົນ ເນື່ອງຈາກມີຈຸດເດັ່ນ ແລະ ມີສະຖານທີ່ທ່ອງທ່ຽວຄົບວົງຈອນ ບໍ່ວ່າຈະເປັນ ທຳມະຊາດ, ປະຫວັດສາດ, ວັດທະນະທຳ ປັດຈຸບັນທາງແຂວງ ກໍ່ຈະໄດ້ລິເລີ່ມທະຢອຍເປີດໃຫ້ບໍລິການຄືນແລ້ວ ໃນເວລາບໍ່ດົນເກີນລໍ.

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວຖໍ້າພຣະ.

SA Game
laoedaily.com

ທັງນີ້ກໍ່ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ ສະຖານທີ່ທ່ອງທ່ຽວດັ່ງ ກ່າວ ໃນອີກບໍ່ດົນນີ້. ເຊິ່ງວ່າປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ໃຫ້ກັບມາຄືກຄື້ນອີກຄັ້ງ.

SA Game
laoedaily.com

ເພື່ອພັດທະນາວຽກງານການທ່ອງທ່ຽວ ຈຶ່ງໄດ້ແບ່ງເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນໂດຍການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ປັບປຸງທາງດ້ານການບໍລິການທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ.

SA Game
laoedaily.com

ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານອື່ນໆ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຂອງແຂວງຄຳມ່ວນ ກັບມາຄຶກຄື້ນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com